ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນ ໄດ້ເສຍ​ຊີ​ວິດ ​ຈາກ​ການ​ປະ​ທະ​ກັນ ​ໃນ​ວັນ​ເລືອກ​ຕັ້ງ​ຂອງ ບັງ​ກ​ລາ​ແດັ​ສ


ທ່ານ ຊາ​ລາ​ຮຸດ​ດິ​ນ, ຜູ້​ລົງ​ແຂ່ງ​ຂັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ຈາກ​ພັກ​ຊາດ​ນິ​ຍົມ ບັ​ງ​ກ​ລາ​ແດັ​ສ ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ຖືກ​ມີດ​ແທງ ໃນ​ວັນ​ເລືອກ​ຕັ້ງ. ນະ​ຄອນຫຼວງ ດາ​ກາ. 30 ທັນ​ວາ, 2018.
ທ່ານ ຊາ​ລາ​ຮຸດ​ດິ​ນ, ຜູ້​ລົງ​ແຂ່ງ​ຂັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ຈາກ​ພັກ​ຊາດ​ນິ​ຍົມ ບັ​ງ​ກ​ລາ​ແດັ​ສ ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ຖືກ​ມີດ​ແທງ ໃນ​ວັນ​ເລືອກ​ຕັ້ງ. ນະ​ຄອນຫຼວງ ດາ​ກາ. 30 ທັນ​ວາ, 2018.

ມີ​ຢ່າງ​ໜ້ອຍ 17 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ຄວາມ​ຮຸນ​ແຮງ​ທີ່ ກ່ຽວ​ຂ້ອງ​ກັບ​ການ​ເລືອກ​ຕັ້ງ​ໃນ
ປະເທດ ບັງກລາແດັສ ເມື່ອວັນອາທິດວານນີ້, ອີງຕາມລາຍງານຂອງຕຳຫຼວດ, ໃນ
ຂະນະທີ່ທ່ານນາງ ເຊກ ຮາຊີນາ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ສຳລັບການດຳລົງ
ຕຳແໜ່ງນາຍົກລັດຖະມົນຕີສະໄໝທີສາມຂອງປະເທດ.

ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ພັກ ອາ​ວີ​ມີ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​
ຕີ ຮາຊີນາ ມີຄະແນນນຳໜ້າຢ່າງຫຼວງຫຼາຍ. ແຕ່ພວກຝ່າຍຄ້ານໄດ້ວິຈານລາຍງານ
ຕ່າງໆ ກ່ຽວກັບ ການຂົ່ມຂູ່ຜູ້ລົງຄະແນນສຽງ ແລະ “ຄວາມບໍ່ສະຫງົບ” ໃນການເລືອກ
ຕັ້ງ.

ຜູ້​ນຳ​ພັນ​ທະ​ມິດ​ຝ່າຍ​ຄ້ານ ທ່ານ ຄາ​ມາ​ລ ຮັອ​ສ​ເຊນ ໄດ້​ເອີ້ນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາ​
ທິດວານນີ້ວ່າ “ເປັນເລື້ອງຕະຫຼົກ” ແລະ ໄດ້ເວົ້າວ່າ ຜົນທີ່ອອກມາຈະຖືກປະຕິເສດ.

ຄວາມ​ຮຸນ​ແຮງ ລະ​ຫວ່າງ​ພັກ​ທີ່​ປົກ​ຄອງ​ປະ​ເທດ​ຢູ່ ແລະ ຝ່າຍ​ຄ້ານ ເຊິ່ງ​ໄດ້​ສ້າງ​ຄວາມ
ເສຍຫາຍໃຫ້ການໂຄສະນາຫາສຽງການເລືອກຕັ້ງນັ້ນ ໄດ້ດຳເນີນໄປຮອດວັນເລືອກ
ຕັ້ງ, ເຖິງແມ່ນຈະມີການຮັກສາຄວາມປອດໄພຢ່າງໜາແໜ້ນ ໃນທົ່ວປະເທດກໍຕາມ,
ລວມທັງກຳລັງທະຫານ 600,000 ຄົນ ແລະ ກອງກຳລັງຮັກສາຄວາມປອດໄພອື່ນໆ
ທີ່ໄດ້ຖືກສົ່ງອອກປະຕິບັດໜ້າທີ່ໃນທົ່ວປະເທດ, ອີງຕາມອົງການຂ່າວ ຝຣັ່ງ.

13 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ ພວກ​ສະ​ໜັບ​ສະ​ໜູນ​ຂອງ​ພັກ​ຝ່າຍ​
ຄ້ານ ກັບ ຜູ້ຊາຍສາມຄົນໄດ້ຖືກຍິງໂດຍຕຳຫຼວດ ຜູ້ທີ່ໄດ້ກ່າວວ່າເຂົາເຈົ້າປົກປ້ອງສະ
ຖານທີ່ປ່ອນບັດ, ອີງຕາມຕຳຫຼວດ. ສະມາຊິກຕຳຫຼວດເສີມ ກໍໄດ້ຖືກພວກນັກເຄື່ອນ
ໄຫວຝ່າຍຄ້ານຕິດອາວຸດຂ້າຕາຍເຊັ່ນກັນ, ອີງຕາມອົງການຂ່າວ ຝຣັ່ງ.

ຜູ້​ອອກ​ໄປ​ໃຊ້​ສິດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ທີ່​ເປັນ​ການ​ແຂ່ງ​ຂັນ​ຢ່າງ​ເຕັມ​ທີ່​ຄັ້ງ​ທຳ​ອິດ​
ໃນຮອບນຶ່ງທົດສະວັດ ສຳລັບປະເທດທີ່ມີປະຊາກອນ 165 ລ້ານຄົນນີ້ແມ່ນຕ່ຳເກີນ
ຄາດໝາຍ.

ທ່ານ​ນາງ ຮາ​ຊີ​ນາ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ປະ​ຊາ​ຊົນ
ບັງກລາແດັສ ຈະລົງຄະແນນສຽງໃຫ້ເຮືອ (ເຊິ່ງແມ່ນສັນຍາລັກຂອງພັກ ອາວາມີ)
ແລະ ຈະມອບໂອກາດໃຫ້ພວກເຮົາອີກຄັ້ງນຶ່ງ ເພື່ອປະຕິບັດໜ້າທີ່ແທນເຂົາເຈົ້າ ສະ
ນັ້ນພວກເຮົາຈຶ່ງສາມາດຮັກສາແນວໂນ້ມການພັດທະນາທີ່ເປັນແງ່ດີຂອງພວກເຮົາ
ໄວ້, ແລະ ເຄື່ອນປະເທດ ບັງກລາແດັສ ໄປສູ່ການເປັນປະເທດທີ່ກຳລັງພັດທະນາ.”

ຄູ່​ແຂ່ງ​ຄົນ​ສຳ​ຄັນ​ຂອງ​ທ່ານ​ນາງ ຮາ​ຊີ​ນາ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານນາງ
ຄາເລດາ ເຊຍ, ຜູ້ນຳຂອງພັກຝ່າຍຄ້ານ ຊາດນິຍົມ ບັງກລາແດັສ, ແມ່ນໄດ້ຖືກຈັບ
ເຂົ້າຄຸກໃນຂໍ້ກ່າວຫາ ສໍ້ລາດບັງຫຼວງ ແລະສານໄດ້ຫ້າມບໍ່ໄດ້ທ່ານນາງລົງແຂ່ງຂັນ
ການເລືອກຕັ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG