ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນ​ດິນ​ໄຫວຮ້າຍ​ແຮງ ສັງ​ຫານ​ຢ່າງ​ໜ້ອຍ 900 ຄົນ​ ໃນອັ​ຟ​ກາ​ນິ​ສ​ຖານ


ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ບັກ​ຕາ (Bakhtar) ຂອງ​ລັດ​ຖະ​ບານ ສະ​ແດງ​ໃຫ້​ເຫັນປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ແນມ​ເບິ່ງ​ຊາກ​ຫັກ​ພັງ ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ແຂວງ ປັກ​ຕິ​ກາ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອັ​ຟ​ກາ​ນິ​ສ​ຖານ. 22 ມິ​ຖຸ​ນາ, 2022.
ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ບັກ​ຕາ (Bakhtar) ຂອງ​ລັດ​ຖະ​ບານ ສະ​ແດງ​ໃຫ້​ເຫັນປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ແນມ​ເບິ່ງ​ຊາກ​ຫັກ​ພັງ ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ໃນ​ແຂວງ ປັກ​ຕິ​ກາ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອັ​ຟ​ກາ​ນິ​ສ​ຖານ. 22 ມິ​ຖຸ​ນາ, 2022.

ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 900 ຄົນ​ ແລະ ບາດ​ເຈັບຫຼາຍ​ຮ້ອຍ​ຄົນ​ໃນ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ແລະ ອົງ​ການ​ຂ່າວ​ ບັກ​ທາ (Bakthar) ຂອງ ລັດ​ຖະ​ບານໄດ້​ຢືນ​ຢັນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ​ຄວາມ​ເສຍ​ຫາຍ​ສ່ວ​ນ​ໃຫຍ່​ແມ່ນ​ໄດ້​ເກີດ​ຂຶ້ນ​ໃນ​ແຂວງ ປັກ​ຕິ​ກາ (Paktika) ແລະ ໂຄ​ສ (Khost) ທາ​ງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ.

ອົງ​ການທໍ​ລະ​ນີ​ວິ​ທະ​ຍາ​ຂອງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ​ແຜ່ນ​ດິນ​ໄຫວທີ່​ມີຄວາມແຮງ 6.1 ນັ້ນໄດ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ຕອນ​ເຊົ້າໆ​ຂອງວັນ​ພຸດມື້ນີ້ ປະ​ມານ 44 ກິ​ໂລ​ແມັດ​ແຫ່ງ​ຈາກ​ເມືອງ​ເອກ​ຂອງ​ແຂວງ ​ໂຄສ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໃນ​ພາ​ກ​ພື້ນ​ເຂດ​ຊາຍ​ແດນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເພີ່ມ​ຂຶ້ນ. ວິ​ດີ​ໂອ​ທີ່​ໄດ້​ເອົາ​ລົງ​ເຜີຍ​ແຜ່​ໃນ​ສື່​ສັງ​ຄົມ​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອນ ​ທີ່​ພັງ​ລົງ​ສູ່​ພື້ນ​ດິນ ແລະ ຊາກ​ຫັກ​ພັງ. ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ຍັງ​ໄດ້​ສັ່ງນສະ​ເທືອນ​ນະ​ຄອນຫຼວງ ກາ​ບູ​ລ.

ພວກ​ເຈົ້າ​ໜ້າ​ທີ່ ຕາ​ລີ​ບານ ໄດ້​ກ່າວ​ວ່າປະ​ຊາ​ຊົນ​ແມ່ນ​ຍັງ​ຖືກ​ຝັງ​ຢູ່​ໃນ​ກອງ​ຊາກ​ຫັກ​ພັງ ແລະ ການ​ປະ​ຕິ​ບັດ​ການ​ກູ້​ໄພ, ເຊິ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ເຮ​ລິ​ຄັອບ​ເຕີ, ແມ່ນ​ກຳ​ລັງ​ດຳ​ເນີນ​ການ​ຢູ່. ເຂົາ​ເຈົ້າ​ຍັງ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ຊ່ວຍ​ເຫຼືອ​ທັງ​ໝົດ​ທີ່​ເຮັດ​ວຽກ​ໃນ ອັ​ຟ​ກາ​ນິ​ສ​ຖານ ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ການ​ກູ້​ໄພ​ນັ້​ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG