ຢູເຄຣນກ່າວວ່າ ຢ່າງໜ້ອຍເຈັດຄົນໄດ້ເສຍຊີວິດ ໃນການສູ້ລົບກັນທີ່ລະເບີດຂຶ້ນເປັນເວລາ 2 ມື້ ລະຫວ່າງພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍ ແລະທະຫານລັດຖະບານ ໃນສົງຄາມທີ່ຍັງດຳເນີນມາຢູ່ໃນພາກຕາເວັນອອກຂອງຢູເຄຣນ.
ທັງສອງຝ່າຍ ຕ່າງກໍໄດ້ຕິຕຽນຝ່າຍກົງກັນຂ້າມ ໃນຄວາມຮຸນແຮງຮອບຫລ້າສຸດ ຊຶ່ງລັດ ຖະບານກ່າວວ່າ ໄດ້ລະເບີດຂຶ້ນໃນວັນອາທິດທີ່ຜ່ານມາ ຢູ່ທາງແນວໜ້າຫລາຍແຫ່ງ ໃນເຂດທີ່ປາກພາສາຣັດເຊຍ ທາງພາກຕາເວັນອອກຂອງປະເທດ ຮວມທັງເຂດ ທີ່ຄວບຄຸມໂດຍພວກກະບົດ ຢູ່ເມືອງ Donetsk ແລະເຂດອື່ນໆໃກ້ກັບຊາຍແດນຣັດເຊຍ.
Kyiv ໄດ້ກ່າວຫາພວກກະບົດວ່າ ເປັນຜູ້ເຮັດໃຫ້ເກີດການປະທະກັນ ດ້ວຍການໃຊ້ລົດຖັງ ແລະລະບົບຍິງລູກສອນໄຟ Grad ໂຈມຕີ. ລະບົບຍິງລູກສອນໄຟ Grad ແມ່ນຮວມຢູ່ໃນ ຈຳພວກອາວຸດໜັກ ທີ່ຕ້ອງໄດ້ຖອນອອກໄປ ຈາກເຂດແນວໜ້າ ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງຢຸດຍິງ ສະບັບປີ 2015 ທີ່ໄດ້ເຮັດໃຫ້ ຈຳນວນຜູ້ໄດ້ຮັບບາດເຈັບ ຫລຸດລົງຢ່າງຫລວງຫລາຍ ໃນບັນຫາຂັດແຍ້ງຢູ່ໃນຂົງເຂດ.
ຢູ່ທີ່ເມືອງ Donestsk ບັນດາຜູ້ນຳກະບົດ ກຳລັງຊອກຊ່ອງທາງ ເພື່ອຢາກປົກ ຄອງຕົນຈາກ Kyiv ທີ່ໄດ້ລາຍງານວ່າ ໂຄງລ່າງພື້ນຖານສຳລັບພົນລະຮືອນໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະກ່າວ ວ່ານໍ້າ ແລະໄຟຟ້າໃຊ້ໄດ້ຖືກຕັດຢູ່ໃນ ເຂດໝູ່ບ້ານອ້ອມແອ້ມ.
ເກືອບ 10,000 ຄົນ ຊຶ່ງຫລາຍກວ່າເຄິ່ງນຶ່ງເປັນພົນລະເຣືອນ ທີ່ໄດ້ເສຍຊີວິດຍ້ອນການສູ້ລົບທີ່ເກີດຂຶ້ນໃນເດືອນເມສາ ປີ 2014 ນຶ່ງເດືອນຕໍ່ມາ ຫລັງຈາກ ຣັດເຊຍໄດ້ປະກາດ ໂຮມເອົາແຫລມ Crimea ຂອງຢູເຄຣນ ເຂົ້າເປັນດິນແດນ ສ່ວນນຶ່ງຂອງຕົນ ແລະສອງເດືອນຕໍ່ມາຫລັງຈາກມີການປະທ້ວງສະໜັບສະໜູນປະເທດຕາເວັນຕົກເປັນເວລາດົນ ນານທີ່ນະຄອນ Kyiv ໄດ້ບັງຄັບໃຫ້ປະທານາທິບໍດີຢູເຄຣນ ທີ່ສະໜັບສະໜູນຣັດເຊຍ ໜີອອກໄປລີ້ໄພ.
ມົສກູໄດ້ຖືກກ່າວຫາຊໍ້າແລ້ວຊໍ້າອີກວ່າ ເປັນຜູ້ສົ່ງອາວຸດແລະອຸບປະກອນຕ່າງໆ ໃຫ້ແກ່່ກຳລັງກະບົດ ແລະໃນປີ 2015 ໄດ້ຖືກກ່າວຫາວ່າ ສົ່ງທະຫານຣັດເຊຍຂ້າມຊາຍແດນ ແລະເຂົ້າສູ້ລົບໃນສົງຄາມ.
ປະທານາທິບໍດຣັດເຊຍ ທ່ານ Vladimir Putin ໄດ້ປະຕິເສດຕໍ່ການກ່າວຫາເຫລົ່ານັ້ນ ແລະກ່າວວ່າ ກອງທະຫານຣັດເຊຍໃດໆກໍຕາມ ທີ່ພົບເຫັນຢູ່ໃນດິນແດນຢູເຄຣນນັ້ນ ແມ່ນເປັນພວກອາສາສະໝັກ.