ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ​ສືບສວນສອບ​ສວນ ​ນາໆ​ຊາດ ​​ຊອກ​ຄົ້ນຫາ ຊາກສົບ ​ເປັນ​ມື້​ທີ​ສາມ (ສະໄລດ໌/ວີດີໂອ)


ທະຫານຢູເຄຣນ ປະຈຳກອງປືນໃຫຍ່ ກຳລັງຍິງປືນໃຫຍ່ ໃນຂະນະທີ່ ດຳເນີນການໂຈມຕີຕໍ່ຕ້ານ ພວກຫົວແບ່ງແຍກ ນິຍົມຣັດເຊຍ ຢູ່ໃກ້ກັບຕົວເມືອງ Pervomaisk ໃນຂົງເຂດເມືອງ Luhansk ເມື່ອວັນທີ 2 ສິງຫາ 2014.
ທະຫານຢູເຄຣນ ປະຈຳກອງປືນໃຫຍ່ ກຳລັງຍິງປືນໃຫຍ່ ໃນຂະນະທີ່ ດຳເນີນການໂຈມຕີຕໍ່ຕ້ານ ພວກຫົວແບ່ງແຍກ ນິຍົມຣັດເຊຍ ຢູ່ໃກ້ກັບຕົວເມືອງ Pervomaisk ໃນຂົງເຂດເມືອງ Luhansk ເມື່ອວັນທີ 2 ສິງຫາ 2014.

ການ​ປະ​ທະ​ກັນ​ທີ່​ພາ​ໃຫ້​ມີ​ຄົນ​ເສຍ​ຊີວິດ ລະຫວ່າງ​ກອງ​ກຳລັງ​
ຂອງ​ຢູ​ເຄຣນ ກັບ​ພວກຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ
ດຳ​ເນີນ​ສືບ​ຕໍ່​ມາ​ໃນ​ວັນອາທິດ​ມື້​ນີ້ ​ໃນ​ຂະນະ​ທີ່ຄະນະ​ສືບສວນ
ສອບ​ສວນ​ນາໆ​ຊາດ​ທຳ​ການ​ຊອກ​ຄົ້ນ ຢູ່​ບໍລິ​ເວນ​ຖ້ຽວ​ບິນ
​ມາ​ເລ​ເຊຍ​ຕົກ ​ເປັນ​ມື້​ທີ​ສາມ.

ສຳນັກງານ​ຂ່າວ Reuters ລາຍ​ງານ​ວ່າ ມີ 9 ຄົນ​ເສຍ​ຊີວິດ
ຢູ່​ອ້ອມ​ແອ້ມ​ເມືອງ Luhansk ກັບ​ເມືອງ Donetsk ​ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

​ໃນ​ວັນ​ເສົາ​ວານ​ນີ້ ບັນດານັກ​ສືບສວນ​ສອບ​ສວນ​ສາກົນ ​ໄດ້​ເກັບ​ກູ້​ຊາກ​ສົບ​ທີ່​ຍັງ​ເຫຼືອ
ຂອງ​ຜູ້ເຄາະຮ້າຍ ມາ​ໄດ້​ຕື່ມ​ອີກ ຢູ່​ທີ່​ບໍລິ​ເວນເຮືອບິນ​ຕົກ​ນັ້ນ.


ທີ​ມນັກສືບສວນ​ສອບ​ສວນ ປະມານ 70 ​ຄົນ ຈາກ​ເນ​ເທີ​ແລນ ແລະ ອອສ​ເຕຣ​ເລຍ ​ໄດ້
​ເຮັດ​ວຽກ​ຊອກ​ຄົ້ນ ໃນ​ເນື້ອທີ່ ​20 ກິ​ໂລ​ແມັດ​ມົນທົນຢູ່​ບ່ອນເກີ​ດ​ເຫດ ​ເມື່ອ​ວັນ​ເສົາ​ວານ​ນີ້
​ເຖິງ​ແມ່ນ​ໄດ້​ມີ​ການ​ຕໍ່ສູ້​ກັນ ລະຫວ່າງ ພວກະບົດນິຍົມຣັດ​ເຊຍ ກັບ​ກອງກຳລັງ ​ຢູ​ເຄຣນ
​ຢູ່​ໃກ້ໆ​ນັ້ນກໍ​ຕາມ.

ພວກນັກສືບສວນ​ສອບ​ສວນ ​ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຈາກອົງການ​ຄວາມໝັ້ນຄົງ ແລະ​ການ
​ຮ່ວມ​ມື ​ຂອງ​ຢູ​ໂຣບ ຫຼື OSCE ​ພາກັນສຸມ​ຄວາມ​ພະຍາຍາມໃສ່​ການ​ເກັບ​ກູ້​ຊາກ​ສົບ ຕື່ມ​
ອີກຫຼາຍສິບ​ສົບ ​ທີ່​ຍັງ​ຫາ​ບໍ່​ເຫັນ ຫຼັງຈາກ​ເວລາ​ໄດ້​ຜ່ານ​ໄປ ຫຼາຍກວ່າສອງ​ອາທິດ​ແລ້ວ
ລຸນຫຼັງ​ທີ່ເຮືອບິນ​ມາ​ເລ​ເຊຍ​ ໄດ້ຖືກ​ຍິງ​ຕົກ ​ເຮັດ​ໃຫ້ລູກ​ເຮືອ​ພ້ອມ​ດ້ວຍ​ ຜູ້​ໂດຍສານທັງ​ໝົດ
ເສຍ​ຊີວິດ. ສ່ວນ​ໃຫຍ່​ແລ້ວ​ເປັນ​ຊາວ​ເນ​ເທີ​ແລນ.

UKRAINE SOTVO
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG