ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການໂຈມຕີ ສະຖານີຕຳຫຼວດ ຢູ່ພາກເໜືອ ຂອງອິນເດຍ


ແຜນທີ່ ປະເທດອິນເດຍ
ແຜນທີ່ ປະເທດອິນເດຍ

ມື​ປືນຊາຍ​ຄົນ​ໜຶ່ງ ​ໄດ້​ໂຈມ​ຕີ ສະຖານີ​ຕຳ​ຫລວດ ​ໃນ​ລັດ Punjab
​ຢູ່ພາກ​ເໜືອ ຂອງ​ປະ​ເທດ​ອິນ​ເດຍ ​ໃກ້​ກັບ​ຊາຍ​ແດນ​ຕິດ​ກັບ
​ປາ​ກິ​ສຖານ ທີ່​ໄດ້ສັງຫານ​ຢ່າງ​ນ້ອຍ 6 ຄົນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ມື​ປືນຊາຍ​ຈຳນວນ​ໜຶ່ງ ທີ່​ຕິດ​ອາວຸດ
​ເຕັມ​ໂຕ ​ໄດ້​ໂຈມ​ຕີ ຄິວ​ລົດ​ເມ​ ໃນ​ວັນ​ຈັນ​ມື້ນີ້ ກ່ອນ​ບຸກ​ໂຈມ​ຕີ
ສະຖານີ​ຕຳຫລວດ ​ໃນ​ເມືອງ Gurdaspur. ສື່​ຂ່າວ​ຕ່າງໆ ລາຍ
ງານ​ວ່າ ຢ່າງ​ນ້ອຍ ​ໃນ​ຈຳນວນ​ຂອງຜູ້​ເຄາະ​ຮ້າຍທັງ​ໝົດ 2 ຄົນ
​ແມ່ນ​ເປັນ​ພົນລະ​ເຮືອນ.

ພວກ​ຄົນ​ຮ້າຍ​ທີ່ທຳ​ການ​ໂຈມ​ຕີ ແມ່ນໄດ້​ລີ້​ຊ່ອນ​ຢູ່​ໃນ​ຄ້າຍ​ທະຫານ
​ແລະ ​ໄດ້​ຍິງຕໍ່ສູ້​ກັບ​ເຈົ້າໜ້າ​ທີ່​ຕຳຫລວດ. ລາຍ​ງານ​ຂ່າວ​ໃນ​ອິນ​ເດຍ ຍັງ​ກ່າວ​ວ່າ ​ເຈົ້າໜ້າ​ທີ່
ຕຳຫລວດ ​ໄດ້​ພົບ​ເຫັນ ລະ​ເບີດ 5 ລູກ ຢູ່ລາງ​ລົດ​ໄຟ​ ໃນ​ບໍລິ​ເວນ​ດັ່ງກ່າວອີກ.

ລັດຖະມົນຕີ ກະຊວງ​ພາຍ​ໃນ ຂອງ​ອິນ​ເດຍ ທ່ານ Rajnath Singh ກ່າວ​ຕໍ່​ຜູ້​ສື່​ຂ່າວວີ​ໂອ​ເອ
ວ່າ ທ່ານ​ໄດ້​ອອກ​ຄຳ​ສັ່ງ ​ໃຫ້​ເພີ້​ມການ​ຮັກສາ​ຄວາມ​ປອດ​ໄພ ຢູ່​ຕາມຊາຍ​ແດນ ກັບ​
ປາ​ກິ​ສຖານ ​ໃນ​ການ​ຮັບ​ມື ກັບ​ເຫດການ​ດັ່ງກ່າວ.

ບໍ່​ມີ​ເຄົ້າມູນ​ເລີຍ​ວ່າ ຜູ້​ໃດ​ເປັນ​ຜູ້​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ແຕ່​ຫາກ​ວ່າ
ສື່​ຂ່າວ​ບາງ​ສ່ວນ ລາຍງານ​ວ່າ ພວກ​ທຳ​ການ​ໂຈມ​ຕີ ອາດ​ຂ້າມ​ເຂົ້າມາ​ໃນລັດ Punjab
ຈາກແຄ້ວນ Kashmir ທີ່​ອິນ​ເດຍຄວບ​ຄຸມຢູ່ນັ້ນ.

ລັດ Punjab ​ເປັນ​ສະຖານ​ທີ່ ຂອງ​ການ​ກໍ່​ການ​ກະບົດ​ຕໍ່​ອິນ​ເດຍ ໂດຍນິກາຍ Sikh ໃນຊຸມ
ປີ 1980.

India Attack
please wait
Embed

No media source currently available

0:00 0:00:53 0:00


XS
SM
MD
LG