ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນເສຍຊີວິດ ໃນການໂຈມຕີ ສູນກາງສັກຢາ ກັນໂປລິໂອ ໃນປາກິສຖານ


ຕຳຫລວດປາກິສຖານ ແລະຜູ້ກູ້ໄພ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ວາງລະເບີດ ທີ່ເມືອງ Quetta ໃນປາກິສຖານ.
ຕຳຫລວດປາກິສຖານ ແລະຜູ້ກູ້ໄພ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ວາງລະເບີດ ທີ່ເມືອງ Quetta ໃນປາກິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແລະເຈົ້າ​ໜ້າ​ທີ່ໂຮງໝໍ ກ່າວ​ວ່າ
ການ​ໂຈມ​ຕີສະລະ​ຊີບ ​ໃນ​ວັນ​ພຸດ​ມື້​ນີ້​ຢູ່ ທີ່ສູນ​ກາງ​ສັກ​ຢາ​ປ້ອງ​
ກັນ​ໂປ​ລິ​ໂອ ​ທາງ​ພາກ​ໃຕ້​ປາ​ກິ​ສຖານ ​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​
ຢ່າງ​ໜ້ອຍ 14 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ 23 ຄົນ.

ພວກ​ນາຍໝໍ​ກ່າວ​ວ່າ ຫ້າ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບນັ້ນ ແມ່ນ​ມີ​ອາ
ການ​ສາຫັດ ​ແລະ​ຈຳນວນ​ຜູ້​ເສຍ​ຊີວິດ​ອາດຈະ​ເພີ້​ມຂື້ນຕື່ມ.

ການ​ໂຈມ​ຕີ​ເກີດ​ຂື້ນ​ຢູ່​ທີ່​ເມືອງ Quetta ​ເມືອງ​ເອກຂອງແຂວງ
Balochistan ທີ່​ເກີດ​ເຫດການ​ຮຸນ​ແຮງຢູ່​ເລື້ອຍໆ ແລະ​ບັນດາ​
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ຜູ້​ໄດ້​ຮັບ​ບາດ​ເຈັບ​ ແມ່ນ​ໜ່ວຍຮັກສາ​ຄວາມ​ປອດ​ໄພ.

ເມືອງ Quetta ປະເທດປາກິສຖານ
ເມືອງ Quetta ປະເທດປາກິສຖານ

ທ່ານ Imtiaz Shah ​ນາຍຕຳຫລວດອະ​ວຸໂສ​ຄົນ​ໜຶ່ງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ກ່ຽວກັບ​ຜູ້
ວາງ​ລະ​ເບີດ​ສະລະ​ຊີບວ່າ ມີດິນ​ລະ​ເບີດຢ່າງ​ໜ້ອຍເຈັດ​ກິ​ໂລຜູກ​ຕິ​ດຢູ່​ກັບ​ຮ່າງກາຍ​ຂອງ
​ລາວ ​ແລະ​ລາວ​ໄດ້​ຢ່າງ​ເຂົ້າ​ໄປ​ຫາ​ບ່ອນທີ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພະນັກງານ
​ຮັກສາສຸຸຂະ​ພາບ​ທີ່​ເປັນ​ພົນລະ​ເຮືອນໂຮມ​ຊຸມນຸມ​ກັນ ຢູ່ ​ແລ້ວ​ກໍ​ບີບຄະ​ນວນ​ລະ​ເບີ​ດ​ໃຫ້
​ແຕກ​ຂຶ້ນ.

​ໂຄສົກ​ຄົນ​ໜຶ່ງ​ຂອງ​ພວກ​ນອກ​ກົດໝາຍ Tehreek-e-Talibanໄດ້​ອ້າງ​ເອົາ ຄວາ​ມຮັບ
ຜິດຊອບຢູ່​ໃນ​ຖະ​ແຫລ​ງການ​ຕໍ່​ບັນດາ​ນັກຂ່າວ. ພັນທະ​ມິດຫົວ​ຮຸນ​ແຮງ​ຈັດ ​ຂອງ​ກຸ່ມທີ່​
ຮ້ອງ​ກັນ​ວ່າ ຕາ​ລີ​ບານ​ໃນປາ​ກິ​ສຖານໄດ້​ທຳ​ການ​ກໍ່ກະບົດ​ທີ່​ຮ້າຍ ແຮງຕໍ່​ຕ້ານລັດຖະ
ບານ ​ແລະ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ການ​ສັງຫານ​ຊາວ​ປາ​ກິ​ສຖານ​ຫລາຍ​ພັນ​ຄົນ​ໃນ​ບໍ່​ເທົ່າ​ໃດ
​ປີ​ທີ່​ຜ່ານ​ມານີ້​. ​ເຖິງ​ຢ່າງ​ໃດ​ກໍ​ດີ ທະຫານ​ໄດ້​ນຳພາການປະຕິບັດ​ງານ​ ບຸກ​ເຂົ້າ​ໄປ​ໃນ​ເຂດ​
ທີ່​ໝັ້ນ​ຂອງກຸ່ມ Tehreek-e-Taliban ​ໃນເຂດ​ຕາ​ເວັນ​ຕົກ​ສຽງເໜືອ ​ແລະ​ແຫ່ງ​ອຶ່ນໆຢູ່
ໃນ​ປະ​ເທດ ແລະໄດ້​ພາໃຫ້​ມີການ​ຫລຸດ​ຜ່ອນລົງ​ທີ່​ສຳຄັນ ຂອງ​ພວກຫົວຮຸນ​ແຮງໃນ​ປີ​ທີ່
​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ແຂວງ ກ່າວ​ວ່າ ພວກ​ສັກ​ຢາ ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ພາ
ກັນ​ເຕົ້າ​ໂຮມກັນ​ຢູ່​ສູນ​ກາງ​ສັກ​ຢາ ​ໃນ​ວັນ​ພຸດ​ມື້​ນີ້ ກ່ອນ​ຈະ​ອອກ​ໄປ​ປະຕິບັດ​ງານ ​ໃນທົ່ວ​
ເມືອງ Quetta ​ໃນ​ລະຫວ່າງ​ການ​ສັກ​ຢາເປັນ​ເວລາສາມ​ວັນ ​ເວລາ​ລ​ະ​ເບີດ​ໄດ້​ແຕກ​ຂື້ນ.​

PAKISTAN Attack
please wait
Embed

No media source currently available

0:00 0:01:16 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG