ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງນ້ອຍ 58 ຄົນ ເສຍຊີວິດ ຈາກ​ການ​ໂຈມ​ຕີ ທີ່​ສົງ​ໄສ​​ວ່າ​ ເປັນ​ແກັສພິດ ​ໃນ​ ຊີ​ເຣຍ


Syria Gas Attack
please wait
Embed

No media source currently available

0:00 0:01:00 0:00

ການ​ໂຈມ​ຕີທີ່​ສົງ​ໄສ​ທີ່​ວ່າ​ເປັນ​ແກັສພິດ ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ​ໄດ້​ສັງຫານ ຢ່າງ​ນ້ອຍ 58 ຄົນ ​ແລະເຮັດ​ໃຫ້​ມີ​ຜູ້​ລົ້ມ​ປ່ວຍ​ອີກ​ຫຼາຍກວ່າ 200 ຄົນ.

ກຸ່ມສິ້ງຊອມສິດທິ​ມະນຸດ ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດກ່າວ​ວ່າ ມີພວກ​ເດັກນ້ອຍ ຢ່າງ​ນ້ອຍ 9 ຄົນ ​ຮວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ທາງອາກາດ ທີ່ເບິ່ງ​ຄື​ວ່າ ​ພົວພັນ​ດ້ວຍ​ລະ​ເບີດ​ເຄມີ.

ກຸ່ມສິ້ງຊອມດັ່ງກ່າວ ​ເວົ້າ​ວ່າ ພວກ​ເຄາະ​ຮ້າຍຫຼາຍຄົນ​ໃນ​ການ​ໂຈມ​ຕີ ທີ່​ເມືອງ Khan Sheikhoun ​ໃນ​ແຂວງ Idlib ທາງ​ພາກ​ເໜືອຂອງປະ​ເທດ ພາກັນຫາ​ຍ​ໃຈ​ບໍ່​ອອກ, ​ແໜ້ນ
​ໜ້າອົກ ອາ​ຈຽນ ​ແລະ​ມີ​ຝອດ​ອອກ​ມາເຕັມ​ປາກ.

Khan Sheikhoun, Syria
Khan Sheikhoun, Syria

ກຸ່ມສິ້ງຊອມສິດທິ​ມະນຸດ ທີ່​ມີ​ສຳນັກງານ​ຢູ່​ອັງກິດກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ​ເຮືອບິນ​ລົບຂອງ Russia ຫຼືຂອງ Syria ​ກັນ​ແທ້ ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ຄັ້ງນີ້.

ແຂວງ Idlib ​ແມ່ນ​ໄດ້​ຖືກ​ຄອບ​ຄຸມ​ໂດຍ​ພວກ​ຕໍ່ຕ້ານ​ລັດຖະບານ ທີ່​ໄດ້ເຮັດ​ສົງຄາມ​ຕໍ່ຕ້ານ​
ອຳນາດ​ການ​ປົກຄອງ ​ຂອງ​ປະທານາທິບໍດີ Bashar al-Assad ນັບ​ຕັ້ງ​ແຕ່​ປີ 2001
​ເປັນຕົ້ນມາ ທີ່ເຮັດ​ໃຫ້ມີ​ຜູ້​ຄົນ 400 ພັນ ຄົນ​ເສຍ​ຊີວິດ ​ແລະ​ຫຼາຍ​ລ້ານ​ຄົນ ອົບ​ພະຍົບລົບ​
ໄພ​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.

Syria ​ໄດ້​ຖືກ​ກ່າວ​ຫາ​ວ່າ​ ນຳ​ໃຊ້ອາວຸດ​ເຄມີ ຕໍ່ພວກພົນລະ​ເຮືອນ​ ຊຶ່ງ​ເປັນ​ການ​ກ່າວ​ຫາ
ທີ່​ທາງອຳນາດ​ການ​ປົກຄອງ Assad ໄດ້​ປະຕິ​ເສດ​ໄປ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG