ຕຳຫຼວດຈີນກ່າວວ່າ ມີ 5 ຄົນເສຍຊີວິດ ຫຼັງຈາກລົດ SUV ຫລື
ລົດສະປອຕທີ່ໃຊ້ງານໄດ້ ທີ່ເຂົາເຈົ້າຂີ່ໄປ ເກີດອຸບັດເຫດແລ່ນ
ຕຳທາງເຂົ້າຈະຕຸລັດ Tiananmen ໃນກຸງປັກກິ່ງ ແລ້ວເກີດໄຟ
ໄໝ້ຂຶ້ນ.
ໜັງສືພິມຊິນຫົວຂອງທາງການຈີນ ເວົ້າວ່າ ຢ່າງນ້ອຍ ມີອີກ
11 ຄົນໄດ້ຮັບບາດເຈັບ ເວລາລົດຄັນດັ່ງກ່າວແລ່ນເຈືອກເຂົ້າ
ໄປຕຳພວກປະຊາຊົນ ຢູ່ປະຕູທາງເຂົ້າຈະຕຸລັດ Tiananmen
ກ່ອນເກີດໄຟໄໝ້ຂຶ້ນໃນວັນຈັນມື້ນີ້. ຕຳຫຼວດໄດ້ອົບພະຍົບຜູ້
ຄົນອອກໄປໃນທັນທີ ຫຼັງຈາກເກີດອຸບັດເຫດແລ້ວແລະໄດ້ອັດ
ບໍລິເວນນັ້ນໃນຂະນະທີ່ພວກພະນັກງານສຸກເສິນ ຮີບຮ້ອນໄປ
ຊ່ອຍກູ້ໄພຢູ່ບ່ອນເກີດເຫດ.
ຈະຕຸລັດ Tiananmen ເປັນສະຖານທີ່ ທີ່ມີການປະທ້ວງເພື່ອປະຊາທິປະໄຕ ພາຍໃຕ້
ການນຳພາຂອງພວກນັກສຶກສາ ໃນປີ 1989 ທີ່ໄດ້ຍຸດຕິລົງ ຫລັງຈາກທີ່ພວກເຈົ້າໜ້າທີ່
ຈີນເຂົ້າທຳການທັບມ້າງຢ່າງນອງເລືອດ. ຈະຕຸລັດດັ່ງກ່າວແມ່ນຫ້ອມລ້ອມດ້ວຍສາລາປະຊາຊົນ ກໍຄືຕຶກສະພາແຫ່ງຊາດຈີນ ແລະອະນຸສາວະລີບັນຈຸສົບຂອງມື້ລາງປະທານ
ເໝົາເຈີຕຸງ ຜູ້ກໍ່ຕັ້ງຈີນຄອມມີວນິສນັ້ນ.