ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນຕາຍ ທີ່ສະພາສະຫະລັດ ຕ້ອງປະຕິບັດ ແມ່ນ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ ສຳ​ລັບ​ລັດ​ຖະ​ບານ​ກາງ


ຜູ້ນຳສະພາສູງສຽງສ່ວນຫຼາຍ ທ່ານຈັກ ຊູເມີຣ ( Chuck Schumer) ສັງກັດພັກເດໂມແຄຣັດ ຈາກລັດນິຢອກ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ລັດຖະສະພາ ນະຄອນຫຼວງວໍຊິງຕັນ ວັນທີ 16 ພະຈິກ 2021.
ຜູ້ນຳສະພາສູງສຽງສ່ວນຫຼາຍ ທ່ານຈັກ ຊູເມີຣ ( Chuck Schumer) ສັງກັດພັກເດໂມແຄຣັດ ຈາກລັດນິຢອກ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ລັດຖະສະພາ ນະຄອນຫຼວງວໍຊິງຕັນ ວັນທີ 16 ພະຈິກ 2021.

ບັນດາສະມາຊິກສະພາມີວຽກງານທີ່ຫຍຸ້ງຍາກຫຼາຍຢ່າງຕໍ່ໜ້າ ໃນຂະນະທີ່ເຂົາເຈົ້າປະ
ເຊີນກັບເສັ້ນຕາຍທີ່ສຳຄັນ ໃນດ້ານງົບປະມານ ແລະມາດຕະການດ້ານປ້ອງກັນປະເທດ
ແລະໃນອັນທີ່ພັກເດໂມແຄຣັດ ມີຄວາມຫວັງທີ່ຈະສຳເລັດລຸລ່ວງ ໂຄງການໃນມູນຄ່າ 2
ພັນຕື້ໂດລາ ກ່ຽວກັບການຮັກສາສຸຂະພາບ ດິນຟ້າອາກາດ ແລະໂຄງການບໍລິການ
ຕ່າງໆແກ່ຄອບຄົວ.

ໃນຂະນະທີ່ບັນດາສະມາຊິກສະພາກັບຄືນມາ ວໍຊິງຕັນ ໃນວັນຈັນວານນີ້ ບັນຫາທີ່ຮີບ​
ດ່ວນທີ່ສຸດທີ່ເຂົາເຈົ້າປະເຊີນໜ້າກໍແມ່ນການໃຫ້ທຶນສຳລັບລັດຖະບານກາງ. ຂໍ້ຕົກລົງ​
ການໃຫ້ທຶນຊົ່ວຄາວ ເທື່ອກ່ອນນີ້ ທີ່ມີຂຶ້ນໃນທ້າຍເດືອນກັນຍາ ອະນຸຍາດໃຫ້ບັນດາພະ
ແນກການຕ່າງໆຂອງລັດຖະບານສາມາດສືບຕໍ່ປະຕິບັດງານໄປຈົນຮອດວັນທີ 3 ທັນວາ
ແຕ່ນັ້ນໝາຍຄວາມວ່າ ຂໍ້ຕົກລົງໃໝ່ຕ້ອງໄດ້ບັນລຸກັນ ພາຍໃນວັນສຸກຈະມາເຖິງນີ້ ເພື່ອ
ຫລີກລ່ຽງ ບໍ່ໃຫ້ມີການປິດໂຮງການຂອງລັດຖະບານ.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່່ານ​ຊັກ ຊູເມີ ໄດ້ປະກາດໃນວັນຈັນວານນີ້ວ່າ ສະພາ
ຈະຮັບຜ່ານຮ່າງກົດໝາຍ ເພື່ອໃຫ້ທຶນຊົ່ວຄາວສຳລັບການປະຕິບັດ ງານຂອງລັດຖະບານ.

ທ່ານ​ໄດ້ກ່າວຢູ່ໃນ​ຄຳ​ຖະ​ແຫຼງ ທີ່ຫ້ອງປະຊຸມ​ຂອງສະພາສູງວ່າ “ມີບັນຫາທີ່ສຳ ຄັນຫຼາຍ
ຢ່າງ ສິ່ງສຸດທ້າຍທີ່ຊາວອາເມຣິກັນຕ້ອງການ ໃນປັດຈຸບັນນີ້ ກໍຄື ການປິດລັດຖະບານ.”

ບັນດາຜູ້ຊ່ວຍລັດຖະສະພາ ກ່າວວ່າ ການລົງຄະແນນສຽງອາດຈະມີຂຶ້ນໃນວັນພຸດມື້​ອື່ນ
ນີ້ ແລະສະພາອາດຈະໃຫ້ທຶນແກ່ລັດຖະບານໄປຈົນເຖິງເດືອນມັງກອນ ຫຼືບໍ່​ກໍກຸມພາ.

ເວລາໃດທີ່ສະພາຮັບຜ່ານຮ່າງກົດໝາຍເພື່ອໃຫ້ທຶນແກ່ລັດຖະບານ ໃນບໍ່ຊ້າ​ກໍຈະຕ້ອງ
ເວົ້າເຖິງຂອບເຂດການຈຳກັດໜີ້ສິນ ທີ່ຈະເພີ້ມຂຶ້ນຈາກລະດັບປັດຈຸບັນ ຫຼືບໍ່ກໍໂຈະຂີດ
ຈຳກັດໜີ້ສິນ ທີ່ກະຊວງການເງິນຈະໄດ້ຮັບອະນຸຍາດໃຫ້ໃຊ້ຈ່າຍ ໄດ້. ​ຖ້າ​ບໍ່​ມີ​ການ​ເອົາ
ມາດຕະການໃດໆແລ້ວ ລັດຖບານຈະຕ້ອງມີການຊັກຊ້າໃນການຈ່າຍເງິນຫຼືແມ່ນກະທັງ
ບໍ່ໄດ້ຈ່າຍໜີ້ສິນຈຳນວນນຶ່ງຕາມພັນທະຂອງຕົນ ພ້ອມດ້ວຍໂອກາດທີ່ຈະສ້າງຄວາມ
ສະຫລັບຊັບຊ້ອນຕໍ່ຕະຫຼາດການເງິນ ແລະເສດຖະກິດໂລກ.

ວັນເສັ້ນຕາຍຈຳກັດທີ່ແທ້ຈິງຂອງໜີ້ສິນ ຍາກທີ່ຈະບອກໄດ້ເພາະວ່າ ພົວພັນກັບຄວາມ
ໝັ້ນໝາຍ/ໃນການສ້າງຄວາມກ້ຳເກິງສຳລັບການໃຊ້ຈ່າຍຂອງລັດຖະບານ ພ້ອມດ້ວຍ
ເງິນທີ່ລັ່ງໄຫລເຂົ້າມາສູ່ຄັງ. ແຕ່ລັດຖະມົນຕີກະຊວງການເງິນ ທ່ານນາງແຈແນັດ ແຢລ
ເລິນ (Janet Yellen) ໄດ້ກ່າວວ່າ ການຈຳກັດໜີ້ສິນອາດສາມາດບັນລຸກັນໄດ້ ໃນເດືອນ
ທັນວານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG