ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດການລະບາດຂອງໂຣກອີໂບລາໃນຄອງໂກ


ພະນັກງານສາທາລະນະສຸກສີດຢາຂ້າເຊື້ອໂຣກ ໃສ່ເພື່ອນຮ່ວມ
ງານ ລຸນຫຼັງ ການປິ່ນໂຣກອີໂບລາ ທີ່ສູນກາງ ໃນ ເບນີ ພາກຕາເວັນອອກ ຂອງຄອງໂກ
ພະນັກງານສາທາລະນະສຸກສີດຢາຂ້າເຊື້ອໂຣກ ໃສ່ເພື່ອນຮ່ວມ ງານ ລຸນຫຼັງ ການປິ່ນໂຣກອີໂບລາ ທີ່ສູນກາງ ໃນ ເບນີ ພາກຕາເວັນອອກ ຂອງຄອງໂກ

ຢູ່ເຂດຕາເວັນອອກຂອງສາທາລະນະລັດປະຊາທິປະໄຕຄອງໂກ ໄດ້ເອົາຊີວິດຜູ້ຄົນ
ໄປ ຫຼາຍກວ່າ 200 ຄົນ. ໄດ້ມີການຢືນຢັນວ່າ ມີເກືອບເຖິງ 300 ກໍລະນີ ທີ່ວ່າ ເປັນ
ໂຣກດັ່ງກ່າວ ນັບຕັ້ງແຕ່ໄດ້ມີການລະບາດຂຶ້ນ ໃນເດືອນສິງຫາເປັນຕົ້ນມາ ອີງຕາມ
ພວກເຈົ້າໜ້າທີ່ຂອງປະເທດດັ່ງກ່າວ.

ກະຊວງສາທາລະນະສຸກເວົ້າວ່າ ເຄິ່ງນຶ່ງຂອງຈຳນວນກໍລະນີດັ່ງກ່າວ ແມ່ນເກີດຂຶ້ນ
ຢູ່ ເບນີ ເມືອງທີ່ມີປະຊາກອນ 800,000 ຄົນ ຢູ່ທາງພາກເໜືອ ຂອງແຂວງ ກີວູ.

ການລະບາດດັ່ງກ່າວ ເກີດຂຶ້ນ ຢູ່ໃນເຂດທີ່ເກີດສົງຄາມ ບ່ອນທີ່ ສິບກວ່າກຸ່ມ ທີ່ປະ
ກອບອາວຸດ ເຄື່ອນໄຫວຢູ່. ພວກອົງການຊ່ອຍເຫຼືອຕ່າງໆ ໄດ້ຖືກບັງຄັບໃຫ້ໂຈະ ຫຼືບໍ່ກໍເຄື່ອນໄຫວຊ້າລົງ ເປັນບາງຄັ້ງບາງຄາວ ນັບຕັ້ງແຕ່ໄດ້ເກີດການລະບາດເປັນ
ຕົ້ນມາ.

ທ່ານ ໂອລີ ລັງກາ ຣັດຖະມົນຕີ ກະຊວງສາທາລະນະສຸກກ່າວວ່າ ທີມງານຂອງເພິ່ນ “ໄດ້ປະເຊີນໜ້າກັບການຂົ່ມຂູ່ ຖືກໂຈມຕີທາງຮ່າງກາຍ ອຸປະກອນຖືກທຳລາຍຊໍ້າ
ແລ້ວຊໍ້າອີກ ແລະຖືກລັກພາ ໂຕໄປ.”

ທ່ານລັງກາເວົ້າວ່າ “ສອງຄົນໃນໜ່ວຍຕອບສະໜອງຮີບດ່ວນ ໄດ້ເສຍຊີວິດຢູ່ໃນ
ການໂຈມຕີ.”

ໂຣກອີໂບລາ ໄດ້ຖືກພົບເຫັນ ໃນສາທາລະນະລັດຄອງໂກ ໃນປີ 1976. ການລະ
ບາດຂອງໂຣກດັ່ງກ່າວ ແມ່ນເປັນຄັ້ງທີສິບ ນັບຕັ້ງແຕ່ໄດ້ຖືກພົບເຫັນເທື່ອທຳອິດ
ເປັນຕົ້ນມາ.

ເຊີນອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG