ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ດຳ​ເນີນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ອີກ​ຮອບ ​ຕໍ່ ຢູ​ເຄ​ຣນ


ຜົນ​ກະ​ທົບຫຼັງ​ຈາກ​ການ​ໂຈມ​ຕີ​ຂອງກອງ​ທັບ ຣັດ​ເຊຍ ໃນ​ເມືອງ ປາ​ໂວຼ​ຣາດ, ຢູ​ເຄ​ຣນ.
ຜົນ​ກະ​ທົບຫຼັງ​ຈາກ​ການ​ໂຈມ​ຕີ​ຂອງກອງ​ທັບ ຣັດ​ເຊຍ ໃນ​ເມືອງ ປາ​ໂວຼ​ຣາດ, ຢູ​ເຄ​ຣນ.

ເປັນ​ຄັ້ງ​ທີ​ສອງ​ພາຍ​ໃນ​ນຶ່ງ​ອາ​ທິດ, ຣັດ​ເຊຍ ໄດ້​ທຳການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ຮ້າຍ​ແຮງ​ທົ່ວ ຢູ​ເຄ​ຣນ, ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ 18 ລູກ​ທີ່​ໄດ້​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີ​ວິດ.

ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ຣັດ​ເຊຍ ໄດ້​ແນ​ເປົ້າ​ໃສ່​ເມືອງ ປາ​ໂວຼ​ຣາດ (Pavlorad) ທີ່​ເປັນ​ສູນ​ກາງ​ລາງ​ລົດ​ໄຟ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ​ດ້ວຍ​ການ​ໂຈມ​ຕີ​ລູກ​ສອນ​ໄຟຫຼາຍ​ລູກ, ນອກ​ຈາກ​ຜູ້​ທີ່​ເສຍ​ຊີ​ວິດ​ສອງ​ຄົນ​ນັ້ນ, ອີກ 40 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ, ລວມ​ທັງ​ເດັກ​ນ້ອຍຫຼາຍ​ຄົນ, ອີງ​ຕາມ​ການ​ກ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ເມື່ອ​ຄືນ​ວັນ​ຈັນ​ວານນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ວ່າ “ເມືອງ ປາ​ໂວຼ​ຣາດ, ໃນ​ພາກ​ພື້ນ ດິ​ນິບ​ໂປ​ຣ​ຕ​ຣອບ. ລູກ​ສອນ​ໄຟ​ຂອງ​ພວ​ກ​ກໍ່​ການ​ຮ້າຍ​ໄດ້​ເຮັດ​ໃຫ້​ສອງ​ຄົນ​ເສຍ​ຊີ​ວິດ.. ເປັນຜູ້​ຊາຍ​ທີ່​ຍັງ​ໜຸ່ມ​ຢູ່.. ສຳ​ລັບ​ການ​ໂຈມ​ຕີ​ທຸກ​ຄັ້ງ​ແນວ​ນັ້ນ, ພວກ​ຮຸກ​ຮານ ຣັດ​ເຊຍ ຈະ​ໄດ້​ຮັບ​ການ​ຕອບ​ໂຕ້​ຂອງ​ພວກ​ເຮົາ.”

ລະ​ເບີດ​ຂະ​ໜາດ​ໃຫຍ່​ໄດ້​ແຕກ​ຢູ່ຫຼັງ​ບ້ານ​ຂອງ​ເຮືອນຫຼັງ​ນຶ່ງ​ທີ່​ມີ​ຊາ​ກ​ຫັກ​ພັງ​ກະ​ຈາຍ​ໄປ​ທົ່ວ ​ໃນ​ເຂດ​ຊານ​ເມືອງ​ຂອງ​ເມືອງ ປາ​ໂວຼ​ຣາດ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ​ຂອງ​ພວກ​ເຂົາ​ໄດ້​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ຖານ​ໃນ​ທະ​ເລ​ທີ່​ມີ​ສາ​ມາດ​ຍິງ​ໄດ້​ໄກ ແລະ ມີ​ຄວາມ​ແມ້ນ​ຢຳ​ສູງ​ຕໍ່​ສະ​ຖານ​ທີ່​ອຸດ​ສາ​ຫະ​ກຳ​ທາງ​ທະ​ຫານ​ຂອງ ຢູ​ເຄ​ຣນ,” ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຣອຍ​ເຕີ.

ການ​ລະ​ເບີດ​ໃນ​ພາກ​ພື້ນ​ຂອງ ຣັດ​ເຊຍ ທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ ຢູ​ເຄ​ຣນ ໄດ້​ເຮັດ​ໃຫ້​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຕົກ​ລາງ​ເມື່ອ​ວັນ​ຈັນ​ວານນີ້, ອີງ​ຕາມ​ການ​ກ່າວ​ຜູ້​ປົກ​ຄອງ​ໃນ​ທ້ອງ​ຖິ່ນ​ໃນ​ສື່​ສັງ​ຄົມ, ໂດຍ​ກ່າວ​ຕື່ມ​ວ່າ​ມັນ​ບໍ່​ມີ​ຜູ້​ບາດ​ເຈັບ ຫຼື ເສຍ​ຊີ​ວິດ.

ຮູບ​ພາບ​ຕ່າງ​ໆ​ທີ່​ຖືກ​ເຜີຍ​ແຜ່​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນຕູ້​ລົດ​ໄຟ​ທີ່​ແກ່​ລົດ​ຖັງຫຼາຍ​ຄັນ​ນອນ​ຊັກ​ແຄງ​ຢູ່ ແລະ ມີ​ຄວັນ​ສີ​ຂີ້​ເຖົ່າ​ປິວ​ຂຶ້ນ​ສູ່​ອາ​ກາດ​ຢູ່​ສະ​ຖານ​ທີ່​ຂອງ​ລົດ​ໄຟ​ຕົກ​ລາງ​ໃນ​ພາກ​ພື້ນ ບ​ຣຽນ​ສ໌.

ຜູ້​ປົກ​ຄອງ​ພາກ​ພື້ນ ບ​ຣຽນ​ສ໌ ທ່ານ ອາ​ເລັກ​ແຊນ​ເດີ ໂບ​ໂກ​ມາ​ສ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ Telegram ວ່າ “ວັດ​ຖຸ​ລະ​ເບີດ​ທີ່ບໍ່​ສາ​ມາດ​ລະ​ບຸ​ໄດ້ ໄດ້​ແຕກ​ຢູ່​ຂີດ​ໝາຍ​ທີ 136 ກິ​ໂລ​ແມັດ​ຢູ່​ທາງ​ລົດ​ໄຟ ບ​ຣຽນ​ສ໌-ອູ​ເນ​ຈາ, ເຊິ່ງ​ໄດ້​ເຮັດ​ໃຫ້​ລົ​ດ​ໄຟ​ຕົກ​ລາງ.”

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ກ່າວ​ວ່າ​ພາກ​ພື້ນ​ນັ້ນ, ເຊິ່ງ​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ ຢູ​ເຄ​ຣນ ແລະ ເບ​ລາ​ຣຸ​ສ, ແມ່ນ​ຖືກ​ໂຈມ​ຕີຫຼາຍ​ຄັ້ງ​ໂດຍ​ພວກ​ກຸ່ມ​ກໍ່​ວິ​ນາດ​ສະ​ກຳ​ທີ່​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ 14 ເດືອນ​ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ເຂົ້າ​ບຸກ​ລຸກ.​ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ, ຜູ້​ປົກ​ຄອງ​ລັດ​ໄດ້​ກ່າວ​ວ່າ​ພົນ​ລະ​ເຮືອນ 4 ຄົນ​ໄດ້​ເສຍ​ຊີ​ວິດຫຼັງ​ຈາກ ກີ​ຢິບ ໄດ້​ລະ​ດົມ​ຍິງ​ໃສ່​ບ້ານ​ແຫ່ງ​ນຶ່ງ​ທີ່​ຢູ່​ຂ້າມ​ເຂດ​ຊາຍ​ແດນບໍ່​ໄກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG