ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ​ເສຍ​ຊີ​ວິດ ຍ້ອນ​ການ​ຍິງ​ກັນ ​ທີ່​ໂຮ​ງ​ຮຽນ ໃນ ​ບ​ຣາ​ຊິ​ລ


ຄຸນ​ພໍ່​ຄົນ​ນຶ່ງ​ກຳ​ລັງ​ສູດ​ມົນ ​ຢູ່​​ໃກ້​ກັບບ່ອນ​ເກີດ​ເຫດ​ຍິງ​ກັນ ວັນ​ທີ 13 ກຸມ​ພາ 2019.
ຄຸນ​ພໍ່​ຄົນ​ນຶ່ງ​ກຳ​ລັງ​ສູດ​ມົນ ​ຢູ່​​ໃກ້​ກັບບ່ອນ​ເກີດ​ເຫດ​ຍິງ​ກັນ ວັນ​ທີ 13 ກຸມ​ພາ 2019.

ອະດີດນັກສຶກສາທີ່ໃສ່ໜ້າກາກສອງຄົນ ທີ່ຖືອາວຸດສັງຫານ ໄດ້ບຸກເຂົ້າໄປໃນໂຮງຮຽນ
ແຫ່ງນຶ່ງຢູ່ນອກ ເມືອງ ຊາວ ໂປໂລ ປະເທດ ບຣາຊິລ ໃນວັນພຸດວານນີ້ ຍິງປືນໃສ່ຝຸງ
ຊົນ ເປັນການນອງເລືອດ ກ່ອນຂ້າໂຕເອງຕາຍ.

ຕຳຫຼວດໃນເມືອງ ຊູຊາໂນ ກ່າວວ່າ ລູກສິດ 8 ຄົນ ກັບພວກເຈົ້າໜ້າທີ່ໃນໂຮງຮຽນ ຣາ
ອູລບຣາຊີລ ໄດ້ເສຍຊີວິດ. ຢ່າງໜ້ອຍມີ 17 ຄົນ ໄດ້ຮັບບາດເຈັບ. ນອກນັ້ນພວກສອງ
ຄົນດັ່ງກ່າວ ຍັງໄດ້ຂ້າເຈົ້າຂອງຮ້ານຂາຍລົດເກົ່າຢູ່ໄກ້ໆແຖວນັ້ນ ແລະໄດ້ລັກລົດຂອງ
ລາວໄປຄັນນຶ່ງ ກ່ອນຈະໄປໂຈມຕີໂຮງຮຽນ. ລາຍງານເວົ້າວ່າ ເຈົ້າຂອງຮ້ານດັ່ງກ່າວ ເປັນລຸງຂອງຂອງມືປືນຄົນນຶ່ງ ໃນຈຳນວນນັ້ນ.

ຊາຍ​ໜຸ່ມ​ຄົນ​ນຶ່ງ​ທີ່​ຖືກ​ຍິງ ກຳ​ລັງ​ນຳ​ພາ​ໄຟ​ໂຮງ​ໝໍ ວັນ​ທີ 13 ມີ​ນາ 2019.
ຊາຍ​ໜຸ່ມ​ຄົນ​ນຶ່ງ​ທີ່​ຖືກ​ຍິງ ກຳ​ລັງ​ນຳ​ພາ​ໄຟ​ໂຮງ​ໝໍ ວັນ​ທີ 13 ມີ​ນາ 2019.

ຕຳຫລວດກ່າວວ່າທັງສອງຄົນພາກັນຖືປືນ ຖືມີດ ແລະຂວານພ້ອມທັງໜ້າຍິງ.

ພັນເອກຕຳຫລວດ ມາເຊີໂລ ຊານສ໌ ເວົ້າວ່າ “ໃນການເປັນຕຳຫລວດມາໄດ້ 34 ປີນີ້
ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນຄົນພາຍໜ້າຍິງແບບນີ້. ມັນໂຫດຮ້ອຍຫລາຍ ມັນເປັນຄາດຕະກຳ ທີ່ເວົ້າບໍ່ອອກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG