ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍ່​ສົ່ງ​ນ້ຳ​ມັນ ຢູ່​ເມັກ​ຊິ​ໂກ ລະ​ເບີດ ເຮັດ​ໃຫ້​ຢ່າງ​ໜ້ອຍ 20 ຄົນ ເສຍ​ຊີ​ວິດ


ພວກ​ທະ​ຫານ ພວມ​ຢືນ​ເບິ່ງ​ໄຟ​ທີ່​ກຳ​ລັງ​ລຸກ​ໄໝ້ ໃນ​ບໍ​ລິ​ເວນ ທີ່​ທໍ່​ສົ່ງ​ນ້ຳ​ມັນ​ລະ​ເບີດ ຢູ່​ເມືອງ​ທ​ລາເອ​ລີ​ປານ ໃນ​ແຂວງ​​ອີດາ​ລ​ໂກ. (18 ມັງ​ກອນ 2019)
ພວກ​ທະ​ຫານ ພວມ​ຢືນ​ເບິ່ງ​ໄຟ​ທີ່​ກຳ​ລັງ​ລຸກ​ໄໝ້ ໃນ​ບໍ​ລິ​ເວນ ທີ່​ທໍ່​ສົ່ງ​ນ້ຳ​ມັນ​ລະ​ເບີດ ຢູ່​ເມືອງ​ທ​ລາເອ​ລີ​ປານ ໃນ​ແຂວງ​​ອີດາ​ລ​ໂກ. (18 ມັງ​ກອນ 2019)

ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ຮົ່ວ ໄດ້​ເກີດ​ລະ​ເບີດ ຢູ່ພາກ​ກາງ​ເມັກ​ຊິ​ໂກ ໃນ​ວັນ​ສຸກ ວານນີ້ ເຮັດ​ໃຫ້ຢ່າງ​ໜ້ອຍ 20 ຄົນ ​ເສຍ​ຊີ​ວິດ ແລະ​ຖືກ​ໄຟໄໝ້​ຢ່າງ​ຮ້າຍ​ແຮງ​ອີກ ບໍ່​ຕ່ຳ​ກວ່າ 60 ຄົນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຮົ່ວ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟທີ່​ຍັ​ງ​ຜົນພາ​ໃຫ້​ເກີດ​ການ​ລະ​ເບີດນັ້ນ ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ພວກ​ຄົນ​ຂີ້​ລັກ ເຈາະ​ເອົາ​ນ້ຳ​ມັນ​ຈາກ​ທໍ່ທີ່​ເມືອງ​ທ​ລາເອ​ລີ​ປານ (Tlahuelipan) ໃນ​ແຂວງອີດາ​ລ​ໂກ (Hidalgo).

ວີ​ດີ​ໂອ​ ຈາກ​ລາຍ​ງານ​ຂ່າວ ສະ​ແດງ​ໃຫ້​ເຫັນ​ວ່າ ນ້ຳ​ມັນ​ເຊື້ອ​ໄຟ​ໄດ້​ໄຫຼ​ທັ່ງ​ຂຶ້ນ​ສູ່ ທ້ອງ​ຟ້າ ແລະ​ປະ​ຊາ​ຊົນ​ກໍ​ໄດ້​ໃຊ້​ກະ​ຖັງ ຖັງ​ຂີ້​ເຫຍື້ອ ​ພາ​ກັນ​ໄປ​ຕັກ​ເອົາ​ນ້ຳ​ມັນກ່ອນ​ທີ່​ຈະ​ເກີດ​ການ​ລະ​ເບີດ.

ທ່ານ​ໂອ​ມາ ຟາ​ຢັດ ເຈົ້າ​ແຂວງໆ​ອີ​ດາ​ລ​ໂກ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ ປະ​ຊາ​ຊົນ​ທັງ​ໝົດຢ່າ​ໄດ້​ເຂົ້າ​ຮ່ວມ​ການສົມ​ຮູ້​ຮ່ວມ​ຄິດ​ລັກຂະ​ໂມຍ​ເຊື້ອ​ໄຟ. ນອກຈາກ​ຜິດ​ກົດ​ໝາຍ​ແລ້ວ ມັນ​ຍັງ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ ແລະ​ຄອບ​ຄົວ​ຂອງ​ທ່ານຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ນຳ​ດ້ວຍ.”

ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ອານ​ເດ​ຣ​ສ ມາ​ນູ​ແລ ໂລ​ເປ​ສ ໂອບ​ຣາ​ດໍ ທີ່​ໄດ້​ເລີ້ມ​ການ​ປາບ​ປາມ​ໃນ​ການ​ລັກ​ນ້ຳ​ມັນ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ທັງ​ໝົດ ຊ່ວຍເຫລືອ​ປະ​ຊາ​ຊົນ ທີ່​ບ່ອນ​ທີ່​ທໍ່​ສົ່ງ​ນ້ຳ​ມັນ​ລະ​ເບີດ.

ລັດ​ຖະ​ບານ​ກ່າວ​ວ່າ ການ​ລັກ​ຂະ​ໂມຍ​ເຊື້ອ​ໄຟ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ​ຊາດ ປະ​ມານ 3 ຕື້​ໂດ​ລາ​ໃນ​ແຕ່​ລະ​ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG