ຢ່າງໜ້ອຍ 30 ຄົນ ໄດ້ເສຍຊີວິດ ໃນລະຫວ່າງການສູ້ລົບຢູ່ເມືອງ Laukkai ໃນວັນຈັນ
ວານນີ້ ລະຫວ່າງກຳລັງທະຫານມຽນມາ ແລະພວກນັກລົບປະກອບອາວຸດຊົນກຸ່ມນ້ອຍ.
ຄວາມເຄັ່ງຕືງລະຫວ່າງລັດຖະບານກາງ ແລະພວກທະຫານບ້ານຊົນກຸ່ມນ້ອຍ ຢູ່ທາງ
ພາກເໜືອ ໃກ້ກັບແຂວງ Yunnan ຂອງປະເທດຈີນ ໄດ້ລະເບີດຂຶ້ນໃນຕອນເຊົ້າວັນ
ຈັນວານນີ້. ບັນດາຜູ້ເຫັນເຫດການໄດ້ກ່າວຕໍ່ ວີໂອເອວ່າ ເຂົາເຈົ້າ ໄດ້ຍິນສຽງປືນໃຫຍ່
ແລະສຽງຍິງປືນນ້ອຍຢູ່ທີ່ເມືອງ Laukkai ເມືອງເອກຂອງ ເຂດພິເສດ Kokang ແລະ
ເປັນເມືອງຄ້າຂາຍສຳຄັນຢູ່ແຄມແມ່ນໍ້າ Salween ໃນບໍລິເວນຊາຍແດນມຽນມາ ຕິດ
ກັບປະເທດຈີນ.
ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີໄດ້ແນໃສ່ສາມຈຸດ ຂອງເມືອງ Laukkai ຮວມ
ທັງປ້ອມຕຳຫຼວດ ແລະຄ້າຍທະຫານ. ຢ່າງໜ້ອຍຕຳຫລວດຈາລະຈອນຫ້າຄົນແລະ
ພົນລະເຮືອນອີກຫ້າຄົນໄດ້ເສຍຊີວິດ. ນອກນັ້ນພວກເຈົ້າໜ້າທີ່ຍັງລາຍງານວ່າ ໄດ້
ພົບເຫັນ 20 ຊາກສົບທີ່ຖືກເຜົາໄໝ້ ທີ່ບໍ່ສາມາດພິສູດໄດ້. ມຽນມາກ່າວວ່າ ບໍ່ມີການ
ໄດ້ຮັບບາດເຈັບລົ້ມຕາຍ ຂອງກຳລັງຮັກສາຄວາມປອດໄພແຕ່ຢ່າງໃດເລີຍ.