ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລະ​ເບີດ​ລົດ​ ທີ່​ຮຸນ​ແຮງ ແຕກ​ຢູ່​ສະ​ຖານ​ທີ່ ຮັກ​ສາ​ຄວາມ​ປອດ​ໄພ ທີ່​ສຳ​ຄັນ ໃນອັ​ຟ​ກາ​ນິ​ສ​ຖານ


ເດັກ​ນ້ອຍ​ນັກ​ຮຽ​ນ ອັ​ຟ​ກາ​ນິ​ສ​ຖານ ນັ່ງ​ຢູ່​ກາງ​ແຈ້ງ ໃນ​ຫ້ອງ​ຮຽນ​ເປີດ. ເມືອງ ກາ​ສ​ນີ, 28 ພຶດ​ສະ​ພາ 2014.
ເດັກ​ນ້ອຍ​ນັກ​ຮຽ​ນ ອັ​ຟ​ກາ​ນິ​ສ​ຖານ ນັ່ງ​ຢູ່​ກາງ​ແຈ້ງ ໃນ​ຫ້ອງ​ຮຽນ​ເປີດ. ເມືອງ ກາ​ສ​ນີ, 28 ພຶດ​ສະ​ພາ 2014.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ພວກ​ຕາ​ລີ​ບານ ໄດ້​ກົດ​ປຸ່ມ​ລະ​ເບີດ​ລົດ
ໃກ້ກັບຫ້ອງການຂອງອົງການສອດແນມແຫ່ງຊາດ ໃນເມືອງ ກາສນີ.

ໂຄງ​ສົກ​ກົມ​ສາ​ທາ​ລະ​ນະ​ສຸກ​ແຂວງ ທ່ານ ໂມ​ຮຳ​ມັດ ເຮ​ແມັດ, ໄດ້​ຢືນ​ຢັນ​ວ່າ ລະ​ເບີດ​
ແຕກໃນວັນອາທິດມື້ນີ້ ໄດ້ສັງຫານຢ່າງໜ້ອຍ 12 ຄົນ, ລວມທັງພົນລະເຮືອນ, ແລະ
ບາດເຈັບຫຼາຍກວ່າ 180 ຄົນ.

ທ່ານ ໂມ​ຮຳ​ມັດ ຄາ​ລິດ ວາ​ດັກ, ຫົວ​ໜ້າ​ຕຳຫຼວດ​ແຂວງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຫຼາຍ​ສິບ​
ຄົນທີ່ໄດ້ຮັບບາດເຈັບແມ່ນນັກຮຽນ ຜູ້ທີ່ກຳລັງໄປໂຮງຮຽນໃນເວລາທີ່ການໂຈມຕີໄດ້
ເກີດຂຶ້ນ.

ໂຄ​ສົກ​ກຸ່ມ​ຕາ​ລີ​ບານ, ໃນ​ຂະ​ນະ​ທີ່​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ສຳ​ລັບ​ການ​ລະ​ເບີດ​ນັ້ນ
ໄດ້ກ່າວວ່າ ລະເບີດທີ່ຮຸນແຮງໄດ້ທຳລາຍສະຖານທີ່ໆສຳຄັນຂອງກົມຮັກສາຄວາມ
ປອດໄພແຫ່ງຊາດ, ແລະ ໄດ້ນຳໄປສູ່ການເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ.

ເມືອງ ກາ​ສ​ນີ ເປັນ​ເມືອງຫຼວງ​ຂອງ​ແຂວງ ກາ​ສ​ນີ ແລະ ຕັ້ງ​ຢູ່​ຖະ​ໜົນ​ທີ່​ສຳ​ຄັນ ເຊື່ອມ​ຕໍ່​
ບັນດາແຂວງທາງພາກເໜືອ ແລະ ພາກໃຕ້. ຫຼາຍເມືອງຂອງແຂວງ ກາສນີ ໄດ້ຖືກ
ຄວບຄຸມ ຫຼື ຕໍ່ສູ້ກັນຢ່າງຮຸນແຮງໂດຍພວກຕາລີບານ.

ການ​ລະ​ເບີດ​ໃນ​ວັນ​ອາ​ທິດມື້ນີ້ ໄດ້​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ວັນ ຫຼັງ​ຈາກ​ນັກ​ຮົບ​ກຸ່ມ​ນຶ່ງ​
ຂອງພວກຕາລີບານ, ລວມທັງມືລະເບີດສະຫຼະຊີບ, ໄດ້ບຸກເຂົ້າໄປໃນສູນວິສະວະກຳ
ແລະ ຂົນສົ່ງຂອງກະຊວງປ້ອງກັນປະເທດ ອັຟການິສຖານ ໃນນະຄອນຫຼວງ ກາບູລ.
ການໂຈມຕີນດັ່ງກ່າວຍັງໄດ້ເລີ່ມຂຶ້ນດ້ວຍການລະເບີດລົດຂະໜາດໃຫຍ່ ແລະ ໄດ້ສັງ
ຫານປະມານ 30 ຄົນ, ສ່ວນໃຫຍ່ແມ່ນກອງກຳລັງຮັກສາຄວາມປອດໄພ.

ເດັກ​ນ້ອຍ​ນັກ​ຮຽນ ກໍ​ລວມ​ຢູ່​ໃນ​ຫຼາຍ​ສິບ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ນັ້ນ.

ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ ພວກ​ຕາ​ລີ​ບານ ຍັງ​ໄດ້​ເພີ່ມ​ການ​ໂຈມ​ຕີ​ໃນ​ສະ​ໜາມ​ຮົບ​ຕໍ່​
ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ, ເຊິ່ງມີລາຍງານວ່າ ໄດ້ສັງຫານປະ
ມານ 300 ຄົນໃນສິບວັນທີ່ຜ່ານມາ ຫຼື ປະມານນັ້ນ.

ຄວາມ​ຮຸນ​ແຮງ​ຄັ້ງຫຼ້າ​ສຸດ​ໄດ້​ເກີດ​ຂຶ້ນ​ນຶ່ງວັນ ເມື່ອ​ບັນ​ດາ​ຜູ້​ແທນ​ຈາກ ອັ​ຟ​ກາ​ນິ​ສ​ຖານ
ໄດ້ເປີດກອງປະຊຸມໃຫຍ່ສອງວັນໃນປະເທດ ກາຕ້າ ເພື່ອເຂົ້າຮ່ວມໃນການປຶກສາຫາ
ລືສັນຕິພາບກັບພວກທູພິເສດ ຕາລີບານ.

ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ແລະ ຕາ​ລີ​ບານ ກໍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ໂດຍ​ກົງ​ຮອບ​ທີ
ເຈັດຕ່າງຫາກ ໃນນະຄອນຫຼວງ ໂດຮາ ຂອງປະເທດ ກາຕ້າ ເພື່ອພະຍາຍາມສິ້ນສຸດ
ພາວະສົງຄາມ 18 ປີໃນ ອັຟການິສຖານ.

ທັງ​ສອງ​ຝ່າຍ​ມີ​ລາຍ​ງານ​ວ່າ ​ໄດ້​ທຳ​ຄວາມ​ກ້າວ​ໜ້າ​ໃນ​ການ​ປຶກ​ສາ​ຫາ​ລື ກ່ອນ​ຢຸດ​ພັກ​
ຜ່ອນຈາກການສົນທະນາ ເພື່ອສະໜັບສະໜູນກອງປະຊຸມລະຫວ່າງ ອັຟການິສຖານ
ໃນວັນອາທິດມື້ນີ້ ແລະ ເຂົາເຈົ້າຈະສືບຕໍ່ການປຶກສາຫາລືໃນວັນຄັງຄານນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG