ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຜ່ນດິນໄຫວທີ່ຮຸນແຮງ ສັງຫານປະຊາຊົນຫຼາຍຮ້ອຍຄົນ ໃນປະເທດ ເທີກີ ແລະ ຊີເຣຍ


ປ​ະ​ຊາ​ຊົນເຕົ້າ​ໂຮມ​ກັນ​ຢູ່ນອກ​ຕຶກ​ທີ່​ພັງ​ລົ​ງ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ.
ປ​ະ​ຊາ​ຊົນເຕົ້າ​ໂຮມ​ກັນ​ຢູ່ນອກ​ຕຶກ​ທີ່​ພັງ​ລົ​ງ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ.

ແຜ່ນ​ດິນ​ໄຫວທີ່​ຮຸນແຮງລະ​ດັບ 7.8 ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້​ໄດ້​ສັງ​ຫານຫຼາຍ ກວ່າ 300 ຮ້ອຍ​ຄົນ​ໃນ​ປະ​ເທດ ເທີ​ກີ ແລະ ພາກ​ເໜືອ​ຂອງ​ປະ​ເທດ ຊີ​ເຣຍ ແລະ ໄດ້​ເຮັດ​ໃຫ້​ມີ​ການ​ຄົ້ນ​ຫາ​ຜູ້​ລອດ​ຊີ​ວິດ​ທ່າມ​ກາງ​ຊາກ​ຫັກ​ພັງ​ຂອງ​ຕຶກ​ທີ່​ໄດ້​ຖະຫຼົ່ມ​ລົງ​ມາ.

ໜ່ວຍ​ບໍ​ລິ​ການ​ເຫດ​ສຸກ​ເສີນ​ຂອງ​ ເທີ​ກີ ໄດ້​ລາຍ​ງານຍອດ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ເບື້ອງ​ຕົ້ນ 78 ຄົນ, ໂດຍ​ທີ່ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຊີ​ເຣຍ ໄດ້​ກ່າວ​ວ່າ​ຢ່າງ​ໜ້ອຍ 237 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ພາກ​ພື້ນ ອາ​ເລັບ​ໂປ, ຮາ​ມາ ແລະ ລາ​ຕາ​ເກຍ.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ພວກ​ເຮົາ​ຈະ​ຜ່ານ​ຜ່າ​ໄພ​ພິ​ບັດ​ນີ້​ພ້ອມ​ກັນ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ ດ້ວຍ​ຄວາມ​ເສຍ​ຫາຍ​ໜ້ອຍ​ທີ່​ສຸດ.”

ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ປະ​ກາດ​ສັນ​ຍານ​ເຕືອນ​ໄພ​ລະ​ດັບ 4, ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂອງ​ເທີ​ກີ ທ່ານ ຊູ​ເລ​ມານ ຊອຍ​ລູ ໄດ້​ກ່າວ​ວ່າ​ມັນ​ມີ​ແຜ່ນ​ດິນ​ໄຫວ​ ທີ່​ຕິດ​ຕາມ​ມາ ຫຼື Aftershock ຫຼາຍກວ່າ 20 ຄັ້ງ. ທ່ານ​ໄດ້​ກ່າວ​ວ່າ ​ແຜ່ນ​ດິນ​ໄຫວ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຢ່າງ​ໜ້ອຍ 10 ແຂວງ​ໃນ​ເທີ​ກີ ແລະ ວ່າ​ທ່ານ ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນ​ະ​ລັດ​ຖະ​ບານ​ແມ່ນ​ຈະ​ໄປ​ຂົງ​ເຂດ​ດັ່ງ​ກ່າວ.

ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ແມ່ນ​ຕັ້ງ​ຢູ່​ໃກ້​ກັບ​ເມືອງ ກາ​ຊຽນ​ເທັບ, ເຊິ່ງ​ແມ່ນ

​ສູນ​ກາງ​ອຸດ​ສາ​ຫະ​ກຳ ແລະ ການ​ຜະ​ລິດ​ທີ່​ສຳ​ຄັນ​ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ-ຊີ​ເຣຍ. ອີງ​ຕາມ​ອົງ​ການ​ສຳຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ​ ສະ​ຫະ​ລັດ ນັ້ນ, ປະ​ຊາ​ຊົນ​ໄດ້​ລາຍ​ງານ​ວ່າ​ຮູ້​ສຶກ​ຄື້ນ​ສັ່ນ​ສະ​ເທືອນ​ໃນ​ປະ​ເທດເລ​ບາ​ນອນ, ອີ​ຈິບ ແລະໄຊ​ປ​ຣັ​ສ ເຊັ່ນ​ກັນ.

ໃນ​ເມືອງ ເມີ​ຊິນ ປະ​ເທດ ເທີ​ກີ, ທ້າວ ນາ​ຊິນ ຄີ​ຣາ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກພາ​ສາ​ເທີ​ກີ ວ່າແຜ່ນ​ດິນ​ໄຫວ​ໄດ້​ສັ່ນ​ປະ​ມານ 1 ນາ​ທີ.

ທ້າວ ຄີ​ຣາ​ລ ໄດ້​ກ່າວ​ວ່າ ພວກ​ເຮົາ​ໄດ້​ຕື່ນ​ຂຶ້ນ​ມາ​ດ້ວຍ​ແຮງ​ສັ່ນ​ສະ​ເທືອນ ແລະ ໄດ້​ລຸກ​ອອກ​ຈາກ​ຕຽງ. ຊາກ​ຫັກ​ພັງ​ໄດ້​ຕົກ​ລົງ​ມາ​ຈາກ​ປ່ອງ​ຄວັນ. ຊາກ​ຫັກ​ພັງ​ໄດ້​ຕົກ​ລົງ​ມາ​ຈາກ​ພື້ນ​ທີ່​ຫວ່າງ​ລະ​ຫວ່າ​ງ​ຕຶກຫຼາຍຫຼັງ. ມັນ​ເປັນ​ຕາ​ຢ້ານຫຼາຍ.”

ອົງ​ການ​ສັງ​ຄົ​ມການ​ແພດ ຊີ​ເຣຍ ອາ​ເມ​ຣິ​ກັນ ໄດ້​ກ່າວ​ວ່າ​ໂຮງ​ໝໍ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ຊີ​ເຣຍ ແມ່ນ “ເຕັມ​ໄປ​ດ້ວຍ​ຜູ້​ບາດ​ເຈັບ​ທີ່ເຂົ້າ​ມາປິ່ນ​ປົວ​ຢູ່​ທາງ​ຍ່າງ​ໃນ​ຕຶກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG