ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົບເສືອນ້ອຍ ທີ່ຕາຍແລ້ວ 40 ໂຕ ຢູ່ວັດ ແຫ່ງນຶ່ງ ໃນໄທ


ຮູບທີ່ຖ່າຍເມື່ອວັນທີ 30 ພຶດສະພານີ້ ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຄຸ້ມຄອງສັດປ່າ ພວມສັກຢາສະຫລົບ ໃຫ້ເສືອ ທີ່ວັດແຫ່ງນຶ່ງ ໃນຈັງຫວັດການຈະນະບຸຣີ ເພື່ອຍ້າຍເສືອ ປະມານ 137​ ໂຕອອກຈາກວັດແຫ່ງນີ້ ຫລັງຈາກມີການ ກ່າວຫາວ່າ ພະພົວພັນກັບການຄ້າສັດປ່າ.
ຮູບທີ່ຖ່າຍເມື່ອວັນທີ 30 ພຶດສະພານີ້ ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຄຸ້ມຄອງສັດປ່າ ພວມສັກຢາສະຫລົບ ໃຫ້ເສືອ ທີ່ວັດແຫ່ງນຶ່ງ ໃນຈັງຫວັດການຈະນະບຸຣີ ເພື່ອຍ້າຍເສືອ ປະມານ 137​ ໂຕອອກຈາກວັດແຫ່ງນີ້ ຫລັງຈາກມີການ ກ່າວຫາວ່າ ພະພົວພັນກັບການຄ້າສັດປ່າ.

ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ສັດປ່າ​ໃນ​ໄທກ່າວ​ວ່າ ​ເຂົາ​ເຈົ້າ​ໄ​ດ້ຄົ້ນພົບເສືອນ້ອຍ​ 40 ​ໂຕທີ່​ຕາຍ​ແລ້ວ ຢູ່​ວັດ​ສາສະໜາ​ພຸດ​ແຫ່ງ​ນຶ່ງທີ່​ມີ​ການ​ສົງ​ໄສ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າພົວພັນ​ກັບ​ການ ​ຄ້າ​ແລະທໍລະມານ​ສັດປ່າ.

​ພວກ​ລູກເສືອ​ເຫລົ່ານີ້ ​ໄດ້​ຖືກ​ຄົ້ນພົບ​ໃນ​ຕູ້​ນ້ຳ​ແຂງ ​ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ ຍົກຍ້າຍ​ເສືອ​ໃຫຍ່​ຫລາຍ​ສິບ​ໂຕໄປ​ຈາກ​ວັດ​ ທີ່​ຈັງຫວັດ​ການຈະ​ນະ​ບຸ​ຣີ ທີ່​ຕັ້ງຢູ່​ທາງພາກ​ຕາ​ເວັນ​ຕົກ​ຂອງ​ບາງກອກ.

ວັດ​ດັ່ງກ່າວ​ນີ້ ​ໄດ້​ກາຍ​ເປັນ​ສະຖານ​ທີ່ໆ​ພວກ​ນັກ​ທ່ອງ​ທ່ຽວຢາກໄປເບິ່ງ ໂດຍຈ່າຍ​ຄ່າ​ທຳ ນຽມ​ເພື່ອ​ຖ່າຍຮູບ​ກັບ​ລູກ​ເສືອແລະ​ສັດປ່າ​ທີ່​ຫາ​ຍາກ​ອື່ນໆ ຊຶ່ງ​ເຮັດ​ໃຫ້​ພວກ​ພະມີການ​ຂັດ​ແຍ້​ງກັບ​ພວກ​ເຈົ້າໜ້າ​ທີ່​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ຂອງ​ສັດ.

ພວກ​ພະຖືກ​ກ່າວ​ຫາ​ວ່າ ມີ​ສ່ວນ​ຮ່ວມ​ໃນ​ການ​ຄ້າ​ສັດປ່າ​ໃນ​ຕະຫລາດ​ມືດ​ທີ່​ມີ​ກຳໄລ​ງາມໂດຍ​ຂາຍ​ຊິ້ນສ່ວນ​ຕ່າງໆ​ຂອງ​ເສືອ​ເພື່ອ​ນຳ​ໃຊ້​ໃນ​ການ​ເຮັດ​ຢາ​ແຜນບູຮານ​ຂອງ​ຈີນ.

​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ ທີ່​ພິມ​ເຜີຍ​ແຜ່​ທາງ​ເຟສບຸກຂອງ​ຕົນ​ນັ້ນ ວັດ​ແຫ່ງ​ນີ້ກ່າວ​ວ່າ ຕົນ​ບໍ່​ໄດ້​ເຜົາ​ລູກ​ເສືອ ​ທີ່​ໄດ້​ຕາຍ​ບໍ່​ດົນ​ຫລັງ​ຈາກ​ເກີດ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thailand Tigers
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG