ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ ມາ​ເລ​ເຊຍ ແລະ ພາກ​ໃຕ້​ຂອງ ໄທ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼ​າຍກວ່າ 30 ​ຄົນ


ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ ມາ​ເລ​ເຊຍ ແລະ ພາກ​ໃຕ້​ຂອງ ໄທ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼ​າຍກວ່າ 30 ​ຄົນ

ອົງ​ການ​ຂ່າວ AP ລາຍ​ງານ​ວ່າ​ເຫດ​ການ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ບໍ​ລິ​ເວນ​ພາກ​ໃຕ້​ຂອງ ໄທ ແລະ ມາ​ເລ​ເຊຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວກວ່າ 30 ຄົນ ແລະ ບໍ່​ມີ​ທີ່​ຢູ່​ອາ​ໄສ​ອີກຫຼາຍ​ສິບ​ພັນ​ຄົນ ຊຶ່ງ​ເຈົ້າ​ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ຕ່າງ​ກໍ​ພະ​ຍາ​ຍາມ​ຫາ​ທີ່ຫຼົບ​ໄພ ແລະ ຈັດ​ທຳ​ແຜນ​ອົບ​ພະ​ຍົບ​ໃຫ້​ແກ່​ຜູ້​ປະ​ສົບ​ໄພ ໃນ​ຂະ​ນະ​ທີ່​ຄາດ​ວ່າ​ຈະ​ມີ​ຝົນ​ຕົກ​ໜັກ​ຮອບ​ໃໝ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ ອັນ​ວາ ອີບ​ຣາ​ຮິມ ກ່າວ​ວ່າ​ຝົນ​ທີ່​ຕົກ​ຢ່າງ​ຕໍ່​ເນື່ອງ 5 ວັນ​ຕິດ​ຕໍ່​ກັນ​ທາງ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ປະ​ເທດເມື່ອ​ອາ​ທິດ​ແລ້ວ ນີ້ ມີ​ປະ​ລິ​ມານ​ທຽບ​ເທົ່າ​ກັບ​ນ້ຳ​ຝົນ​ຕະຫຼອດ 6 ເດືອນ​ທີ່​ຜ່ານ​ມາ. ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ລັດ ກ​ລັນ​ຕັນ ແລະ ລັດ​ຕ​ຣັງ​ກາ​ນູ ທາງ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ.

ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ລະ​ບຸ​ວ່າ​ນ້ຳ​ຖ້ວມ​ຄັ້ງ​ນີ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ນາ​ເຂົ້າ​ຈຳ​ນວນ​ຫຼາຍ ເກີດ​ຄວາມ​ສູນ​ເສຍ​ທາງ​ເສດ​ຖະ​ກິດຫຼາຍ​ລ້ານ​ໂດ​ລາ​ຕໍ່​ຊາວ​ນາ ແລະ ຍັງ​ທຳ​ລາຍ​ຖະ​ໜົນ, ຂົວ ແລະ ໂຄງ​ລ່າງ​ພື້ນ​ຖານ​ຕ່າງໆ​ໃນ​ລັດ ກ​ລັນ​ຕັນ ແລະ ພື້ນ​ທີ່​ອື່ນໆ.

ນາ​ຍົກ ອັນ​ວາ ກ່າວ​ຕໍ່​ລັດ​ຖະ​ສະ​ພາ ມາ​ເລ​ເຊຍ ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຈະ​ຕ້ອງ​ໃຊ້​ງົບ​ປະ​ມານ​ປະ​ມານ 224 ລ້ານ​ໂດ​ລາ​ໃນ​ການ​ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ຈາກ​ນ້ຳ​ຖ້ວມ ລວມ​ທັງ​ກຳ​ລັງ​ພິ​ຈາ​ລະ​ນາ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ກັບ​ຜູ້​ທີ່​ສູນ​ເສຍ​ຊັບ​ສິນ​ຈາກ​ໄພ​ພິ​ບັດ​ຄັ້ງ​ນີ້​ດ້ວຍ.

ຂໍ້​ມູນ​ຂອງ​ສູນ​ຈັດ​ການ​ໄພ​ພິ​ບັດ​ແຫ່ງ​ຊາດ​ຂອງ​ມາ​ເລ​ເຊຍ ຊີ້​ໃຫ້​ເຫັນ​ວ່າມີ​ປະ​ຊາ​ຊົນ​ປະ​ມານ 85,000 ຄົນ​ໃນ 7 ລັດ​ທີ່​ຍັງ​ຄົງຫຼົບ​ໄພ​ຢູ່​ຕາມ​ໂຮງ​ຮຽນ, ສູນ​ພັກ​ອາ​ໄສ ແລະ ອາ​ຄານ​ຂອງ​ຊຸມ​ຊົນ ໂດຍ 88 ເປີ​ເຊັນ​ຂອງ​ຜູ້​ປະ​ສົບ​ໄພ​ເຫຼົ່າ​ນີ້​ມາ​ຈາກ​ລັດ ກ​ລັນ​ຕັນ ແລະ ລັດ ຕ​ຣັງ​ກາ​ນູ ແລະ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຢ່າງ​ໜ້ອຍ 6 ຄົນ.

ທາງ​ດ້ານ​ກົມ​ປ້ອງ​ກັນ ແລະ ບັນ​ເທົາ​ສາ​ທາ​ລະ​ນະ​ໄພ​ຂອງ ໄທ ເປີ​ດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ມີ​ຜູ້​ເສຍ​ຊີ​ວິດ 25 ຄົນ​ໃນ​ພາກ​ໃຕ້ ແລະ ມີ​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ກະ​ທົບ​ກວ່າ 300,000 ຄົວ​ເຮືອນ, ໂຮງ​ຮຽນຫຼາຍ​ແຫ່ງ​ຖືກ​ປິດ ແລະ ມີ​ຜູ້​ອົບ​ພະ​ຍົບຫຼາຍກວ່າ 34,000 ຄົນ​ກະ​ຈາຍ​ຢູ່​ຕາມ​ສູນ​ພັກ​ອາ​ໄສ 491 ແຫ່ງ.

ອົງ​ການ​ຂ່າວ​ຣອຍ​ເຕີ ລາຍງານ​ວ່າ ປະ​ຊາ​ຊົນ​ບາງ​ສ່ວນ​ຢູ່​ເມືອງ ຕຸມ​ປັດ​ຂອງ​ມາ​ເລ​ເຊຍ ໄດ້​ເລີ່ມ​ພາ​ກັນ​ເດີນ​ທາງ​ກັບ​ໄປ​ສູ່​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ແລ້ວ ທ່າມ​ກາງ​ລະ​ດັບ​ນ້ຳ​ທີ່​ຍັງ​ຄົງ​ຖ້ວມ​ສູງ​ຢູ່ ແລະ ມີ​ລາຍ​ງານ​ວ່າ​ອາດ​ຈະ​ມີ​ຝົນ​ຕົກ​ໜັກ​ຕື່ມ​ອີກ​ໃນ​ອີກບໍ່​ເທົ່າ​ໃດ​ວັນ​ຂ້າງ​ໜ້າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG