ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ຮ້າຍແຮງ ຢູ່ທາງພາກຕາເວັນຕົກສຽງເໜືອ ບ້ານເຮືອນຫຼາຍຮ້ອຍຫຼັງຖືກເຜົາໄໝ້


ຄົນຍ່າງເລາະຢູ່ຕາມຊາຍຝັ່ງ ມະຫາສະໝຸດປາຊິຟິກ ທີ່ປົກຄຸມໄປດ້ວຍຄວັນໄຟ ຢູ່ໃກ້ເຂດ Seal Rock ລັດອໍຣິກັນ.
ຄົນຍ່າງເລາະຢູ່ຕາມຊາຍຝັ່ງ ມະຫາສະໝຸດປາຊິຟິກ ທີ່ປົກຄຸມໄປດ້ວຍຄວັນໄຟ ຢູ່ໃກ້ເຂດ Seal Rock ລັດອໍຣິກັນ.

ໄຟປ່າທີ່ຖືກລົມພັດຢ່າງຮຸນແຮງ ທີ່ກຳລັງໄໝ້ທົ່ວພາກຕາເວັນຕົກສຽງເໜືອຂອງ ສະຫະລັດ ຕິດກັບມະຫາວະໝຸດປາຊິຟິກນັ້ນ, ໄດ້ທຳລາຍບ້ານເຮືອນຫຼາຍຮ້ອຍຫຼັງຢູ່ໃນລັດອໍເຣກອນ, ອີງຕາມການກ່າວຂອງຜູ້ປົກຄອງລັດໄດ້ກ່າວໃນວັນພຸດວານນີ້, ໂດຍເຕືອນວ່າມັນອາດເປັນການສູນເສຍຊີວິດ ແລະ ຊັບສິນທີີ່ໃຫຍ່ສຸດຍ້ອນໄຟໄໝ້ປ່າໃນປະວັດສາດຂອງລັດ.

ໄຟໄໝ້ຈາກພາກເໜືອຂອງລັດຂຶ້ນໄປຫາເຂດຊາຍແດນຂອງລັດຄາລິຟໍເນຍ ໄດ້ເຮັດໃຫ້ທາງຫຼວງຖືກປິດ ແລະ ທ້ອງຟ້າເຕັມໄປດ້ວຍໝອກຄວັນໄຟ ແລະ ບັນດານັກດັບເພີງດີ້ນຮົນເພື່ອສະກັດກັ້ນ ແລະມອດແປວໄຟ ທີ່ ຂະຫຍາຍຕົວດ້ວຍລົມແຮງ 50 ກິໂລແມັດ ຕໍ່ຊົ່ວໂມງ. ພວກເຈົ້າໜ້າທີ່ໃນບາງຊຸມຊົນຢູ່ພາກຕາເວັນຕົກຂອງອໍເຣກອນ ຈຳນວນນຶ່ງໄດ້ສັ່ງໃຫ້ຊາວບ້ານຍົກຍ້າຍອອກຈາກພື້ນທີ່ “ດຽວນີ້” ໝາຍຄວາມວ່າເຂົາເຈົ້າມີເວລາພຽງບໍ່ເທົ່າໃດນາ ທີ ທີ່ຈະຫລົບໜີອອກຈາກບ້ານເຮືອນຂອງເຂົາເຈົ້າ.

ໄຟໄດ້ໄໝ້ຢ່າງກວ້າງຂວາງໃນລັດ ວໍຊິງຕັນ ແລະ ອໍເຣກອນ ທີ່ດົນໆເທື່ອນຶ່ງຈະປະເຊີນກັບໄຟໄໝ້ປ່າວທີ່ຮຸນແຮງຍ້ອນພູມອາກາດທີ່ເຢັນ ແລະ ປຽກຊຸ່ມຂອງ ພາກຕາເວັນອອກສຽງເໜືອຂອງມະຫາສະໝຸດປາຊິຟິກ.

ແປວໄຟໄດ້ເຮັດພວກດັບເພີງ ແລະ ພົນລະເຮືອນຕິດຄ້າງຢູ່ໃນເຂດທີ່ເກີດໄຟໄໝ້ໃນລັດອໍເຣກອນ ແລະ ໄດ້ເຜົາໄໝ້ເມືອງນ້ອຍໆຈົນຮາບຄາບ ຢູ່ທາງພາກຕາເວັນອອກຂອງລັດວໍຊິງຕັນ. ຜູ້ປົກຄອງ ລັດອໍເຣກອນ ທ່ານນາງ ເຄດ ບຣາວ ໄດ້ເຕືອນວ່າ ຄວາມຫາຍະນະອາດເຫຼືອລົ້ນຍ້ອນໄຟໄໝ້ ທີ່ໄດ້ເກີດຂຶ້ນໃນວັນຈັນ ທີ່ຜ່ານມາ ໃນລະຫວ່າງຕອນທ້າຍຂອງພາຍຸລົມລະດູຮ້ອນ.

ທ່ານນາງບຣາວ ກ່າວວ່າ “ທຸກໆຄົນຕ້ອງມີຄວາມລະມັດລະວັງເປັນຢ່າງສູງ.” ໄຟໄໝ້ຄິດວ່າໄດ້ທຳລາຍເຂດອ້ອມແອ້ມເມືອງ ເມັດຝອດ ທາງພາກໃຕ້ຂອງລັດອໍເຣກອນ ແລະ ຢູ່ໃກ້ກັບເມືອງ ເຊເລັມ ເຊິ່ງແມ່ນເມືອງຫຼວງຂອງລັດຢ່າງຮ້າຍແຮງ. ຜູ້ປົກຄອງລັດ ກ່າວວ່າ “ນີ້ອາດ ເປັນການສູນເສຍຊີວິດມະນຸດ ແລະຊັບສົມທີ່ໃຫຍ່ທີ່ສຸດບັດຍ້ອນໄຟໄໝ້ປ່າ ໃນປະວັດສາດລັດຂອງພວກເຮົາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG