ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດພາຍຸ ຂະໜາດແຮງ ຖະຫລົ່ມ ອັງກິດ ແລະ ຢູໂຣບ (ສະໄລດ໌/ວີດີໂອ)


ເກີດພາຍຸຮ້າຍແຮງໃນ ຢູໂຣບ
please wait

No media source currently available

0:00 0:00:43 0:00
ລິງໂດຍກົງ
ພາຍຸ​ທີ່​ຮ້າຍ​ແຮງ​ຫົວ​ນຶ່ງ ພ້ອມ​ດ້ວຍລົມທີ່​ແຮງ​ເຖິງ 160 ກິ​ໂລ​
ແມັດ​ຕໍ່​ຊົ່ວ​ໂມງ ​ໄດ້ພັດຖະຫລົ່ມ​ພາກ​ໃຕ້​ຂອງ​ອັງກິດ ເນ​ເທີ​ແລນ
ຝຣັ່ງ ​ແລະ​ເຢຍຣະ​ມັນ ​ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້​ຕົ້ນ​ໄມ້​ຫັກ ນໍ້າ​
ຖ້ວມ​ຢູ່​ເຂດທີ່​ມີ ດິນ​ຕໍ່າ ​ແລະເຮັດ​ໃຫ້​ການສັນຈອນ​ໄປ​ມາ​ວຸ້ນ
​ວາຍ. ມີ​ລາຍ​ງານ​ວ່າ ມີ​ຜູ້ ​ເສຍ​ຊີວິດ​ຫຼາຍ​ເຖິງ 13 ຄົນ​.

ສອງ​ຄົນ​ໄດ້​ຖືກ​ຕົ້ນ​ໄມ້ຫັກ​ທັບ​ຕາຍ ​ແລະ​ເດັກນ້ອຍ​ຜູ້​ຊາຍ​ໄວ​ລຸ້ນ​
ຄົນ​ນຶ່ງ ຢ້ານ​ວ່າເສຍ​ຊີວິດ​ແລ້ວ ຫລັງ​ຈາກ​ພາຍຸ​ທີ່​ຮ້າຍ​ແຮງສຸດ
​ໃນຮອບຫ້າ​ປີ​ໄດ້ພັດ​ຖະຫລົ່ມ​ອັງກິດ.

​ເຮືອນຊານ​ປະຊາຊົນ ຫລາຍ​ກວ່າ 500,000 ຫລັງ ​ບໍ່​ມີ​ໄຟຟ້າໃຊ້ ຢູ່ ​ໃນ​ອັງກິດ ​ແລະ​ຝຣັ່ງ. ​ແຕ່​ຕໍ່​ມາຫລາຍ​ພັນ​ຄົນ​ໄດ້ມີ​ໄຟຟ້າ​ໃຊ້ຄືນແລ້ວ.

ພາຍຸຫົວນີ້ ​ໄດ້​ເຮັດ​ໃຫ້​ມີ​ການ​ຍົກ​ເລີກການ​ບໍລິການ​ທາງ​ລົດໄຟ ທົ່ວ​ພາກ​ໃຕ້​ຂອງ​ອັງກິດ ເດັນ​ມາກ ​ເນ​ເທີ​ແລນ ​ແລະ​ບາງ​ເຂດ​ເຢຍຣະ​ມັນ. ​ສະໜາມ​ບິນ​ນາ​ໆ​ຊາດ Heathrow ທີ່​ກຸງ​ລອນ​ດອນ ​ໄດ້ຍົກ​ເລີກ 130 ຖ້ຽວບິນ ຄືປະມານ 10 ​ເປີ​ເຊັນ​ໃນ​ຂະນະ​ທີ່​ມີ​ລາຍ​ງານ​ກ່ຽວ​ກັບ​ການບໍ ລິນ​ການ​ທີ່​ມີ​ການ​ຊັກຊ້າຂອງລົດ​ໄຟ​ Eurostar ທີ່​ແລ່​ນລອດຊ່ອງ​ແຄບ ​ອັງກິດ ເພາະມີ​ການ​ຈຳກັດຄວາມ​ໄວ.

ພາຍຸຮ້າຍ​ແຮງ​ຫົວນີ້ ຍັງບໍ່ມີ​ຊື່​ເປັນ​ທາງ​ການ​ແລະ​ຍັງ​ບໍ່​ທັນຖືກ​ຈັດຢ່າງ​ເປັນ​ທາງ​ການວ່າ​ ເປັນພາຍຸ Herricane ​ຫຼືບໍ່ ເນື່ອງຈາກ​ລະ​ບົບພະ ຍາກອນ​ອາກາດ ​ແຕ່​ໄດ້​ຖືກ​ຮ້ອງ​ວ່າ ພາຍຸ St. Jude ຢູ່ໃນ​ຕາໜ່າງສື່ສັງຄົມ.

XS
SM
MD
LG