ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຄາ​ລິ​ຟໍ​ເນຍ ກຳ​ລັງ​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ


​ພໍ່​ນາ ທ່ານ​ຈອນ ຮັອກ (John Hawk) ກຳ​ລັງ​ຢືນ​ເບິ່ງ​ດິນ​ຂອງ​ລາວ ໃນ​ຂະ​ນະ​ທີ່​ເປັ່ງ​ນ້ຳເຂົ້າ​ໃສ່​ສວນ​ຜັກ​ບົ່ວ ຢູ່​ເມືອງ Holtville, ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ. 3 ກັນ​ຍາ 2002
​ພໍ່​ນາ ທ່ານ​ຈອນ ຮັອກ (John Hawk) ກຳ​ລັງ​ຢືນ​ເບິ່ງ​ດິນ​ຂອງ​ລາວ ໃນ​ຂະ​ນະ​ທີ່​ເປັ່ງ​ນ້ຳເຂົ້າ​ໃສ່​ສວນ​ຜັກ​ບົ່ວ ຢູ່​ເມືອງ Holtville, ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ. 3 ກັນ​ຍາ 2002

ສະ​ພາບ​ແຫ້ງ​ແລ້ງ ​ໄດ້ເຮັດ​ໃຫ້​ເ​ກີດ​ວິ​ກິດ​ການ​ຂາດ​ແຄນ​ນ້ຳ​ໃ​ຊ້ ຢູ່ໃນຫລາຍໆ​ລັດ ເຊັ່ນລັດ​ແມັ​ສ​ຊາ​ຈູ​ແຊັສຢູ່​ທາງ​ພາກ​ຕາເວັນ​ອອກສຽງ​ເໜືອ ລັດໂຄ​ໂລ​ຣາ​ໂດທາ​ງ​ພາກ​ກາງ ແລະລັດ​ຄາ​ລີ​ຟໍ​ເນຍ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ເຫລົ່າ​ນີ້​ ເປັນ​ຕົ້ນ​.

ຍາ​ນາງ​ສຸ​ພາ​ພອນ ວົງ​ມະ​ນີ ຢູ່​ເມືອງ​ແຊນ​ໂຮ​ເຊໃນ​ລັດ​ຄາ​ລິ​ຟໍ​ເນຍ ໄດ້​ກ່າວ​ເຖິງ​ກົດ​ລະ​ບຽບການ​ປະ​ຢັດການໃຊ້ນ້ຳ ແລະ​ຄວາມ​ບໍ່​ສ​ະ​ດວກ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ແມ່​ນ້ຳໂຄ​ໂລ​ຣາ​ໂດ​ໄຫລ​ອ້ອມວົງ Horseshoe Bend ຢູ່​ສ​ວນ​ອຸດ​ທະ​ຍານ​ແຫ່ງ​ຊາດ Glen Canyon ທີ່​ລັດອາ​ຣິ​ໂຊ​ນາ ວັນ​ທີ 6 ມິ​ຖຸ​ນາ 2022

ຍາ​ນາງ​ສຸ​ພາ​ພອນ ກ່າວ​ຕໍ່​ໄປ​ອີກວ່າ ຕ້ອງ​ໄດ້​ເກັບ​ເອົາ​ນ້ຳ​ທີ່​ໃຊ້​ແລ້ວ​ນັ້ນ ​ໄວ້​ໄປ​ຫົດ​ພັກ ແລະ​ດອກ​ໄມ້. ​ຊາ​ວ​ອາ​ເມ​ຣິ​ກັນ​ ທີ່​ພາ​ກັນ​ມີ​ເດີ່ນ​ຫຍ້າ​ຂຽວ​ງາມ ​ຢູ່​ຕາມ​ເດີ່ນ​ບ້ານ ບັດ​ນີ້​ແມ່ນ​ຖືກ​ຫ້າມ​ ບໍ່​ໃຫ້​ໃຊ້​ນ້ຳ​ຫົດ​ເປັນ​ເດັດ​ຂາດ ຫລາຍ​ຫລັງ​ຄາ​ເຮືອນຕ້ອງໄດ້ເລີກ​ຫຍ້າ​ອອກ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຫ​ຍ້າແຫ້ງ​ຕາຍທີ່​ຈະ​ເກີດ​ໄຟ​
ໄໝ້. ​ຢູ່​ພາກ​ກາງ​ ລົງ​ໄປ​ຫາ​ພາກໃຕ້ ​ຂອງ​ສະ​ຫະ​ລັດ ​ເກີດ​ມີພາ​ຍຸທີ່​ຮ້າຍ​ແຮງ ມີ​ຝົນ​ຕົກ​ໜັກ​ບໍ່​ເປັນ​ປົກ​ກະ​ຕິ ແລະເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ

ວິ​ກິດ​ການຄວາມ​ແຫ້ງ​ແລ້ງ ຄວາມ​ຮ້ອນ​ເອົາ ກຳ​ລັງເກີດຂຶ້ນ​ຢູ່​ທົວ​ໂລກ ເຮັດ​ໃຫ້​ໄຟ​ໄໝ້​ປ່າ​ລາມ​ມາ​ໃສ່​ບ້ານ​ເຮືອນ ແລະ​ສ້າງ​ຄ​ວາມ​ເສຍ​ຫາຍ​ຢ່າງ​ໜັກ ຍ້ອນ​ການ​ປ່ຽນ​ແປງ​ດີນ​ຟ້າ​ອາ​ກາດ​. ນອກ​ຈາກ​ນັ້ນ​ແລ້ວ​ ນ້ຳ​ກ້ອນ​ຢູ່​ຂົ້ວ​ໂລກ​ເໜືອ ​ໄດ້​ເລີ້ມ​ເປື່ອຍຢ່າງ​ໜ້າ​ວິ​ຕົກ.

ເຮືອ​ລຳ​ນຶ່ງຫລົ້ມຊີ້​ຂຶ້ນ​ຟ້າ ກົ້ນ​ເຮືອ​ຈົ​ມ​ຢູ່​ຂີ້​ຕົມ ຢູ່​ສວນ​ສາ​ທາ​ລະ​ນະ​ຂອງ​ທະ​ເລ​ສາບ Mead ທີ່​ແຫ້ງ​ແລ້ງ ​ຢູ່​ເມືອງ Boulder ວັນ​ທີ 10 ມິ​ຖຸ​ນາ 2022

XS
SM
MD
LG