ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

34 ຄົນ ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ ກົງ​ສຸນ​ຈີນ ທີ່​ກາ​ຣາ​ຈີ ແລະ​ ຕະ​ຫຼາດ ເຂດ​ໂອ​ຣັກ​ຊາຍ


ພວກ​ກູ້​ໄພ ຫາມ​ສົບ​ຜູ້​ໂຈມ​ຕີ​ກົງ​ສຸນ​ຈີນ​ຄົນ​ນຶ່ງ ຢູ່​ນະ​ຄອນ​ກາ​ຣາ​ຈີ ປະ​ເທດ​ປາ​ກິ​ສ​ຖານ. (ວັນ​ທີ 23 ພະ​ຈິກ 2018)
ພວກ​ກູ້​ໄພ ຫາມ​ສົບ​ຜູ້​ໂຈມ​ຕີ​ກົງ​ສຸນ​ຈີນ​ຄົນ​ນຶ່ງ ຢູ່​ນະ​ຄອນ​ກາ​ຣາ​ຈີ ປະ​ເທດ​ປາ​ກິ​ສ​ຖານ. (ວັນ​ທີ 23 ພະ​ຈິກ 2018)

ການ​ໂຈມ​ຕີ​ຫຼາຍ​ຄັ້ງ ໂດຍ​ກຳ​ລັງ​ຂອງ​ພວກ​ກະ​ບົດ ​ທີ່​ຕິດ​ອາ​ວຸດ ​ໃນ​ປາ​ກິ​ສ​ຖານໄດ້​ສັງ​ຫານ​ຢ່າງ​ໜ້ອຍ 34 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫຼາຍ​ສິບ​ຄົນ.

ເຈົ້າ​ໜ້າ​ທີ່​ຢູ່​ເມືອງ​ທ່າ​ກາ​ຣາ​ຈີ ໃນ​ພາກ​ໃຕ້​ປາ​ກິ​ສ​ຖານ ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 4 ຄົນ​ໄດ້​ຖືກ​ຂ້າ​ຕາຍ ເວ​ລາ​ພວກ​ຜູ້​ຊາຍ 3 ຄົນ ອາ​ວຸດ​ຄົບ​ມື ທີ່​ໃສ່​ເສື້ອ​ໃຫຍ່ບັນ​ຈຸ​ລະ​ເບີດທຳ​ການ​ໂຈມ​ຕີ​ສະ​ຖານ​ກົງ​ສຸນ​ຂອງ​ຈີນ.

ໂຄ​ສົກ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່​ຮູ້​ກັນ​ໃນ​ຊື່ “ແຣງ​ເຈີ້” ນັ້ນ ໄດ້​ແຈ້ງ​ໃຫ້ພວກ​ນັກ​ຂ່າວຊາ​ບວ່​າ ​ການ​ໂຈມ​ຕີໃ​ນ​ຕອນ​ເຊົ້າ​ມື້ນີ້ເລີ້ມ​ດ້ວຍ​ຜູ້​ໂຈມ​ຕີ​ຄົນ​ນຶ່ງ​ບີບຄະ​ນວນ​ລະ​ເບີດທີ່​ຫ້າງ​ໃສ່​ໂຕ​ລາວ​ເອງໃຫ້​ແຕກ​ຂຶ້ນ​ໃກ້​ທາງ​ເຂົ້າບ່ອນ​ຂໍ​ວີ​ຊ່າ​ຂອງກົງ​ສຸນ ເພື່ອ​ພະ​ຍາ​ຍາມ​ເປີດ​ທາງ​ໃຫ້​ແກ່​ຜູ້​ຮ່ວມ​ງານ​ຂອງ​ລາວ.

ເຫດ​ລະ​ເບີດ​ແລະ​ການ​ຍິງ​ຕໍ່​ສູ້​ກັນ​ຫຼັງ​ຈາກນັ້ນ​ເປັນ​ເວ​ລາ​ນຶ່ງ​ຊົ່ວ​ໂມງກັບ​ພວກ​ຍາມຮັກ​ສາ​ກົງ​ສຸນ​ ຂອງ​ປາ​ກິ​ສ​ຖານ ໄດ້​ສັງ​ຫານ​ຜູ້​ບຸກ​ໂຈມ​ຕີ ​ອີກ 2 ຄົນ ອີງ​ຕາມ​ຄຳ​ເວົ້າ ​ຂອງ​ພັນເອກ ​ໄຟ​ຊາ​ລ. ທ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ກ່ອນ​ໜ້ານີ້ ທີ່​ວ່າ ພວກ​ໂຈມ​ຕີ​ສາ​ມາດ​ບຸກ​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ​ໄດ້.

ສະ​ມາ​ຊິກ ໜ່ວຍ​ປົດ​ຄະ​ນວນ​ລະ​ເບີດ ພວມກວດ​ເບິ່ງ​ລະ​ເບີດ ທີ່​ພົບ​ເຫັນ​ໃນ​ລົດ ຂອງ​ພວກ​ໂຈມ​ຕີ ຢູ່​ນະ​ຄອນ​ກາ​ຣາ​ຈີນ (23 ພະ​ຈິກ 2018)
ສະ​ມາ​ຊິກ ໜ່ວຍ​ປົດ​ຄະ​ນວນ​ລະ​ເບີດ ພວມກວດ​ເບິ່ງ​ລະ​ເບີດ ທີ່​ພົບ​ເຫັນ​ໃນ​ລົດ ຂອງ​ພວກ​ໂຈມ​ຕີ ຢູ່​ນະ​ຄອນ​ກາ​ຣາ​ຈີນ (23 ພະ​ຈິກ 2018)

ຕຳ​ຫຼວດ​ແລະ​ພວກ​ທ່ານ​ໝໍ​ໃຫ້​ການ​ຢືນ​ຢັນ​ວ່າ ມີ​ຕຳ​ຫຼວດ 2 ຄົນ ແລະ​ພວກ​ທີ່​ໄປ​ຂໍ​ວີ​ຊ່າ​ຊາວ​ປາ​ກິ​ສ​ຖານ​ອີກ 2 ຄົນ ຮວມ​ຢູ່​ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ.

ກອງ​ທັບ​ປົດ​ປ່ອຍ​ບາ​ລຸກ ຊຶ່ງ​ເປັນ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ໃນ​ແຂວງ​ບາ​ລູ​ຈິ​ສ​ຕານ ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ຂອງ​ປະ​ເທດ ໄດ້ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ວາງ​ແຜນ​ໂຈມ​ຕີຄັ້ງ​ນີ້ ແລະ​ໄດ້​ພິມ​ເຜີຍ​ແຜ່​ຮູບ​ຂອງ​ພວກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທັງ​ສາມ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ກ່າວ​ວ່າ ພວກ​ໂຈມ​ຕີ​ໄດ້ຈອດ​ລົດ​ໄວ້​ຢູ່​ໄກໆ ແລ້ວ​ກໍພາ​ກັນຍ່າງ​ໄປ​ຫາ​ກົງ​ສຸນ​ຈີນກ່ອນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຈະ​ຮູ້​ຕົວ. ຕຳ​ຫຼວດ​ໃນເວ​ລາ​ຕໍ່​ມາ​ໄດ້​ພົບ​ເຫັນ​ດິນ​ລະ​ເບີດ ແລະ​ອາ​ວຸດ​ຈຳ​ນວນ​ນຶ່ງ ຢູ່​ໃນ​ລົດ​ຂອງ​ພວກ​ເຂົາ.

ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ຢູ່​ນະ​ຄອນ​ກາ​ຣາ​ຈີ​ແລ້ວ ລະ​ເບີດຂະ​ໜາດ​ແຮງ​ລູກ​ນຶ່ງ ກໍ​ໄດ້​ແຕກ​ຂຶ້ນ​ຢູ່​ກາງ​ຝູງ​ຊົນ​ໃນ​ເຂດ​ໂອ​ຣັກ​ຊາຍ ທາງ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ເຮັດ​ໃຫ້​ຢ່າງ​ໜ້ອຍ 30 ຄົນ​ເສຍ​ຊີ​ວິດ ແລະອີກ 40 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ເຈົ້າ​ໜ້າ​ທີ່ໃນທ້ອງ​ຖິ່ນ​ແລະ​ພວກ​ທີ່​ເຫັນ​ເຫດ​ການກ່າວ​ວ່າ ໂຕ​ເລກ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຍັງ​ຈະ​ເພີ້ມ​ຂຶ້ນ​ຕື່ມ.

ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ອິມ​ຣານ ຄານ ໄດ້​ປະ​ນາມ​ຢ່າງ​ແຮງ ຕໍ່​ການ​ໂຈມ​ຕີ​ທີ່​ມີ​ຂຶ້ນ​ຢູ່​ທັງ​ສອງ​ບ່ອນ. ທ່ານ​ໄດ້​ສັ່ງ​ໃຫ້​ທຳ​ການ​ສືບ​ສວນກ່ຽວ​ກັບການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ກົງ​ສຸນຈີນໂດຍ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສົມ​ຮູ້​ຮ່ວມເພື່ອ​ຕໍ່​ຕ້ານ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ແລະ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ຂອງ​ປາກິ​ສ​ຖານ​ກັບ​ຈີນ.

ສະ​ຖານ​ທູດ​ຈີນໄດ້​ປະ​ນາມ​ການ​ໂຈມ​ຕີ ຂອງ “​ພວກ​ກໍ່​ການ​ຮ້າຍ” ຕໍ່​ກົງ​ສຸນ​ໃຫຍ່​ຂອງ​ຈີນ​ທີ່​ນະ​ຄອນ​ກາ​ຣາ​ຈີນ ໂດຍ​ເວົ້າ​ວ່າ ບໍ່​ມີ​ປະ​ຊາ​ຊົນ​ຈີນ​ໃດໆ​ ເສຍ​ຊີ​ວິດ​ຫຼືໄດ້​ຮັບບາດ​ເຈັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG