ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຂ້​ເລືອດ​ອອກ ລະ​ບາດ​ຮ້າຍ​ແຮງ ຢູ່​ບັງ​ກ​ລາ​ແດັ​ສ


ແຟ້ມ - ​ຜູ້​ປ່ວຍ​ເປັນ​ໄຂ້​ເລືອດ​ອອກ ເຂົ້າ​ໂຮງ​ໝໍ​ ເພື່ອ​ຮັບ​ກນ​ປິ່ນ​ປົວ ທີ່​ສູນ​ກາງ​ການ​ແພດແລະ​ໂຮງ​ພະ​ຍາ​ບານ​ມຸກ​ດາ ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ​້​ປ່ວຍ​ ໄດ້​ກາຍ​ໂຕ​ເລກ​ທີ່​ຈົດ​ບັນ​ທຶກ​ໃນ​ການ​ລະ​ບາດ​ເທື່ອ​ກ່ອນໆ​ຂອງ​ປະ​ເທດ ທີ່​ນະ​ຄອນ​ຫຼວງ​ດາ​ກາ ວັນ​ທີ 5 ກັນ​ຍາ 2023.
ແຟ້ມ - ​ຜູ້​ປ່ວຍ​ເປັນ​ໄຂ້​ເລືອດ​ອອກ ເຂົ້າ​ໂຮງ​ໝໍ​ ເພື່ອ​ຮັບ​ກນ​ປິ່ນ​ປົວ ທີ່​ສູນ​ກາງ​ການ​ແພດແລະ​ໂຮງ​ພະ​ຍາ​ບານ​ມຸກ​ດາ ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ​້​ປ່ວຍ​ ໄດ້​ກາຍ​ໂຕ​ເລກ​ທີ່​ຈົດ​ບັນ​ທຶກ​ໃນ​ການ​ລະ​ບາດ​ເທື່ອ​ກ່ອນໆ​ຂອງ​ປະ​ເທດ ທີ່​ນະ​ຄອນ​ຫຼວງ​ດາ​ກາ ວັນ​ທີ 5 ກັນ​ຍາ 2023.

ມີ​ຫຼາຍກວ່າ 1,000 ຄົນ​ໄດ້​ເສຍ​ຊີ​ວິ​ດ​ຍ້ອນ​ພະ​ຍາດ​ໄຂ້​ເລືອດ​ອອກ​ຢູ່​ໃນ​ບັງ​ກ​ລາ​ແດັ​ສ​ປີນີ້ ຊຶ່ງ​ເຮັດ​ໃຫ້​ປີ 2023 ເປັນ​ປີ​ທີ່​ມີ​ການ​ລະ​ບາດ​ຮ້າຍ​ຮ້າຍ​ແຮງ​ສຸດ​ຂອງ​ພະ​ຍາດ​ໄຂ້​ເລືອດ​ອອກ ນັບ​ຕັ້ງ​ແຕ່​ພະ​ຍາດ​ນີ້ໄດ້​ມີ​ການ​ຄົ້ນ​ພົບ​ຢູ່​ໃນ​ປະ​ເທດ ອີງ​ຕາມ​ໂຕ​ເລກ​ຂອງ​ລັດ​ຖະ​ບານ.

ຜູ້​ອຳ​ນວຍ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ ກ່າວ​ວ່າ ມີ​ການ​ຈົດ​ບັນ​ທຶກ​ການ​ລະ​ບາດ​ຂອງ​ໄຂ້​ເລືອດ​ອອກ 200,000 ກໍ​ລະ​ນີ​ພາຍ​ໃນ​ປີນີ້.

ໃນ​ໄລ​ຍະ 24 ຊົ່ວ​ໂມງ​ຜ່ານ​ມານີ້ ມີ​ເກືອບ 3,000 ຄົນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​ປົວ ຢູ່​ຕາມ​ໂຮງ​ໝໍ​ແຫ່ງ​ຕ່າງໆ ຍ້ອນ​ພະ​ຍາດ​ໄຂ້​ເລືອດ​ອອກ ອີງ​ຕາມ​ລາຍ​ງານ​ຂອງ​ໜັງ​ສື​ພິມ Dailly Star.

ຄລີ​ນິກ ມາ​ໂຢ ລາຍ​ງານ​ວ່າ ໄຂ້​ເລືອດ​ອອກ​ແມ່ນ “ພະ​ຍາດ​ທີ່​ແຜ່​ເຊື້ອ​ໂດຍ​ຍຸງ ທີ່​ມີ​ຂຶ້ນ​ປະ​ເທດ​ເຂດ​ຮ້ອນ ແລະ​ໃກ້​ເຂດ​ຮ້ອນ​ຂອງ​ໂລກ. ໄຂ້​ເລືອດ​ອອກ​ທີ່​ບໍ່​ຮ້າຍ​ແຮງແມ່ນ​ມີ​ອາ​ການ​ໄຂ້​ສູງ​ແລະ​ຄື​ກັນ​ກັບ​ເປັນ​ຫວັດ. ສ່ວນ​ໄຂ້​ເລືອດ​ອອກ​ຊະ​ນິດ​ທີ່​ຮ້າຍ​ແຮງ ​ສາ​ມາດ​ມີ​ເລືອດ​ອອກ​ມາ​ຢ່າງ​ຮ້າຍ​ແຮງແລະ​ເຮັດ​ໃຫ້​ຄວາມ​ດັນ​ຂອງ​ເລືອດ​ຫຼຸດ​ລົງ​ແລະ​ເສຍ​ຊີ​ວິດ​ໄດ້.

“ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ທັ​ງ​ໝົດ​ເພື່ອ​ຄວ​ບ​ຄຸມ​ປະ​ຊາ​ກອນ​ຍຸງ​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ” ນັ້​ນ​ຄື​ຄຳ​ເວົ້າ​ຂອງທ່ານ​ມຸ​ສ​ຕັກ ຮຸ​ສ​ເຊນ ທີ່​ປຶກ​ສາສູນ​ກາງ​ລະ​ບາດ​ວິ​ທະ​ຍາ​ຂອງ​ບັງ​ກ​ລາ​ແດັ​ສ ຊຶ່ງ​ເປັນ​ສູນ​ກາງ​ຄວບ​ຄຸມ​ແລະ​ຄົ້ນ​ຄວ້າ​ດ້ານ​ພະ​ຍາດ ກ່າວ​ຕໍ່​ໜັງ​ສື​ພິມ Dailly Star. ທ່ານ​ເວົ້າ​ວ່າ ລະ​ດູ​ລົມ​ມໍ​ລະ​ສຸມ​ທີ່​ແກ່​ຍາວ ກໍ​ເປັນ​ອີກ​ສິ່ງ​ນຶ່ງ ທີ່​ຊ່ວຍ​ໃຫ້​ໂຕ​ເລກ​ຂອງ​ການ​ລະ​ບາດ​ສູງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຂໍ້​ມູນ​ບາງ​ສ່ວນ​ມາ​ຈາກ​ອົງ​ການ​ຂ່າວ AFP.

XS
SM
MD
LG