ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງ ​ຕໍ່​ຕ້ານ​ລັດ​ຖະ​ບານ​ ທີ່​ຮຸນ​ແຮງ ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ ອີ​ຣັກ


ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ອີ​ຣັກ ຍິງ​ແກັ​ສ​ນ້ຳ​ຕາ ໃນ​ເວ​ລາ​ທີ່​ກີດ​ກັ້ນ​ຖະ​ນົນ ອາ​ລ-ຣາ​ຊິດ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ. ນະ​ຄອນຫຼວງ ແບັກ​ແດດ, ອີ​ຣັກ. 17 ພະ​ຈິກ, 2019.
ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ອີ​ຣັກ ຍິງ​ແກັ​ສ​ນ້ຳ​ຕາ ໃນ​ເວ​ລາ​ທີ່​ກີດ​ກັ້ນ​ຖະ​ນົນ ອາ​ລ-ຣາ​ຊິດ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ. ນະ​ຄອນຫຼວງ ແບັກ​ແດດ, ອີ​ຣັກ. 17 ພະ​ຈິກ, 2019.

ຜູ້​ປະ​ທ້ວງ ອີ​ຣັກ ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ ແລະ ຫຼາຍ​ກວ່າ 30 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງໃໝ່​ເມື່ອ​ວັນ​ອາ​ທິດ​ວານນີ້ ຢູ່​ຂົວ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ແບັກ​ແດດ.

ຜູ້​ປະ​ທ້ວງ​ໃນ​ເວ​ລານີ້​ໄດ້​ຄວບ​ຄຸມ​ຂົວ​ສາມ​ແຫ່ງ​ທີ່​ຂ້າມ​ແມ່​ນ້ຳ ຕີກ​ຣິ​ສ ໄປ​ຫາ​ເຂດ​ສີ​ຂຽວ​ທີ່​ຖືກປ້ອງ​ກັນ​ຢ່າງ​ໜັກ, ເຊິ່ງ​ແມ່ນພື້ນທີ່​ຂອງ​ລັດ​ຖະ​ບານ ອີ​ຣັກ.

ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ແລ້ວນີ້ ກ່ຽວ​ກັບ ການ​ຂາດ​ວຽກ​ເຮັດ​ງານ​ທຳ ແລະ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ ແລະໄດ້​ລາມ​ໄປ​ຮອດ​ການ​ສໍ້​ລາ​ດ​ບັງຫຼວງ ແລະ ລາຍ​ໄດ້​ທີ່ບໍ່​ເທົ່າ​ທຽມ​ກັນ. ປັດ​ຈຸ​ບັນ​ນີ້​ຜູ້​ປະ​ທ້ວ​ງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ລັດ​ຖະ​ບານ​ໃໝ່​ທັງ​ໝົດ.

ການ​ປະ​ທ້ວງ​ໄດ້​ແຜ່​ລາມ​ອອກ​ຈາກ​ນະ​ຄອນຫຼວງ ແບັກ​ແດດ ເຂົ້າ​ຫາ​ເມືອງ​ອື່ນໆ​ໃນ​ພາກ​ໃຕ້ ແລະ ພາກ​ກາງ​ຂອງ ອີ​ຣັກ. ຜູ້​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ໄດ້​ກີ​ດ​ກັ້ນ​ຖະ​ໜົນ ແລະ ທຳ​ລາຍ​ຫ້າງ​ຮ້ານ​ທຸ​ລະ​ກິດ​ຕ່າງໆ​.

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ໃຊ້​ລູກ​ປືນ​ແທ້, ແກັ​ສ​ນ້ຳ​ຕາ ແລະ ລະ​ເບີດທີ່​ເຮັດ​ໃຫ້​ໝົດ​ສະ​ຕິ ແຕ່ບໍ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ ຕໍ່​ຜູ້​ປະ​ທ້ວງ​ທີ່​ສ່ວນ​ໃຫຍ່​ບໍ່​ມີ​ອາ​ວຸດ, ສັງ​ຫານຫຼາຍກວ່າ 320 ຄົນ ແລະ ບາດ​ເຈັບຫຼາຍ​ພັນ​ຄົນ.

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອີ​ຣັກ ໄດ້​ຖືກວິ​ພາກວິ​ຈານ​ຢ່າງ​ນັກ​ສຳ​ລັບ​ການ​ໃຊ້​ກຳ​ລັງ​ເຖິງ​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ພົ​ນ​ຕີ ກາ​ນາ​ດາ ທ່ານ ແດ​ນີ ຟໍ​ຕິນ, ຫົວ​ໜ້າ​ກອງ​ກຳ​ລັງ​ປະ​ຈຳ ອີ​ຣັກ ຂອງ​ອົງ​ການ NATO ທີ່​ກຳ​ລັງ​ຈະ​ອອກ​ຈາກ​ຕຳ​ແໜ່ງ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ໃນ​ຂະ​ນະ​ທີ່​ເຫດ​ດັ່ງ​ກ່າວ​ແກ່​ຍາວ​ມາ​ໄດ້ 6 ອາ​ທິດນັ້ນ ມັນ​ແມ່ນ​ຄວາມ​ຫາ​ຍະ​ນະ​ແທ້ໆ, ອົງ​ການ NATO ຈະ​ສືບ​ຕໍ່​ຮຽກ​ຮ້ອງ​ການ​ຍັບ​ຢັ້ງ​ຕໍ່​ລັດ​ຖະ​ບານ​ຂອງ ອີ​ຣັກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG