ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີສະລະຊີບ ສັງຫານ 7 ຄົນ ຢູ່ພາກຕາເວັນອອກ ຂອງອັຟການິສຖານ


Bollivud yulduzi Shri Devi dafn marosimi. Mumbay, Hindiston&nbsp;<br />
<br />
The body of Indian actress Sridevi is carried in a truck during her funeral in Mumbai. Thousands of mourning fans paid their respects to the iconic Bollywood actress who drowned accidentally in a Dubai hotel bathtub over the weekend.
Bollivud yulduzi Shri Devi dafn marosimi. Mumbay, Hindiston&nbsp;<br /> <br /> The body of Indian actress Sridevi is carried in a truck during her funeral in Mumbai. Thousands of mourning fans paid their respects to the iconic Bollywood actress who drowned accidentally in a Dubai hotel bathtub over the weekend.

ບັນດາເຈົ້າໜ້າທີ່ ຢູ່ໃນພາກຕາເວັນອອກຂອງອັຟການິສຖານ
ກ່າວວ່າ ການ​ໂຈມ​ຕີ​ດ້ວຍ​ອາວຸດ​ປືນ ແລະ ລະເບີດ ໃນວັນພຸດ
ມື້ນີ້ ຢູ່ໃນເມືອງ Jalalabad ໄດ້ສັງຫານເຈົ້າໜ້າທີ່ ຮັກສາຄວາມ
ປອດໄພ 7 ຄົນ ແລະ ເຮັດໃຫ້ອີກ 10 ຄົນ ບາດເຈັບ ລວມທັງ
ພົນລະເຮືອນ 3 ຄົນ.

ຕຳຫຼວດອັຟການິສຖານ ແລະ ພວກທີ່ເຫັນເຫດການ ກ່າວວ່າ
ການໂຈມຕີໄດ້ເລີ້ມຂຶ້ນດ້ວຍລະເບີດຂະໜາດແຮງຫຼາຍໆຄັ້ງ
ຢູ່ໃກ້ໆກົງສຸນປາກິສຖານ ຊຶ່ງຕັ້ງຢູ່ໃກ້ໆກັບ ກົງສຸນຂອງອິນເດຍ,
ໂຮງໝໍ ແລະ ໂຮງຮຽນຫຼາຍຫຼັງ.

ຜູ້​ບັນຊາ​ການຕຳຫຼວດຂອງແຂວງ ນາຍພົນ Fazal Mohammad Sherzad ກ່າວຕໍ່
ບັນດານັກຂ່າວ ວ່າ ພວກທຳການໂຈມຕີ 3 ຄົນ ແນເປົ້າໝາຍໃສ່ກົງສຸນຂອງປາກິສຖານ
ແລະ ໄດ້ວາງແຜນຈະບຸກເຂົ້າໄປ ໃນສະຖານທີ່ນັ້ນ ຈາກບ້ານພັກ ທີ່ຢູ່ຕິດກັບກົງສຸນ
ປາກິສຖານ. ແຕ່ທ່ານກ່າວວ່າ ກຳລັງຮັກສາຄວາມປອດໄພ ໄດ້ປິດລ້ອມບ້ານພັກ ດັ່ງ
ກ່າວ​ໄວ້ ແລະ ໄດ້ ສັງຫານພວກເຂົາ ໃນການຍິງຕອບໂຕ້ກັນເປັນເວລາ 2 ຊົ່ວໂມງ.

ແຫລ່ງຂ່າວທາງດ້ານການທູດຂອງປາກິສຖານ ບອກວີໂອເອວ່າ ພວກໂຈມຕີ ບໍ່ໄດ້ເຂົ້າ
ໄປໃນກົງສຸນ ແລະ ພວກພະນັກງານກົງສຸນ ແມ່ນປອດໄພດີ.

ຍັງບໍ່ມີກຸ່ມ​ໃດອ້າງເອົາຄວາມຮັບຜິດຊອບໃນທັນທີເທື່ອ. Jalalabad ເປັນເມືອງ​ເອກ
ຂອງ ແຂວງ Nangarhar ຕັ້ງຢູ່ທາງພາກຕາເວັນອອກຂອງ​ປະ​ເທດ ທີ່ຕິດກັບປາກິສຖານ
ບ່ອນທີ່ພວກກະບົດຕາລີບານ ແລະ ພວກນັກລົບທີ່ຈົງ​ຮັກພັກດີຕໍ່ກຸ່ມລັດອິສລາມ ເຄື່ອນ
ໄຫວຢູ່ນັ້ນ.

ການໂຈມຕີໃນວັນພຸດມື້ນີ້ ມີຂຶ້ນໃນຂະນະທີ່ ບັນດາຄະນະຜູ້ແທນຈາກ ອັຟການິສຖານ
ປາກິສຖານ ຈີນ ແລະ ສະຫະລັດ ກຳລັງປະຊຸມກັນ ຢູ່ໃນນະຄອນຫຼວງ Islamabad ຊຶ່ງ
ເປັນການຟື້ນຟູຄວາມພະຍາຍາມ ຄັ້ງໃໝ່ທີ່ແນໃສ່ ຫາ​ທາງຍຸດຕິສົງຄາມທີ່ແກ່ຍາວມາໄດ້
15 ປີລະຫວ່າງ ລັດຖະບານອັຟການິສຖານ ທີ່ສະໜັບສະໜູນໂດຍສະຫະລັດ ແລະ ກຸ່ມ
ຕາລີບານທີ່ເຄີຍໄດ້ປົກຄອງປະເທດມາແລ້ວ.

Afghanistan Attack
please wait
Embed

No media source currently available

0:00 0:00:39 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG