ແຜ່ນດິນໄຫວທີ່ຮຸນແຮງໃນພາກຕາເວັນອອກສຽງໃຕ້ຂອງ ອັຟການິສຖານ ໄດ້ສັງຫານຫຼາຍກວ່າ 1,000 ຄົນ ແລະ ບາດເຈັບອີກຫຼາຍຮ້ອຍຄົນ, ອີງຕາມການກ່າວຂອງພວກເຈົ້າໜ້າທີ່ ຕາລີບານ.
ພະນັກງານກູ້ໄພໄດ້ກ່າວວ່າ ຕົວເລກຜູ້ເສຍຊີວິດ ແລະ ບາດເຈັບຈາກແຜ່ນດິນໄຫວ, ເຊິ່ງໄດ້ເກີດຂຶ້ນໃນເວລາເຊົ້າໆຂອງວັນພຸດວານນີ້, ແມ່ນມີຄວາມເປັນໄປໄດ້ວ່າຈະເພີ່ມຂຶ້ນ.
ຮອງລັດຖະມົນຕີການຈັດການໄພພິບັດຂອງ ຕາລີບານ ທ່ານ ມໍລາວີ ຊາຣາຟຸດດິນ ມຸສລິມ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ ກາບູລວ່າ ຄວາມເສຍຫາຍສ່ວນໃຫຍ່ໄດ້ເກີດຂຶ້ນໃນແຂວງ ປັກຕິກາ ແລະ ໂຄສ ທາງພາກຕາເວັນອອກສຽງໃຕ້, ເຊິ່ງມີຊາຍແດນຕິດກັບປະເທດ ປາກິສຖານ.
ອົງການສຳຫຼວດທໍລະນີວິທະຍາສະຫະລັດ ໄດ້ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 6.1 ໄດ້ເກີດຂຶ້ນປະມານ 44 ກິໂລແມັດຈາກເມືອງເອກຂອງແຂວງໂຄສ.
ບັນດານັກຂ່າວໃນທ້ອງຖິ່ນ ແລະ ຜູ້ເຫດການໄດ້ລາຍງານວ່າຈຳນວນຜູ້ເສຍຊີວິດສູງສຸດອາດສູງເຖິງ 2,500 ຄົນ.
ເຈົ້າແຂວງ ທ່ານ ໂມຮຳມັດ ອາມິນ ໄດ້ກ່າວຕໍ່ວີໂອເອວ່າ ຢ່າງໜ້ອຍ 1,000 ຄົນໄດ້ເສຍຊີວິດ, ແລະ 1,500 ຄົນໄດ້ຮັບບາດເຈັບໃນສອງເມືອງຂອງແຂວງ ປັກຕິກາ. ມັນແມ່ນແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດທີ່ໄດ້ເກີດຂຶ້ນໃນ ອັຟການິສຖານ ໃນຮອບສອງທົດສະວັດ.
ວິດີໂອຕ່າງໆທີ່ນຳອອກເຜີຍແຜ່ນໃນສື່ສັງຄົມໄດ້ສະແດງໃຫ້ເຫັນເຮືອນທີ່ພັງລົງ ແລະ ຊາກຫັກພັງ. ແຜ່ນດິນໄຫວຍັງໄດ້ສັ່ນສະເທືອນນະຄອນຫຼວງ ກາບູລ.
ທ້າວ ອາຊິສ ອາຊິສ, ຜູ້ອາໄສຢູ່ໃນທ້ອງຖິ່ນຂອງແຂວງ ປັກຕິກາ ໄດ້ກ່າວຕໍ່ວີໂອເອພະແນກພາສາ ປາສໂຕ ວ່າ, “ປະຊາຊົນແມ່ນກຳລັງເຮັດວຽກ ເພື່ອຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃຕ້ຊາກຫັກພັງ.”
ລາວໄດ້ກ່າວຕື່ມວ່າຊຸມຊົນຕ່າງໆໃນທ້ອງຖິ່ນ ແລະ ພວກເຈົ້າໜ້າທີ່ ຕາລີບານ ແມ່ນຢູ່ໃນຂົງເຂດຕ່າງໆທີ່ຖືກກະທົບໂດຍແຜ່ນດິນໄຫວ ເພື່ອຊ່ວຍເຫຼືອ “ດ້ວຍສິ່ງໃດກໍ່ຕາມທີ່ເຂົາເຈົ້າມີ.”
ທ້າວ ອາຊິສ ໄດ້ກ່າວວ່າ “ປະຊາຊົນໃນທ້ອງຖິ່ນຈຳນວນຫຼາຍໄດ້ໄປເຂດທີ່ຖືກກະທົບ. ເຂົາເຈົ້າແມ່ນກຳລັງເຄື່ອນຍ້າຍຜູ້ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ. ປະຊາຊົນໃນທ້ອງຖິ່ນແມ່ນກຳລັງຊ່ວຍເຫຼືອຄົນທີ່ຖືກກະທົບ ແລະ ສະໜອງຢາ, ອາຫານ ແລະ ບ່ອນຢູ່ອາໄສຊົ່ວຄາວໃຫ້ເຂົາເຈົ້າ.”
ລາວໄດ້ກ່າວຕື່ມວ່າ “ແຕ່ນັ້ນແມ່ນບໍ່ພຽງພໍ,” ໂດຍຮຽກຮ້ອງໃຫ້ປະຊາຄົມນານາຊາດ ຊ່ວຍເຫຼືອຊຸມຊົນໃນທ້ອງຖິ່ນທີ່ຖືກກະທົບນັ້ນ.