ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ໃນການໂຈມຕີ ສະລະຊີບ ໃກ້ຄ້າຍທະຫານ ສຫລ ໃນອັຟການິສຖານ


ຜູ້​​ໂຈມ​ຕີ​ສະລະ​ຊີບດ້ວຍ​ລົດ​ລະ​ເບີດຄັນ​ນຶ່ງ ​ໄດ້​ບີບ​ຄະ​ນວນລະ​ເບີດ​ໃຫ້​ແຕກ​ຂື້ນ ຢູ່​ໃກ້​ກັບຄ້າຍ​ທະຫານສະຫະລັດ ໃນອັຟການິສຖານ.
ຜູ້​​ໂຈມ​ຕີ​ສະລະ​ຊີບດ້ວຍ​ລົດ​ລະ​ເບີດຄັນ​ນຶ່ງ ​ໄດ້​ບີບ​ຄະ​ນວນລະ​ເບີດ​ໃຫ້​ແຕກ​ຂື້ນ ຢູ່​ໃກ້​ກັບຄ້າຍ​ທະຫານສະຫະລັດ ໃນອັຟການິສຖານ.
ຜູ້ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດສະລະ​ຊີບຄົນ​ນຶ່ງ ​ໄດ້​ບີບ​ຄະ​ນວນ
ລະ​ເບີດ​ໃຫ້​ແຕກ​ຂື້ນ ຢູ່​ໃກ້​ກັບຄ້າຍ​ທະຫານສະຫະລັດ​ໃນ
ອັ​ຟກາ​ນິສຖານ ​ເຮັດ​ໃຫ້ ​ພົນລະ​ເຮືອນ​ສາມ​ຄົນ​ເສຍ​ຊີວິດ.

ກຸ່ມ​ທາ​ລິ​ບານ ​ໄດ້​ອ້າງເອົາ​ຄວາມ​ຮັບຜິດ​ຊ​ອບໃນ​ການ​ໂຈມ​ຕີ
ທີ່ເກີດ​ຂື້ນ ​ໃນ​ວັນ​ພຸດມື້ນີ້ ​ໃກ້ກັບ​ຄ້າຍ​ Chapman ຊຶ່ງ​ເປັນ
​ຖານ​ປະຕິບັດ​ງານ​ໃຫ້ການ​ສະໜັບສະ​ໜຸນເຂດ​ແນວ​ໜ້າ.

​ໃນ​ປີ 2009 ພະນັກງານ​ສືບ​ລັບຊີ​ໄອ​ເອຂອງສະຫະລັດ 7 ຄົນ
​ແລະ​ພະນັກງານຈໍ​ແດນຄົນ​ນຶ່ງ ​ໄດ້ເສຍ​ຊີວິດ​ຢູ່​ທີ່​ຄ້າຍແຫ່ງ​ນີ້
ຈາກ​ການວາງ​ລ​ະ​ເບີດ​ສະລະ​ຊິີບ ​ໂດຍ​ສາຍ​ລັບ​ຄົນ​ນຶ່ງຂອງ​
ກຸ່ມ al-Qaida.

ຄ້າຍ​ດັ່ງກ່າວ​ນີ້ຕັ້ງ​ຢູ່​ທີ່​ເມືອງ Khost ຊຶ່ງ​ເປັນ​ເຂດ​ທີ່​ຫຼໍ່​ແຫຼມສຳຄັນ​ໃກ້ໆຊາຍ​ແດນ​ປາ​ກິ​ສ
ຖານ.ບໍ່​ມີ​ລາຍ​ງານວ່າ ມີ​ເຈົ້າໜ້າ​ທີ່​ຂອງ​ອົງການ NATO ​ໄດ້​ຮັບ​ບາດ​ເຈັບ ຫຼື ​ເສຍ​ຊີວິດ​
ໃນ​ເຫດ​ລະ​ເບີດ​ແຕກ ​ໃນ​ວັນ​ພຸດມື້ນີ້ ຊຶ່ງ​ເຮັດ​ໃຫ້ ອີກ 7 ຄົນ​ ໄດ້​ຮັບ​ບາດ​ເຈັບ.
XS
SM
MD
LG