ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຢ່າງໜ້ອຍ 16 ເສຍຊີວິດ ຈາກການໂຈມຕີ ດ້ວຍລະເບີດລົດບັນທຸກໃນ ໂຊມາເລຍ


ລົດຂົນສົ່ງສິນຄ້າຈອດຢູ່ນອກເສັ້ນປິດລ້ອມຕຳຫຼວດ ຫຼັງ
ຈາກລົດລະເບີດສະຫຼະຊີບໄດ້ແຕກຂຶ້ນຢູ່ທາງເຂົ້າຂອງອ່າວ
ທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງ ໂມກາດິສຊູ, ໂຊມາເລຍ.
11 ທັນວາ, 2016.
ລົດຂົນສົ່ງສິນຄ້າຈອດຢູ່ນອກເສັ້ນປິດລ້ອມຕຳຫຼວດ ຫຼັງ ຈາກລົດລະເບີດສະຫຼະຊີບໄດ້ແຕກຂຶ້ນຢູ່ທາງເຂົ້າຂອງອ່າວ ທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງ ໂມກາດິສຊູ, ໂຊມາເລຍ. 11 ທັນວາ, 2016.

ການລະເບີດຄັ້ງໃຫຍ່ໃສ່ລົດບັນທຸກຄັນນຶ່ງຢູ່ນອກທ່າເຮືອແຫ່ງໃໝ່ນອກນະຄອນຫຼວງ ໂມກາດິສຊູ ໃນຕອນເຊົ້າວັນອາທິດມື້ນີ້ໄດ້ສັງຫານຢ່າງໜ້ອຍ 16 ຄົນ ແລະ ເຮັດໃຫ້ບາດ ເຈັບອີກຫຼາຍຄົນ. ການລະເບີດດ່ັງກ່າວ ໄດ້ທຳລາຍກຳລັງຮັກສາຄວາມປອດໄພ ແລະ ພະນັກງານທ່າເຮືອ.

ພັນເອກ Bishar Abshir Geddi ຜູ້ບັນຊາການກຳລັງຕຳຫຼວດ​ ໂມກາດິສຊູ ໄດ້ບອກ ວີ ໂອເອວ່າ ເຈົ້າໜ້າທີ່ ໂຊມາເລຍ ກຳລັງສືບສວນຢູ່ວ່າ ລົດບັນທຸກຄັນດັ່ງກ່າວຂັບໂດຍ ຜູ້ ສະລະຊີບຫຼືບໍ່ ຫຼືວ່າມັນໄດ້ຈອດຢູ່ຫັ້ນກ່ອນແລ້ວ.

ພວກກຸ່ມຫົວຮຸນແຮງ Al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບໃນເຫດການໂຈມຕີ ດັ່ງກ່າວ.

ກຸ່ມນັ້ນເວົ້າວ່າ ຜູ້ໂຈມຕີສະລະຊີບຄົນນັ້ນ ໄດ້ຂັບລົດຄັນດັ່ງກ່າວໄປຍັງສະຖານີຂອງກຳ ລັງຮັກສາຄວາມປອດໄພຢູ່ນອກທີ່ເຮືອດັ່ງກ່າວ. ແຕ່ພວກເຫັນເຫດການທັງຫຼາຍ ແລະ ຕຳຫຼວດເວົ້າວ່າ ລົດລະເບີດຄັນນັ້ນ ໄດ້ໄປຕຳເອົາດ່ານພາສີອາກອນ ເວລາພວກພະນັກ ງານ ແລະ ກຳມະກອນພາກັນລຽນແຖວຢູ່ ເພື່ອຈະເຂົ້າໄປເຮັດວຽກ.

ຜູ້ບໍລິຫານທ່າເຮືອ ໂມກາດິສຊູ ແມ່ນບໍລິສັດ ອາລເບຣັກ ຂອງ ເທີກີ ຊຶ່ງມີສັນຍາ 20 ປີ ກັບລັດຖະບານ ໂຊມາເລຍ ເພື່ອປັບປຸງແລະບໍລິຫານທ່າກໍ່າປັ່ນດັ່ງກ່າວ.

ມັນບໍ່ເປັນທີ່ແຈ້ງຂາວວ່າມີຊາວ ເທີກີ ຄົນໃດໄດ້ຮັບບາດເຈັບຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG