ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ດິນ​ເຈື່ອນ ຢູ່​ພາກ​ໃຕ້​ຟ​ີ​ລິບ​ປີນ ​ເຮັດ​ໃຫ້ 6 ຄົນ ເສຍ​ຊີ​ວິດ


ຮູບ​ຈາກວີ​ດີ​ໂອ ເມື່ອ​ວັນ​ທີ 7 ກຸມ​ພາ 2024 ທີ່​ສະ​ແດງ​ໃຫ້​ເຫັນ​ບ່ອນ​ເກີດ​ດິນ​ເຈື່ອນ ຢູ່​ແຂວງ​​ດາ​ວາວ ເດິ ອໍ​ໂຣ ໃນ​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ.
ຮູບ​ຈາກວີ​ດີ​ໂອ ເມື່ອ​ວັນ​ທີ 7 ກຸມ​ພາ 2024 ທີ່​ສະ​ແດງ​ໃຫ້​ເຫັນ​ບ່ອນ​ເກີດ​ດິນ​ເຈື່ອນ ຢູ່​ແຂວງ​​ດາ​ວາວ ເດິ ອໍ​ໂຣ ໃນ​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ.

ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້​ຟີ​ລິບ​ປິນ ກ່າວ​ວ່າ ມີ 6 ຄົນ​ເສຍ​ຊີ​ວິດ ແລະ​ອີກ​ຫຼາຍ​ສິບ​ຄົນ​ຍັງ​ຫາຍ​ສາບ​ສູນ ຫຼັງ​ຈາກ​ໄດ້​ເກີດ​ດິນ​ເຈື່ອນ​ທີ່​ບ້ານ​ບໍ່​ຄຳ.

ໄພ​ພິ​ບັດ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນວັນ​ອັງ​ຄານ ​ທີ່​ບ້ານ​ມາ​ຊາ​ຣາ ເມືອງ​ມາ​ໂກ ໃນ​ແຂວງ​ດາ​ວາວ ເດິ ອໍ​ໂຣ. ເຫດ​ດິນ​ເຈື່ອນ​ໄດ້​ທຳ​ລາຍ​ເຮືອນ​ຫຼາຍ​ຫຼັງ​ແລະ​ຖົມ​ລົດ​ບັ​ສ 2 ຄັນ ທີ່​ໃຊ້​ສຳ​ລັບ​ຂົນ​ສົ່ງ​ພວກ​ຄົນ​ງານບໍ່​ຄຳ ຂອງ​ບໍ​ລິ​ສັດ​ເອ​ເພັກ​ສາ​ຂາ​ຟີ​ລິບ​ປິນ.

ໂຄ​ສົກ​ຂອງ​ລັດ​ຖະ​ບານປະ​ຈຳ​ແຂວງ​ ກ່າວ​ວ່າ ການ​ປະ​ຕິ​ບັດ​ງານ​ຊອກ​ຄົ້ນ​ແລະ​ກູ້​ໄພ​ ທີ່ທຳ​ການ​ຂຸດ​ຄົ້ນ​ຢູ່​ຕາມ​ຊາກ​ຫັກ​ພັງ ​ໄດ້​ພົບ​ຢ່າງ​ໜ້ອຍ 27 ຄົນ ທີ່​ຢູ່​ໃນ​ລົດ​ບັ​ສ​ທັງ​ສອງ ເວ​ລາ​ດິນ​ໄດ້​ເຈື່ອນ​ລົງ​ມາ​ຖົມ. ສ່ວນ​ຄົນ​ງານ​ອີກ 8 ຄົນ​ສາ​ມາດ​ຫຼົບ​ໜີ​ອອກ​ໄປ​ທາງ​ປະ​ຕູ​ປ່ອງ​ຢ້ຽມ ກ່ອນ​ທີ່​ລົດ​ບັ​ສ​ທັງ​ສອງ​ຈະ​ຖືກ​ດິນ​ຖົມ.

ໂຄ​ສົກ​ກ່າວ​ຕື່ມ​ວ່າ ມີ​ປະ​ມານ 46 ຄົນ​ຍັງ​ຫາຍ​ສາບ​ສູນ ແຕ່​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ຮວມ​ທັງພະ​ນັກ​ງານ​ຂຸດ​ຄົ້ນ 27 ​ຄົນ​ນັ້ນ​ຫຼື​ບໍ່.

ມີ​ການ​ຍົກ​ຍ້າຍ​ຫຼາຍ​ຮ້ອຍ​ຄອບ​ຄົວ​ອອກ​ໄປຈາກເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າໃກ້​ບ້ານ​ມາ​ຊາ​ຣາ​ ແລະ​ສົ່ງ​ໄປ​ຍັງ​ບ່ອນ​ຫຼົບ​ໄພ​ສຸກ​ເສີນ.

ເ​ຂດມິນ​ດາ​ນາວ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ​ໄດ້​ຖືກ​ນ້ຳ​ຖ້ວມ​ມາ​ຫຼາຍ​ອາ​ທິດ​ແລ້ວ​ຍ້ອນ​ຝົນ​ຕົກ​ໜັກ ແຕ່​ສະ​ພາບ​ອາ​ກາດ​ໄດ້​ດີ​ຂຶ້ນ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ເຫດ​ດິນ​ເຈື່ອນ​ປາ​ກົດ​ວ່າ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຕື່ນ​ຕົກ​ໃຈ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG