ມີສອງຄົນເສຍຊີວິດ ຫລັງຈາກເຮືອບິນໂດຍສານອາຍພົ່ນ
ຂອງມຽນມາ ແລ່ນລົງຈອດສຸກເສີນຢູ່ຖະໜົນ ໃນຕອນເຊົ້າ
ຂອງວັນອັງຄານ ມື້ນີ້ ຢູ່ທີ່ລັດສານ ທາງພາກຕາເວັນອອກ
ຂອງປະເທດ.
ເຮືອບິນໂດຍສານ ຂອງສາຍການບິນ Air Bagan ທີ່ບັນທຸກ
ຜູ້ໂດຍສານ 65 ຄົນ ແລະພະນັກງານອີກ 6 ຄົນ ແລະບິນອອກ
ຈາກນະ ຄອນຢ່າງກຸ້ງນັ້ນ ໄດ້ແລ່ນລົງຈອດຢູ່ຖະໜົນສາຍນຶ່ງ
ປະມານສາມກິໂລແມດ ຫ່າງຈາກເດີ່ນບິນ Heho. ລັດສານ
ເປັນບ່ອນຕັ້ງຂອງທະເລສາບ Inle ຊຶ່ງເປັນສະຖານທີ່ໆພວກ
ນັກທອງທ່ຽວມັກໄປພັກຜ່ອນຢ່ອນໃຈກັນ.
ຜູ້ເສຍຊີວິດແມ່ນຮວມທັງ ຜູ້ໂດຍສານເດັກນ້ອຍອາຍຸ 11 ປີ
ແລະຜູ້ຊາຍຄົນນຶ່ງທີ່ຂີ່ລົດຈັກຢູ່ເທິງຖະໜົນ. ເຈົ້າໜ້າທີ່ກ່າວວ່າ 11 ຄົນໄດ້ຮັບບາດເຈັບ ຮວມທັງຄົນຂັບເຮືອບິນ ແລະຜູ້ໂດຍສານຊາວຕ່າງປະເທດສີ່ຄົນ ຊຶ່ງທາງສາຍການບິນກ່າວວ່າ ເປັນຄົນອາເມຣິກັນສອງຄົນ ຄົນສັນຊາດອັງກິດ ນຶ່ງ ແລະເກົາຫລີນຶ່ງ.
ສາເຫດຄັກແນ່ທີ່ພາໃຫ້ເຮືອບິນລຳນີ້ຕ້ອງລົງຈອດສຸກເສີນນັ້ນ ຍັງບໍ່ທັນຮູ້ກັນເທື່ອ ແຕ່ມີການອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ລັດຖະບານ ທີ່ກ່າວວ່າ ດິນຟ້າອາກາດບໍ່ດີອາດບັງຄັບໃຫ້ນັກບິນເອົາເຮືອບິນລົງຈອດ ເທິງຖະໜົນ. ພວກເຫັນເຫດການກ່າວວ່າ ຫາງ
ຂອງເຮືອບິນຫັກອອກ ແລະເກີດໄຟໃໝ້ຂຶ້ນເວລາເຮືອບິນຕົກຖືກພຶ້ນດິນ.
ສາຍການບິນ Air Bagan ແມ່ນນຶ່ງໃນຈໍານວນຫ້າສາຍການບິນເອກກະຊົນ ທີ່ບິນບໍລິ
ການຢູ່ພາຍໃນມຽນມາ ແລະເປັນຂອງນັກທຸລະກິດໃຫຍ່ Tay Za ຊຶ່ງມີລາຍງານວ່າ ມີຄວາມສຳພັນໃກ້ຊິດກັບອະດີດ ລັດຖະບານທະຫານມຽນມາ.