ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດສະຫຼະຊີບ ສອງລູກ ແຕກຂຶ້ນຢູ່ໃນນະຄອນຫຼວງ ແບກແດັດ


ລົດທະຫານຂອງກອງກຳລັງຮັກສາຄວາມປອດໄພ ອີຣັກ ຈອດຢູ່ສະຖານທີ່ໂຈມຕີດ້ວຍລະເບີດສະຫຼະຊີບ. ເມືອງ ເຄີຄຸກ "Kirkuk," ປະເທດ ອີຣັກ. 5 ພະຈິກ, 2017.
ລົດທະຫານຂອງກອງກຳລັງຮັກສາຄວາມປອດໄພ ອີຣັກ ຈອດຢູ່ສະຖານທີ່ໂຈມຕີດ້ວຍລະເບີດສະຫຼະຊີບ. ເມືອງ ເຄີຄຸກ "Kirkuk," ປະເທດ ອີຣັກ. 5 ພະຈິກ, 2017.

ມືລະເບີດສະຫຼະຊີບສອງຄົນ ໄດ້ລະເບີດໂຕເອງ ໃນນະຄອນຫຼວງຂອງປະເທດ ອີຣັກ
ໃນວັນຈັນມື້ນີ້, ເຮັດໃຫ້ປະຊາຊົນຢ່າງໜ້ອຍ 26 ຄົນເສຍຊີວິດ ແລະ ບາດເຈັບຫຼາຍ
ຄົນ.

ລະເບີດໄດ້ແຕກຢູ່ຈະຕຸລັດ ເທຣານ "Tayran" ໃນໃຈກາງນະຄອນຫຼວງ ແບກແດັດ
ໃນລະຫວ່າງ ຊົ່ວໂມງຮີບດ່ວນໃນຕອນເຊົ້າ. ຂົງເຂດດັ່ງກ່າວແມ່ນເຂດສູນກາງການຄ້າ
ທັງເຕັມໄປດ້ວຍພວກກຳມະກອນທີ່ຊອກຫາວຽກເຮັດ.

ບໍ່ມີການອ້າງເຖິງຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການໂຈມຕີດັ່ງກ່າວ, ແຕ່
ການລະເບີດໃນອະດີດ ແມ່ນເຄີຍດຳເນີນຂຶ້ນ ໂດຍພວກຫົວຮຸນແຮງລັດອິສລາມ.

ກຸ່ມຫົວຮຸນແຮງທີ່ວ່ານັ້ນ ໄດ້ເຂົ້າຄວາມຄຸມພື້ນທີ່ສ່ວນໃຫຍ່ ໃນພາກເໜືອ ແລະ ພາກ
ຕາເວັນຕົກຂອງ ອີຣັກ ດົນກວ່າ 3 ປີທີ່ຜ່ານມາ. ການໂຈມຕີຂອງກອງທັບ ອີຣັກ ຢ່າງຕໍ່
ເນື່ອງ ເຊິ່ງໄດ້ຮັບການຊ່ວຍ ເຫຼືອຈາກພວກທະຫານບ້ານ ແລະ ການໜູນຫຼັງໂດຍພັນ
ທະມິດ ນຳໜ້າໂດຍ ສະຫະລັດ ນັ້ນ ໄດ້ທຳການໂຈມຕີທາງອາກາດຫຼາຍຄັ້ງ ແລະ ຜັກ
ດັນພວກລັດອິສລາມ ອອກຈາກຕົວເມືອງທີ່ສຳຄັນທັງຫຼາຍ ແລະ ຂົງເຂດອື່ນໆທີ່ພວກ
ເຂົາຄວບຄຸມຢູ່ຢ່າງຊ້າໆ.

ໃນເດືອນທີ່ຜ່ານມາ, ນາຍົກລັດຖະມົນຕີທ່ານ ໄຮເດີ ອາລ-ອາບາດີ "Haider al-
Abadi" ໄດ້ປະກາດໄຊຊະນະ ຈາກການຕໍ່ສູ້ກັບກຸ່ມຫົວຮຸນແຮງ, ແຕ່ການໂຈມຕີຕໍ່
ຕ້ານລັດຖະບານໄດ້ສືບຕໍ່ມີຂຶ້ນ ໃນຫຼາຍພາກສ່ວນຂອງປະເທດ ອີຣັກ.

ອ່ານຂ່າວຄວາມຄືບໜ້າໄດ້ຕື່ມເປັນພາສາອັງກິດ

XS
SM
MD
LG