ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

22 ຄົນເສຍຊີວິດ ແລະອີກຫຼາຍຄົນ ຫາຍສາບສູນ ຫຼັງຈາກຝົນຕົກໜັກ ເປັນປະຫວັດການ ໃນລັດເທນເນັສຊີ


ລົດກະບະໃຫຍ່ ແລະລົດຄັນ ຖືກນ້ຳພັດຕົກຢູ່ໃນຫ້ວຍ, ວັນທີ 22 ສິງຫາ 2021, ຫຼັງຈາກຝົນຕົກລົງມາຢ່າງໜັກເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ໃນເຂດເມືອງແມັກອີເວນ (McEwen) ລັດເທນເນັສຊີ.
ລົດກະບະໃຫຍ່ ແລະລົດຄັນ ຖືກນ້ຳພັດຕົກຢູ່ໃນຫ້ວຍ, ວັນທີ 22 ສິງຫາ 2021, ຫຼັງຈາກຝົນຕົກລົງມາຢ່າງໜັກເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ໃນເຂດເມືອງແມັກອີເວນ (McEwen) ລັດເທນເນັສຊີ.

ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະບັນດາເຈົ້າໜ້າທີ່ກູ້ໄພໄດ້ຄົ້ນຫາອີກຫຼາຍສິບຄົນທີ່ຍັງຫາຍສາບສູນໃນວັນອາທິດວານນີ້ ທ່າມກາງຊາກຫັກພັງຂອງເຮືອນຊານ ແລະເສດກອງຊິ້ນສ່ວນຕ່າງໆ ຫຼັງຈາກມີຝົນຕົກລົງມາໜັກເປັນປະຫວັດການ ສົ່ງຜົນເຮັດໃຫ້ເກີດນ້ຳຍື່ງຂຶ້ນຖ້ວມ ເຂດຕອນກາງຂອງລັດເທນເນັສຊີ ອີງຕາມລາຍງານຂອງອົງການຂ່າວເອພີ.

ໃນວັນເສົາມື້ກ່ອນ ນ້ຳຖ້ວມໃນພື້ນທີ່ຊົນນະບົດ ເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດຂາດ ແລະຫລັກເສົາສັນຍານໂທລະສັບມືຖືຫຼາຍເສົາແລະສາຍໂທລະສັບລົ້ມ ເຮັດໃຫ້ຫຼາຍຄອບຄົວ ບໍ່ແນ່ໃຈວ່າພວກຄົນທີ່ເຂົາເຈົ້າຮັກແພງທັງຫຼາຍນັ້ນ ລອດຊີວິດຫຼືບໍ່ ຈາກໄພນ້ຳຖ້ວມຮ້າຍແຮງ ທີ່ບໍ່ເຄີຍເຫັນມາກ່ອນນີ້. ທ່ານນາງຄຣິສຕີ ບຣາວນ໌ ເຈົ້າໜ້າທີ່ຄຸ້ມຄອງແລະປະສານງານດ້ານສາທາລະນະສຸກແລະຄວາມປອດໄພຂອງໂຮງຮຽນເຂດເມືອງຮຳຟຣີສ໌ ໄດ້ກ່າວວ່າ ພວກພະນັກງານສຸກເສີນ ໄດ້ຊອກຫາຄົນ ໃນເຮືອນແຕ່ລະຫລັງ.

ຫຼາຍຄົນທີ່ຍັງຫາຍສາບສູນຢູ່ນັ້ນ ດຳລົງຊີວິດຢູ່ໃນຄຸ້ມບ້ານຕ່າງໆບ່ອນທີ່ລະດັບນ້ຳໄດ້ເພີ້ມສູງຂຶ້ນຢ່າງໄວວາ ເຈົ້າໜ້າທີ່ຕຳຫຼວດເມືອງຮຳຟຣີສ໌ ທ່ານຄຣິສ ເດວິສ ໄດ້ກ່າວໄປ. ຊື່ຂອງພວກເຂົາ ໄດ້ຖືກລະບຸໄວ້ຢູ່ກະດານໃນສູນກາງສຸກເສີນຂອງເມືອງດັ່ງກ່າວ ແລະໄດ້ຖືກນຳລົງ ໃນໜ້າເພສບຸກ ຂອງພະແນກເມືອງ ນຳດ້ວຍ.

ຜູ້ທີ່ເສຍຊີວິດລວມມີທັງເດັກນ້ອຍແຝດສອງຄົນຜູ້ທີ່ໄດ້ຖືກນ້ຳພັດອອກຈາກອ້ອມແຂນຂອງພໍ່ເຂົາເຈົ້າ ອີງຕາມການກ່າວຂອງສະມາຊິກຄອບຄົວທີ່ໄດ້ລອດຊີວິດ. ເຈົ້າໜ້າທີ່ຕຳຫຼວດຂອງເມືອງທີ່ມີປະຊາກອນປະມານ 18,000 ຄົນ ຕັ້ງຢູ່ກ້ຳຕາເວັນຕົກຫ່າງຈາກນະຄອນແນສວີລ 96 ກິໂລແມັດ ໄດ້ກ່າວວ່າ ທ່ານໄດ້ສູນເສຍເພື່ອນສະໜິດທີ່ສຸດຄົນນຶ່ງຂອງທ່ານ.

ອົງການອຸຕຸນິຍົມແຫ່ງຊາດຂອງສະຫະລັດ ໄດ້ກ່າວວ່າ ນ້ຳຝົນທີ່ໄດ້ຕົກລົງມາໃນເມືອງຮຳຟຣີສ໌ ນັ້ນ ແມ່ນຫຼາຍເຖິງ 43 ຊັງຕີແມັດ ພາຍໃນເວລາບໍ່ເຖິງ 24 ຊົ່ວໂມງ ເມື່ອວັນເສົາຜ່ານມາ ຊຶ່ງປາກົດວ່າ ໄດ້ທຳລາຍສະຖິຕິຂອງລັດເທນເນັສຊີ ທີ່ໄດ້ບັນທຶກໄວ້ ສຳລັບປະລິມານນ້ຳຝົນທີ່ຕົກລົງມາ ຫຼາຍກວ່າ 8 ຊັງຕິແມັດ.

ຜູ້ປົກຄອງລັດເທນເນັສຊີ ທ່ານບີລ ລີ ໄດ້ເດີນທາງໄປສຳຫຼວດເບິ່ງພື້ນທີ່ດັ່ງກ່າວ ໂດຍຢຸດແວ່ທີ່ຖະໜົນສາຍຫຼັກ ຫຼື Main Street ໃນເຂດເວບເວີລີ (Waverly) ບ່ອນທີ່ເຮືອນຈຳນວນນຶ່ງ ໄດ້ຖືກນ້ຳພັດອອກໄປຈາກຖານທີ່ີຕັ້ງ ແລະພວກຄົນພາກັນຊອກຄົ້ນໃນກອງໄມ້ທ່ອນຫາສິ່ງຂອງສ່ວນຕົວຂອງພວກເຂົາເຈົ້າ.

ນາງເຊີຣລີ ຟອສເຕີ ໄດ້ຮ້ອງໄຫ້ ໃນຂະນະທີ່ຜູ້ປົກຄອງລັດ ໄດ້ຍ່າງເຂົ້າໄປຫາລາວ. ນາງໄດ້ກ່າວວ່າ ນາງຫາກໍໄດ້ຮູ້ຈັກວ່າ ເພື່ອນຄົນນຶ່ງຈາກໂບດຂອງນາງໄດ້ເສຍຊີວິດ.

ນາງຟອສເຕີ ໄດ້ກ່າວຕໍ່ຜູ້ປົກຄອງລັດວ່າ “ຂ້າພະເຈົ້າຄຶດວ່າ ຂ້າພະເຈົ້າຮູ້ສຶກຜ່ານພົ້ນຄວາມຕື່ນຕົກໃຈທັງໝົດອັນນີ້ແລ້ວ. ຂ້າພະເຈົ້າຫາກໍເສຍອົກເສຍໃຈຍ້ອນເພື່ອນຂອງຂ້າພະເຈົ້າ. ເຮືອນຂອງຂ້າພະເຈົ້າແມ່ນບໍ່ເປັນຫຍັງເລີຍ ແຕ່ເພື່ອນຂອງຂ້າພະເຈົ້າບໍ່ຢູ່ແລ້ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG