ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ເຕືອນປະຊາຊົນ ຂະນະທີ່ ການໂຈມຕີ ຕໍ່ເຂດ ກາຊາ ດຳເນີນຕໍ່ໄປ (ສະໄລດ໌/ວີດີໂອ)


ອິສຣາ​ແອ​ລ ໄດ້​ເຕືອນ​ປະຊາຊົນ​ຫລາຍໝື່ນ​ຄົນ ​ໃນ​ພາກ​ເໜືອ
​ຂອງ​ເຂດ​ກາຊາ ​ໃຫ້​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້​າ​ໄປ “ຈົນ​
ກ່ວາ​ຈະມີ​ການ​ແຈ້ງໃຫ້​ຊາບ​ໃໝ່” ​ໃນ​ຂະນະ​ທີ່ກອງທັບສືບ​ຕໍ່​ທຳ​
ການໂຈມ​ຕີທາງ​ອາກາດ ຕໍ່​ພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ທີ່​ໄດ້​ຍິງ
ຈະ​ຫລວດ​ເຂົ້າ​ໄປ​ໃສ່​ອິສຣາ​ແອ​ລນັ້ນ.

​ເຮືອບິນ​ລົບ​ອິສຣາ​ແອ​ລໄດ້​ໂຈມ​ຕີເປົ້າໝາຍຫລາຍ​ສິບແຫ່ງ ໃນ​
ຕອນ​ເຊົ້າ​ວັນ​ພຸດມື້ນີ້ຮວມ​ທັງ​ເຮືອນ​ຂອງ​ຜູ້ນຳຂັ້ນ​ສູງ ຂອງ​ກຸ່ມ
Hamas ທ່ານ Mahmoud Zahar.

​ໃບແຈ້ງ​ການ​ສະ​ບັບນຶ່ງ ​ຂອງກຳລັງ​ປ້ອງ​ກັນ​ອິສຣາ​ແອ​ລ ກ່າວ​ວ່າ
​ຜູ້​ໃດທີ່​ບໍ່​ໜີອອກ​ໄປ “​ແມ່ນ​ຈະສ້າງອັນ​ຕະລາຍ​ໂດຍ​ທັນທີ​ ​ໃຫ້ແກ່​ຊີວິດ​ຂອງ​ເຂົາ​ເຈົ້າເອງ ​ແລະ​ຂອງ​ບັນດາ​ສະມາຊິກ​ຄອບຄົວ​ນຳ.”

White House Urges Hamas to Accept Ceasefire
please wait

No media source currently available

0:00 0:02:57 0:00

ພວກ​ເຈົ້າ​ໜ້າ​ທີ່ Hamas ​ໄດ້​ບອກປະຊາຊົນ ບໍ່ໃຫ້​ເອົາຫົວຊາ​ກັບການ​ເຕືອນ ​ດັ່ງກ່າວ
ໂດຍ​ເວົ້າ​ວ່າ ອິສຣາ​ແອ​ລພວມ​ໃຊ້ “ສົງຄາມຈິດຕະສາດ.”

ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສາມ​ຄົນ​ເສຍ​ຊີວິດ ​ແລະ
​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສະຖານທີ່ຫຼາຍແຫ່ງ ຮວມ​ທັງ​ໂຮງໝໍ​ຟື້ນຟູຄົນ ພິການ.

ບັນດາ​ເຈົ້າ​ໜ້າ​ທີ່​ການແພດປາແລສໄຕນ໌ ກ່າວ​ວ່າ ຢ່າງ​ໜ້ອຍ 204 ຄົນ​ໄດ້​ເສຍ​ຊີວິດ ນັບ
​ຕັ້ງ​ແຕ່ອິສຣາ​ແອ​ລເລີ້ມ​ປະຕິບັດ​ການ ​ເພື່ອ​ຍຸດຕິ​ການ​ຍິງ​ລູກ​ຈະ​ຫຼວດ ​ໂຈມ​ຕີຂອງພວກ​ຫົວ​ຮຸນ​ແຮງ Hamas ໃນອາທິດ​ແລ້ວ​ນີ້. ຊາວ​ອິສຣາ​ແອ​ລຄົນ​ນຶ່ງ​ໄດ້​ເສຍ​ຊີວິດ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:02:32 0:00

XS
SM
MD
LG