ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ມີຫຼາຍກວ່າ 6,000 ຄົນ ເຊື່ອວ່າ ເສຍຊີວິດ ໃນໄພນໍ້າຖ້ວມ ຢູ່ລີເບຍ, 10,000 ຄົນ ຫາຍສາບສູນ


ຄວາມເສຍຫາຍໄດ້ຖືກພົບເຫັນຢູ່ໃນເມືອງເດີນາ ຫຼັງຈາກພາຍຸທີ່ຮ້າຍແຮງ ແລະ ຝົນຕົກໜັກຖະຫຼົ່ມປະເທດ, ໃນລີເບຍ, ວັນທີ 13 ກັນຍາ 2023

ໄພນ້ຳ​ຖ້ວມ​ທີ່​ຮ້າຍແຮງ​ໃນ​ລີ​ເບຍ​ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫລາຍ​ກວ່າ 6,000 ຄົນ ແລະ​ອີກ 10,000 ຄົນ​ຫາຍ​ສາບ​ສູນ ​ໂດຍ​ຖືກ​ຊຸ​ລົງ​ສູ່​ທະ​ເລເມດິເ​ຕີ​ເຣ​ນຽນ ຫລື​ຖືກ​ຝັງ​ຢູ່​ໃຕ້​ຊາກ​ຫັກ​ພັງ, ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພຸດ​ວານ​ນີ້.

ໃນເວລາດຽວກັນ, ອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ ​ກ່າວ​ວ່າ, ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ອົບ​ພະ​ຍົບຫຼາຍກວ່າ 30,000 ຄົນ.

ໜ່ວຍງານຂອງອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນຢ່າງ​ໜ້ອຍ 30,000 ຄົນ​ ​ຖືກ​ບັງຄັບ​ໃຫ້​ຍ້າຍ​ໄປອາ​ໄສ​ຢູ່​ໃນ​ເມືອງເດີນາ (Derna) ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ໂດຍ​ມີ​ຫລາຍ​ພັນ​ຄົນ​ທີ່​ມາ​ຈາກ​ເຂດ​ອື່ນໆ ຮວມທັງ​ເມືອງເບັງກາຊີ (Benghazi). ເຂື່ອນສອງແຫ່ງຢູ່ເໜືອເມືອງເດີນາ (Derna) ແຕກ, ບວກໃສ່ກັບນ້ຳຖ້ວມຈາກຝົນຕົກໜັກຂອງພະຍຸດານຽລ (Daniel).

ຈຳນວນຜູ້ເສຍຊີວິດທີ່ແນ່ນອນແມ່ນຍາກທີ່ຈະຢືນຢັນຢູ່ໃນປະເທດທີ່ລັດຖະບານຄູ່ແຂ່ງ ໄດ້ແຂ່ງຂັນກັນເພື່ອກຳອຳນາດ ມາເປັນເວລານັບທົດສະວັດ. ເຈົ້າ​ໜ້າ​ທີ່​ບາງ​ຄົນ​ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ.

ທ່ານຮິເຊມ ອາບູ ຊກິອັທ (Hichem Abu Chkiouat), ລັດຖະມົນຕີການບິນພົນລະເຮືອນ ຝ່າຍບໍລິຫານຮັບຜິດຊອບລີເບຍຕາເວັນອອກ, ບອກກັບອົງການຂ່າວຣອຍເຕີ້ສ໌ ວ່າມີການນັບສົບແລ້ວຫຼາຍກວ່າ 5,300 ສົບ ໃນເມືອງເດີນາ. ເມືອງ​ນີ້​ໄດ້​ຮັບ​ຜົນ​ກະທົບ​ໜັກ​ທີ່​ສຸດ​ຈາກ​ໄພ​ນ້ຳ​ຖ້ວມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG