ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດ ອູການດາ ເວົ້າວ່າ 3​ ຄົນເສຍຊີວິດ, 33 ຄົນບາດເຈັບ ໃນການລະເບີດສະຫຼະຊີບ ສອງຄັ້ງ


ຕຳຫຼວດ ອູການດາ ແລະ ຜູ້ຊ່ຽວຊານການລະເບີດ ຄຸ້ມກັນຈຸດເກີດເຫດຂອງການລະເບີດໃນນະຄອນຫຼວງ ກຳປາລາ, ປະເທດ ອູການດາ. 16 ພະຈິກ, 2021.
ຕຳຫຼວດ ອູການດາ ແລະ ຜູ້ຊ່ຽວຊານການລະເບີດ ຄຸ້ມກັນຈຸດເກີດເຫດຂອງການລະເບີດໃນນະຄອນຫຼວງ ກຳປາລາ, ປະເທດ ອູການດາ. 16 ພະຈິກ, 2021.

ຕຳຫຼວດ ອູການດາ ກ່າວວ່າມືລະເບີດສະຫຼະຊີບໄດ້ດຳເນີນການໂຈມຕີສອງຄັ້ງຢູ່ໃກ້ກັບສະຖານີຕຳຫຼວດສູນກາງ ແລະ ສະພາແຫ່ງຊາດ ຂອງນະຄອນຫຼວງ ໃນວັນອັງຄານວານນີ້. ພົນລະເຮືອນສາມຄົນໄດ້ເສຍຊີວິດ ແລະ 33 ຄົນ ໄດ້ຮັບບາດເຈັບໃນການໂຈມຕີທີ່ວ່ານັ້ນ.

ມືລະເບີດສະຫຼະຊີບໄດ້ບີບຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ໃນຕອນເຊົ້າ 10:03 ໂມງ ແລະ 10:06 ໂມງ ຕາມລຳດັບ.

ໃນການກ່າວຕໍ່ບັນດານັກຂ່າວນັ້ນ, ໂຄສົກຕຳຫຼວດທ່ານ ເຟຣດ ເອນານກາ (Fred Enanga) ໄດ້ກ່າວວ່າການໂຈມຕີຄັ້ງທຳອິດ, ທີ່ປະກອບມີມືລະເບີດຄົນນຶ່ງ, ແມ່ນຢູ່ດ່ານກວດກາສະຖານີຕຳຫຼວດສູນກາງ ກຳປາລາ. ທ່ານໄດ້ກ່າວວ່າການໂຈມຕີຄັ້ງທີສອງ, ເຊິ່ງປະກອບມີມືລະເບີດສອງຄົນ, ແມ່ນຢູ່ຕາມຖະໜົນສະພາແຫ່ງຊາດ.

ທ່ານ ເອນານກາ ໄດ້ກ່າວວ່າ “ພວກເຮົາໄດ້ເຫັນຫຼາຍສົບກະແຈກກະຈາຍໄປທົ່ວ. ຂາແມ່ນໄດ້ປິວໄປທົ່ວ ແລະ ມັນມີກະໂຫຼກອັນນຶ່ງ ເຊິ່ງພວກເຮົາເຊື່ອວ່າເປັນຂອງມືລະເບີດສະຫຼະຊີບທີ່ໄດ້ໂຈມຕີສະຖານີຕຳຫຼວດນັ້ນຢູ່ສະຖານີຕຳຫຼວດສູນກາງ. ແລ້ວມັນກໍມີອີກສົບຄົນຕາຍອື່ນໆທີ່ໄດ້ກະຈາຍໄປທົ່ວຈຸດເກີດເຫດ ລະຫວ່າງ ຕຶກ ຣາຈາ ແຊມເບີສ໌ (Raja Chambers) ແລະ ບໍລິສັດປະກັນ ໄພ ຈູບີລີ.”

ຕຳຫຼວດໄດ້ຖິ້ມໂທດໃສ່ກຸ່ມກະບົດກອງກຳລັງປະຊາທິປະໄຕທັນທະມິດສຳລັບການໂຈມຕີນັ້ນ.

ທ່ານ ເອນານກາ ໄດ້ກ່າວວ່າ “ຈຸດເເດັ່ນຂອງການໂຈມຕີແມ່ນໄດ້ລະບຸໃຫ້ເຫັນຢ່າງຈະແຈ້ງວ່າ ກຸ່ມຫົວຮຸນແຮງທີ່ເຊື່ອມໂຍງກັບກອງກຳລັງປະຊາທິປະໄຕພັນ ທະມິດ ຜູ້ທີ່ຍັງມີຄວາມຕ້ອງການທີ່ຈະດຳເນີນການໂຈມຕີທີ່ຮ້າຍແຮງເຖິງຊີວິດໃສ່ຄົນທີ່ບໍ່ໄດ້ຖືກປົກປ້ອງ, ດ້ວຍການໃຊ້ນັກໂຈມຕີສະຫຼະຊີບ ແລະ ລະເບີດສະແຫວງເຄື່ອງນັ້ນ, ແມ່ນຢູ່ເບື້ອງຫຼັງການໂຈມຕີພວກນີ້.”

ທ່ານ ເອນານກາ ເວົ້າວ່າ ຂໍ້ມູນລັບໄດ້ລະບຸວ່າ ພວກທີ່ວ່ານີ້ແມ່ນກຸ່ມກໍ່ການຮ້າຍພາຍໃນປະເທດ.

ຖະໜົນທຸກແຫ່ງຢູ່ພາຍໃນເຂດສູນກາງທຸລະກິດຂອງນະຄອນຫຼວງ ກຳປາລາ ແມ່ນໄດ້ຖືກປິດ ລ້ອມ ແລະ ບໍລິເວນຫ້ອງການ ກັບ ທຸລະກິດຕ່າງໆແມ່ນໄດ້ຖືກປິດ.

ມືລະເບີດສະຫຼະຊີບຄົນທີ 4 ທີ່ຖືກລະບຸຕົວວ່າ ເປັນທ້າວ ໂມຊີ ກໍໄດ້ຖືກໄລ່ຕາມ, ຍິງ ແລະ ປົດຄະນວນ, ອີງຕາມການກ່າວຂອງຕຳຫຼວດ. ທ່ານ ເອນານກາ ກ່າວວ່າບັນດາເຈົ້າໜ້າທີ່ ໄດ້ກວດຄົ້ນເຮືອນຂອງທ້າວ ໂມຊີ, ບ່ອນທີ່ເຂົາ ເຈົ້າໄດ້ກອບກູ້ເອົາເສື້ອກັກລະເບີດສະຫຼະຊີບທີ່ຍັງບໍ່ໄດ້ໃຊ້ເທື່ອ ແລະ ອຸປະກອບລະເບີດທີ່ກ່ຽວຂ້ອງອື່ນໆ.

ການລະເບີດສະຫຼະຊີບອີກສອງຄັ້ງຢູ່ນະຄອນຫຼວງໃນເດືອນແລ້ວນີ້ໄດ້ເຮັດໃຫ້ຄົນບາດເຈັບ 6 ຄົນ.

ເພື່ອຮຽກຮ້ອງໃຫ້ສາທາລະນະລະມັດລະວັງຕົວນັ້ນ, ທ່ານ ເອນານກາ ໄດ້ເຕືອນວ່າ ກຸ່ມຫົວຮຸນ ແຮງດັ່ງກ່າວ ແມ່ນໄພຂົ່ມຂູ່ທີ່ຍັງຄົງມີຢູ່ ໃນປັດຈຸບັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG