ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO ພະຍາຍາມ ຫາທາງ ຍັບຍັ້ງ ການລະບາດຂອງ ໄວຣັສ ອີໂບລາ ຢູ່ກີເນຍ (ວີດີໂອ)


ພາບຈາກແຟ້ມ: ເຈົ້າໜ້າທີ່ອົງການອະນາໄມໂລກ ພາກັນໃສ່ ຊຸດປ້ອງກັນ ກ່ອນເຂົ້າໄປກວດເບິ່ງການລະບາດຂອງເຊື້ອໄວຣັສ ອີໂບລາ ຢູ່ໂຮງໝໍ Kagadi ໃນເມືອງ Kibale ປະເທດອູການດາ ເມື່ອເດືອນກໍລະກົດ 2012.
ພາບຈາກແຟ້ມ: ເຈົ້າໜ້າທີ່ອົງການອະນາໄມໂລກ ພາກັນໃສ່ ຊຸດປ້ອງກັນ ກ່ອນເຂົ້າໄປກວດເບິ່ງການລະບາດຂອງເຊື້ອໄວຣັສ ອີໂບລາ ຢູ່ໂຮງໝໍ Kagadi ໃນເມືອງ Kibale ປະເທດອູການດາ ເມື່ອເດືອນກໍລະກົດ 2012.
ບັນດາ​ເຈົ້າ​ໜ້າ​ທີ່​ອະນາ​ໄມ ​ໄດ້​ພົບ​ເຫັນ​ເຊື້ອ​ພະຍາດ Ebola
ຢູ່​ໃນ​ປະ​ເທດກີ​ເນຍ ບ່ອນ​ທີ່ມີ​ການລະບາດຂອງ​ໄຂ້​ຕົກ​ເລືອດ
ທີ່​ໄດ້​ເອົາ​ຊີວິດ​ຄົນ​ໄປ​ແລ້ວ ຢ່າງ​ນ້ອຍ 34 ຄົນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ສາມາ​ທ່ານ​ນຶ່ງ​ຂອງ​ກີ​ເນຍ ​ໄດ້​ບອກ​ກັບ​ວີ​ໂອ​ເອ ​ໃນ
​ວັນ​ເສົາ​ວານ​ນີ້​ວ່າ ​ໂຕ​ຢ່າງ​ເຊື້ອ​ໄວຣັສ 3 ອັນໃນ​ຈຳນວນ 12 ອັນ
ທີ່​ສົ່ງ​ໄປ​ກວດ​ຢູ່​ປະເທດຝຣັ່ງ ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນເຊື້ອ Ebola ​ແທ້.

​ເຈົ້າ​ໜ້າ​ທີ່​ໄດ້​ບັນທຶກ 48 ກໍລະນີຂອງ​ການ​ຕິດ​ເຊື້ອ​ໄວຣັສດັ່ງ
ກ່າວ ນັບ​ແຕ່ໄດ້​ມີ​ລາຍງານການລະ​ບາດ​ເມື່ອ​ເດືອນ​ແລ້ວ​ນີ້. ​ເຂົາ​ເຈົ້າ​ກ່າວ​ວ່າ ນອກນັ້ນ
ຍັງ​ມີ​ກໍລະນີ​ທີ່ສົງ​ໄສວ່າ ຕິດ​ເຊື້ອ​ພະຍາດ​ນີ້​ອີກ 3 ລາຍຢູ່​ໃນ​ເມືອງ​ຫລວງ Conakry.

ກະຊວງ​ສາທາ​ເວົ້າ​ວ່າ ​ເຈົ້າ​ໜ້າ​ທີ່​ຈາກ​ອົງການ​ອະນາ​ໄມ​ໂລກ ມີ​ກຳນົດ​ຈະເດີນທາງໄປ​
ຮອດ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ທຳ​ການກວດເບິ່ງຢູ່​ເກັບ​ທີ່ ​ເພີ້​ມຕື່ມ​ອີກ.

ຂ່າວ Reuters ​ເວົ້າ​ວ່າ ນອກ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ອະນາ​ໄມ​ຍັງ​ວິຕົກ​ວ່າ ​ການລະບາດ​ຂອງໂຣກ​ໄຂ້​ຕົກ​ເລືອດ ​ໃນ​ກີ​ເນ​ຍ ອາດ​ໄດ້​ແຜ່​ລາມ ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ Sierra Leone ​ແລ້ວ​ກໍ​ໄດ້.

34 dead from Ebola virus in Guinea
please wait

No media source currently available

0:00 0:00:31 0:00

Health officials have detected the presence of the Ebola virus in Guinea, where an outbreak of hemorrhagic fever has left at least 34 people dead.

A Guinea health ministry official, Sakoba Keita, told VOA ((French to Africa)), Saturday, that three of 12 virus samples sent to France have been confirmed as Ebola.

Health officials have registered 48 cases of infections since the outbreak was first reported last month. They say there are also three suspected infections in the capital, Conakry.

The health ministry says World Health Organization officials are due to arrive on Sunday to conduct additional tests, on site.

Reuters news says health officials are also concerned that Guinea's hemorrhagic fever outbreak may have spread to neighboring Sierra Leone.
XS
SM
MD
LG