ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ສິບ​ຄົນ ເສຍ​ຊີ​ວິດຈາກ​ກາ​ນວາງ​ລະ​ເບີດສະ​ຫຼະ​ຊີບ ໃນ​ນະ​ຄອນ​ກາ​ບູລ


ກຳ​ລັງ​ຮັກ​ສາ​ຄ​ວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ມາ​ເຖິງ​ບ່ອນ​ເກີດ​ເຫດວາງ​ລະ​ເບີດສະ​ຫຼ​ະ​ຊີບ ໃນ​ນະ​ຄອນກາ​ບູ​ລ ວັນ​ທີ 20 ພະ​ຈິກ 2018.
ກຳ​ລັງ​ຮັກ​ສາ​ຄ​ວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ມາ​ເຖິງ​ບ່ອນ​ເກີດ​ເຫດວາງ​ລະ​ເບີດສະ​ຫຼ​ະ​ຊີບ ໃນ​ນະ​ຄອນກາ​ບູ​ລ ວັນ​ທີ 20 ພະ​ຈິກ 2018.

ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ກ່າວ​ວ່າ ຢ່າງ​ໜ້ອຍ 50 ຄົນ​ໄດ້​ເສຍ​ຊີ​ວິດແລະ ​ອີກ 83
ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ຢູ່​ບ່ອນ​ທີ່ພວກນັກ​ປ​າດ​ທາງ​
ສາສະ​ໜາ​ເຕົ້າ​ໂຮມ​ກັນ​ຢູ່ ໃນນ​ະ​ຄອນ​ຫຼວງ​ກາ​ບູ​ລ.

ໂຄ​ສົກ​ກະ​ຊວງ​ພາຍ​ໃນ ທ່ານ​ນາ​ຈິບ ແດນ​ນິ​ສ​ ກ່າວ​ວ່າ ຜູ້​ໂຈມ​ຕີ ​ໄດ້​ບີບຄະ​ນວນ​ເສື້ອລະ​
ເບີດ​ໃຫ້​ແຕກ​ຂຶ້ນໃນ​ຂະ​ນະທີ່​ຜູ້ຄົນເຕົ້າ​ໂຮມ​ກັນ​ເພື່ອ​ເປັນ​ຂີດ​ໝາຍສະ​ຫຼອງວັນຄ້າຍ​ວັນ
ເກີດ​ ຂອງພະ​ສາສະ​ດາໂມ​ຮຳ​ເ​ມັດ ຢູ່​ບ່ອນ​ແຕ່ງ​ງານ​ທ້ອງ​ຖິ່ນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ​ວາ​ຮີ​ດູ​ລ​ລາ ເມ​ຈໂຣ​ ກ່າວ​ຕໍ່ ວີ​ໂອ​ເອ ວ່າ​ຢ່າງ
ໜ້ອຍ 24 ຄົນ ​ໄດ້ຖືກ​ສົ່ງ​ໄປຮັບ​ການ​ປິ່ນ​ປົວ​ຢູ່ໂຮງ​ໝໍ​ດ້ວຍ​ “​ອາ​ການ ສາ​ຫັດ.”

ປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣາ​ຟ ກາ​ນີ ໄດ້​ປະ​ນາມ ການ​ໂຈມ​ຕີນີ້​ວ່າ​ “ໂຫດ​ຮ້າຍ.” ທ່ານ​ປະ​
ກາດ​ໃນ​ວັນ​ພຸດ​ມື້​ນີ້​ ໃຫ້ເປັນ​ວັນ​ໄວ້​ອາ​ໄລ​ແຫ່ງ​ຊາດ ໂດ​ຍກ່າວ​ວ່າ​ທຸງ​ ​ຊາດ​ຈະ​ຖືກ​ຊັກ​
ຂຶ້ນ​ເຄິ່ງ​ເສົາ ໃນທົ່ວ​ອັ​ຟ​ກາ​ນິ​ສ​ຖານ ແລະ​ສະ​ຖານ​ທູດຢູ່​ຕ່າງ​ປະ​ເທດ.

ບັນ​ດາ​ຜູ້​ເຫັນ​ເຫດ​ການ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ​ມີ​ປະ​ມານ 1000 ຄົນ​ຢູ່​ໃນ​ຫ້ອງຮວມ
​ທັງ​ບັນ​ດາ​ນັກ​ປາດ​ທາງ​ສາສະ​ໜ​າທີ່​ສຳ​ຄັນ.

ພະ​ນັກ​ງານ​ໂຮງ​ໝໍຄົນ​ນຶ່ງ​ກຳ​ລັງ​ນຳ​ພາ​ຄົນ​ເຈັບ​ເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວ ຈາກ​ການ​ວາງລະເບີດ​ສະ​ຫຼະ​ຊີບໃນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 20 ພະ​ຈິກ 2018.
ພະ​ນັກ​ງານ​ໂຮງ​ໝໍຄົນ​ນຶ່ງ​ກຳ​ລັງ​ນຳ​ພາ​ຄົນ​ເຈັບ​ເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວ ຈາກ​ການ​ວາງລະເບີດ​ສະ​ຫຼະ​ຊີບໃນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 20 ພະ​ຈິກ 2018.

ພວກ​ກໍ່​ການ​ຮ້າຍ​ຕາ​ລິ​ບານ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ​ໃສ່​ການ
​ເຕົ້າ​ໂຮມທ​າງສາສະ​ໜາ ໂດ​ຊກ່າວ​ວ່າ​ກຸ່​ມ​ກະ​ບົດ​ບໍ່​ມີ​ສ່ວນ​ພົວ​ພັນ​ກັ​ບ​ການ​ໂຈມ​ຕີ​
ດັ່ງ​ກ່າວ.

ການ​ປະ​ຕິ​ເສດ​ຂອງກຸ່ມຕາ​ລິບ​ານ ໄດ້​ເຮັດ​ໃຫ້​ມີ​ກາ​ນ​ສົງ​ໄສ​ເພີ້​ມ​ຂຶ້ນ ທີ່​ການ​ໂຈມ​ຕີ
​ດ້ວຍ​ລະ​ເບີດ​ນີ້ອາດ​ເປັນ​ນ້ຳ​ມື​ຂອງ​ເຄືອ​ຂ່າຍກຸ່ມລັດ​ອິ​ສ​ລາມໃນອັ​ຟ​ກາ​ນິ​ສ​ຖານ ທີ່​ຮູ້​
ກັນ​ວ່າ ກຸ່ມ​ໄອ​ແອັ​ສ​ໃນແຂວງ​ໂຄ​ຣາ​ຊານ​ ຫຼື ISK-P.

ຜູ້​ຊາຍ​ອັ​ຟ​ກາ​ນິ​ສ​ຖານ​ຄົນນຶ່ງ ກຳ​ລັງ​ນຳ​ພາ​ໄປ​ໂຮ​ງ​ໝໍ ຫຼັງ​ຈາກ​ການ​ວາງ​ລ​ຫະ​ເບີດ​ສະ​ຫຼະ​ຊີບໃນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 20 ພະ​ຈິກ 2018.
ຜູ້​ຊາຍ​ອັ​ຟ​ກາ​ນິ​ສ​ຖານ​ຄົນນຶ່ງ ກຳ​ລັງ​ນຳ​ພາ​ໄປ​ໂຮ​ງ​ໝໍ ຫຼັງ​ຈາກ​ການ​ວາງ​ລ​ຫະ​ເບີດ​ສະ​ຫຼະ​ຊີບໃນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 20 ພະ​ຈິກ 2018.

​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຄາ​ບູ​ລ ທ່ານ​ຈອນ ແບ​ສ​ສ ໄດ້​ສົ່ງຂໍ້
​ຄວາມທາງ​ທວິດ​ເຕີວ່າ ທ່ານ “ມີ​ຄວາມ​ເບື່ອ​ໜ່າຍແລະ​ເສົ້າ​ສະ​ຫລົດ​ໃຈ​ທີ່​ສຸດ ຕໍ່ການ
​ໂ​ຈມ​ຕີ​ໃນ​ແລງ​ມື້​ນີ້ ໃນ​ຂະ​ນະ​ທີ່ສະ​ພານັກ​ສອນ​ສາ​ສະ​ໜາອູ​ເລີ​ມາ ​ສ​ະ​ຫຼອງຂີດ​ໝາຍ​
ວັນ​ເກີດ ຂອງ​ພະ​ສາສະ​ດາ​.” ທ່ານ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫ​ລົດ​ໃຈ​ຈາກ​ລັດ​ຖະ​ບານ
​ສະ​ຫະ​ລັດ ໄປ​ຫາ​ບັນ​ດາ​ຄອບ​ຄົວແລະ​ຜູ້​ເຫລື້ອມ​ໃສທີ່​ໄດ້​ເສຍ​ຊີ​ວິດ ແລະ​ໄດ້​ຮັບ
​ບາດ​ເຈັບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG