ບັນດາເຈົ້າໜ້າທີ່ໃນພາກຕາເວັນຕົກຕອນກາງຂອງສະຫະລັດ ໄດ້ສັ່ງໃຫ້ອົບພະຍົບ
ຄົນເພີ່ມຂຶ້ນໃນວັນອາທິດວານນີ້ ຫຼັງຈາກຝົນຕົກໜັກ ແລະ ຫິມະເປື່ອຍໄດ້ເຮັດໃຫ້
ແມ່ນ້ຳ ແລະ ຫ້ວຍຮ່ອງຫຼາຍສາຍລົ້ນ, ເຊິ່ງໄດ້ມີຜູ້ເສຍຊີວິດຢ່າງໜ້ອຍສອງຄົນ.
ນ້ຳໄດ້ຖ້ວມເມືອງຕ່າງໆ, ເຂື່ອນ ແລະ ກັນເຈື່ອນແຕກ, ແລະ ເຮັດໃຫ້ການເດີນທາງ
ຢຸດຊະງັກ ໃນຂະນະທີ່ “ລະເບີດ ໄຊໂຄລນ ຫຼື Bomb Cyclone” ເຊິ່ງແມ່ນພາຍຸທີ່
ຄ້າຍຄືກັບ ພາຍຸເຮີຣິເຄນ, ໄດ້ພັດຖະລົ່ມຂົງເຂດດັ່ງກ່າວ. ບັນດາຜູ້ປົກຄອງລັດ
ເນບຣັສກາ, ໄອໂອວາ ແລະ ວິສຄອນຊິນ ໄດ້ປະກາດພາວະສຸກເສີນ, ເຊິ່ງຈະເປັນ
ການເປີດເງິນລັດໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ.
ສິບເອກ ເຣແຊລ ເບລກ (Rachelle Blake) ໂຄສົກ ໜ່ວຍ 55 ໄດ້ກ່າວຕໍ່ໜັງສືພິມ
Omaha World-Herald ວ່າ ຖານທັບອາກາດ Offut, ທີ່ຕັ້ງຢູ່ປະມານ 16 ກິໂລ
ແມັດທາງພາກໃຕ້ຂອງເມືອງ ໂອມາຮາ, ແມ່ນໄດ້ຈົມຢູ່ໃຕ້ນ້ຳ ໂດຍນ້ຳຖ້ວມຈາກແມ່
ນ້ຳ ມິສຊູຣີ. ຕຶກສາມສິບຫຼັງ ໄດ້ຈົມຢູ່ໃນນ້ຳເລິກກວ່າ 3 ແມັດ.
ຜູ້ອາໄສຢູ່ໃນທ້ອງຖິ່ນຫຼາຍຮ້ອຍຄົນ ໃນທົ່ວລັດ ໄດ້ຖືກບັງຄັບໃຫ້ໜີອອກຈາກບ້ານ
ຂອງເຂົາເຈົ້າໄປໃນທ້າຍອາທິດທີ່ຜ່ານມາ. ສະພາກາແດງອາເມຣິກາ ໄດ້ເປີດສະ
ຖານທີ່ລີ້ໄພຊົ່ວຄາວຫຼາຍກວ່າ 20 ແຫ່ງ. ບັນດາເຈົ້າໜ້າທີ່ລັດໄດ້ກ່າວວ່າ ຫຼາຍ
ຮ້ອຍຄົນໃນທົ່ວລັດໄດ້ຖືກຊ່ວຍເຫຼືອ ແລະ ຢືນຢັນວ່າສອງຄົນໄດ້ເສຍຊີວິດ, ແລະ ຜູ້
ຊາຍສອງຄົນຍັງຫາຍສາບສູນຢູ່.
ອົງການພະຍາກອນອາກາດ ແຫ່ງຊາດໄດ້ກ່າວວ່າ ແມ່ນ້ຳ Elkhorn ຍັງຄົງຢູ່ໃນລະ
ດັບນ້ຳຖ້ວມໃຫຍ່ ແຕ່ນ້ຳກໍໄດ້ຫຼຸດລົງແລ້ວ. ແຕ່ແມ່ນ້ຳ ມິສຊູຣີ ຍັງມີລະດັບນ້ຳສູງຢູ່ຕໍ່
ມາ ຄາດວ່າມັນຈະສູງຂຶ້ນເຖິງ 12.5 ແມັດ ໃນເມືອງ ແພລັດສມັດ (Plattsmouth)
ໃນວັນອາທິດວານນີ້, 1.22 ແມັດສູງກວ່າສະຖິຕິໃນປີ 2011.
ໂຮງງານນິວເຄລຍ ຄູເປີ ທີ່ຕັ້ງຢູ່ແຄມແມ່ນ້ຳ ມິສຊູຣີ ໃນພາກຕາເວັນອອກຂອງລັດ
ເນບຣັສກາ, ອາດຖືກບັງຄັບໃຫ້ປິດລົງ ຖ້ານໍ້າຍັງສືບຕໍ່ສູງຂຶ້ນຢູ່, ອີງຕາມການກ່າວ
ຂອງເຈົ້າໜ້າທີ່ໂຮງງານດັ່ງກ່າວ.