ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດຢ່າງໜ້ອຍ 68 ຄົນ ແລະຫາຍສາບສູນອີກ 4 ຄົນ ລຸນຫຼັງເຮືອບິນຕົກຢູ່ເມືອງຕາກອາກາດຂອງປະເທດເນປານ


ບັນດາເຈົ້າໜ້າທີ່ກູ້ໄພ ແລະພົນລະເຮືອນ ມາລວມກັນຢູ່ບໍລິເວນຊາກແຕກຫັກຂອງເຮືອບິນໂດຍສານພານິດ ທີ່ຕົກຢູ່ເມືອງໂປຄາຣາ ໃນປະເທດເນປານ, ວັນທີ 15 ມັງກອນ 2023.
ບັນດາເຈົ້າໜ້າທີ່ກູ້ໄພ ແລະພົນລະເຮືອນ ມາລວມກັນຢູ່ບໍລິເວນຊາກແຕກຫັກຂອງເຮືອບິນໂດຍສານພານິດ ທີ່ຕົກຢູ່ເມືອງໂປຄາຣາ ໃນປະເທດເນປານ, ວັນທີ 15 ມັງກອນ 2023.

ເຮືອບິນທີ່ໃຊ້ເວລາບິນ 27 ນາທີ ເພື່ອເດີນ​ທາງໄປເມືອງທ່ອງທ່ຽວຂອງປະເທດ ເນປານ ໄດ້ປະສົບອຸບັດຕິ ເຫດຕົກລົງໄປໃນຮ່ອມພູ ໃນວັນອາທິດວານນີ້, ໃນຂະນະທີ່ພະຍາຍາມລົງຈອດຢູ່ເດີ່ນບິນທີ່ຫາກໍເປີດໃໝ່, ເຊິ່ງເຮັດໃຫ້ມີຜູ້ໂດຍ ສານເສຍຊີວິດຢ່າງໜ້ອຍ 68 ຄົນໃນຈໍານວນຜູ້ໂດຍສານທັງໝົດ 72 ຄົນ. ມີຜູ້ເຫັນເຫດການຄົນນຶ່ງລາຍງານວ່າ ໄດ້ຍິນສຽງຄົນຮ້ອງໄຫ້ຂໍຄວາມຊ່ວຍເຫຼືອ ຈາກຊາກເຮືອບິນທີ່ແຕກຫັກ ແລະກໍາລັງຖືກໄຟໄໝ້ຮຸນແຮງ, ເຊິ່ງເປັນອຸບັດ ຕິເຫດທາງເຮືອບິນທີ່ຮ້າຍແຮງທີ່ສຸດຂອງ​ປະ​ເທດໃນຮອບສາມທົດສະຫວັດ, ອີງຕາມອົງການ ຂ່າວ AP.

ຫຼາຍຊົ່ວໂມງລຸນຫຼັງທີ່ຕາເວັນຕົກດິນ, ປະຊາຊົນຈໍານວນຫຼວງຫຼາຍໄດ້ພາກັນ ເຂົ້າມາເບິ່ງບໍລິເວນເຮືອບິນຕົກໃກ້ກັບເດີ່ນບິນໃນເມືອງຕາກອາກາດ ໂປຄາຣາ ໃນລະຫວ່າງທີ່ເຈົ້າໜ້າທີ່ກູ້ໄພໄດ້ດໍາເນີນການຄົ້ນຫາທຸກໆບ່ອນ ຢູ່ບໍລິເວນຊາກແຕກຫັກຂອງເຮືອບິນ ຢູ່ເທິງຂອບໜ້າຜາ ແລະບໍລິເວນຊ່ອງ ແຄບຂອງພູເບື້ອ ງລຸ່ມ. ເຈົ້າໜ້າທີ່ໄດ້ລະງັບການຄົ້ນຫາຈໍານວນ 4 ຄົນ ທີ່ຍັງຫາຍສາບສູນໃນຕອນກາງຄືນ ແລະໄດ້ວາງແຜນໄວ້ວ່າຈະກັບມາດໍາເນີນ ການຄົ້ນຫາອີກຄັ້ງໃນວັນຈັນມື້ນີ້.

ພາບໂດຍລວມ ທີ່ເຫັນປະຊາຊົນມາລວມກັນ, ຫຼັງຈາກເຫດການເຮືອບິນຕົກ ໃນເມືອງໂປຄາຣາ, ປະເທດເນປານ, ວັນທີ 15 ມັງກອນ 2023, ໃນຮູບນີ້ ແມ່ນໄດ້ມາຈາກສື່ສັງຄົມອອນລາຍ.
ພາບໂດຍລວມ ທີ່ເຫັນປະຊາຊົນມາລວມກັນ, ຫຼັງຈາກເຫດການເຮືອບິນຕົກ ໃນເມືອງໂປຄາຣາ, ປະເທດເນປານ, ວັນທີ 15 ມັງກອນ 2023, ໃນຮູບນີ້ ແມ່ນໄດ້ມາຈາກສື່ສັງຄົມອອນລາຍ.

ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ບິສນຸ ທິວາຣີ (Bishnu Tiwari), ເຊິ່ງໄດ້ ຟ້າວເຂົ້າໄປຊ່ວຍຊອກຫາຮ່າງຜູ້ເສຍຊີວິດ ຢູ່ບໍລິເວນເກີດເຫດໃກ້ກັບແມ່ນໍ້າເຊຕີ (Seti) ໃນທັນທີ ກ່າວວ່າ ຄວາມພະຍາຍາມໃນການຄົ້ນຫາຂອງບັນດາເຈົ້າໜ້າ ທີ່ກູ້ໄພ ໄດ້ຖືກຂັດຂວາງດ້ວຍກຸ່ມຄວັນທີ່ໜາແໜ້ນ, ໄຟໄໝ້ທີ່ຮຸນແຮງ.

ທ່ານ ທິວາຣີ ກາວວ່າ “ແປວໄຟຮ້ອນຫຼາຍ ເຊິ່ງມັນໄດ້ເຮັດໃຫ້ພວກເຮົາບໍ່ສາ ມາດເຂົ້າໄປບໍລິເວນຊາກແຕກຫັກຂອງເຮືອບິນໄດ້. ຂ້ອຍໄດ້ຍິນສຽງຂອງຜູ້ຊາຍ ຄົນນຶ່ງຮ້ອງໄຫ້ຂໍຄວາມຊ່ວຍເຫຼືອ, ແຕ່ເນື່ອງຈາກແປວໄຟທີ່ຮຸນແຮງ ແລະກຸ່ມ ຄວັນທີ່ໜາແໜ້ນ ຈຶ່ງເຮັດໃຫ້ພວກເຮົາບໍ່ສາມາດຊ່ວຍເຫຼືອລາວໄດ້.”

ເຈົ້າໜ້າທີ່ການບິນພົນລະເຮືອຂອງເນປານກ່າວວ່າ ມັນຍັງບໍ່ເປັນທີ່ແນ່ນອນວ່າ ອັນໃດເປັນສາເຫດເຮັດໃຫ້ເກີດອຸບັດຕິເຫດດັ່ງກ່າວ.

ໃນຂະນະທີ່ກໍາລັງເບິ່ງຈາກລະບຽງເຮືອນຂອງລາວ, ຜູ້ເຫັນເຫດການຄົນນຶ່ງ ກ່າວວ່າ ລາວເຫັນເຮືອບິນໝຸນດ້ວຍຄວາມແຮງຢູ່ເທິງອາກາດ ຫຼັງຈາກທີ່ມັນໄດ້ເລີ້ມບິນເວີ່ນເພື່ອລົງຈອດ, ທ້າວ ກົວຣາບ ກູຣັງ (Gaurav Gurang) ກ່າວວ່າ ໃນທີ່ສຸດເຮືອບິນກໍໄດ້ສັກຫົວລົງໄປທາງເບື້ອງຊ້າຍ ແລະຕົກລົງໄປໃນຮ່ອມພູ.

ບັນດາເຈົ້າໜ້າທີ່ກູ້ໄພ ກໍາລັງດໍາເນີນງານເກັບກູ້ເອົາຮ່າງຜູ້ເສຍຊີວິດອອກຈາກຊາກແຕກຫັກຂອງເຮືອບິນຢູ່ບ່ອນເກີດເຫດຂອງເຮືອບິນ ທີ່ລໍາລຽງຜູ້ໂດຍສານ 72 ຄົນ, ໃນເມືອງໂປຄາຣາ, ຕັ້ງຢູ່ທາງພາກຕາເວັນຕົກຂອງປະເທດເນປານ, ວັນທີ 15 ມັງກອນ 2023.
ບັນດາເຈົ້າໜ້າທີ່ກູ້ໄພ ກໍາລັງດໍາເນີນງານເກັບກູ້ເອົາຮ່າງຜູ້ເສຍຊີວິດອອກຈາກຊາກແຕກຫັກຂອງເຮືອບິນຢູ່ບ່ອນເກີດເຫດຂອງເຮືອບິນ ທີ່ລໍາລຽງຜູ້ໂດຍສານ 72 ຄົນ, ໃນເມືອງໂປຄາຣາ, ຕັ້ງຢູ່ທາງພາກຕາເວັນຕົກຂອງປະເທດເນປານ, ວັນທີ 15 ມັງກອນ 2023.

ເຈົ້າໜ້າທີ່ຂອງໜ່ວຍງານການບິນກ່າວວ່າ ເຮືອບິນດັ່ງກ່າວໄດ້ຕິດຕໍ່ກັບເດີ່ນບິນ ຄັ້ງສຸດທ້າຍ ຈາກບໍລິເວນໃກ້ກັບຮ່ອມພູເຊທີ ເວລາປະມານ 10:50 ຕອນເຊົ້າ, ກ່ອນເຮືອບິນລໍາດັ່ງກ່າວປະສົບອຸບັດຕິເຫດຕົກ.

ເຈົ້າໜ້າທີ່ໜ່ວຍງານການບິນພົນລະເຮືອນຂອງເນປານ ກ່າວຢູ່ໃນຖະແຫຼງການ ວ່າ ເຮືອບິນສອງເຄື່ອງຈັກ ATR72, ດໍາເນີນງານໂດຍສາຍການບິນ ເຢຕີ (Yeti) ຂອງເນປານ, ບິນອອກຈາກນະຄອນຫຼວງກັດມັນດູ ຫາເມືອງໂປຄາຣາ ເຊິ່ງຕັ້ງຫ່າງອອກໄປທາງທິດຕາເວັນຕົກ 200 ກິໂລແມັດ. ເຮືອບິນລໍາດັ່ງກ່າວ ໄດ້ລໍາລຽງຜູ້ໂດຍສານ 68 ຄົນ ລວມມີຊາວຕ່າງປະເທດ 15 ຄົນ, ພ້ອມທັງພະນັກງານເຮືອບິນອີກ 4 ຄົນ. ໃນຈໍານວນຜູ້ໂດຍສານຊາວຕ່າງປະເທດລວມມີ ຊາວອິນເດຍ 5 ຄົນ, ຊາວ ຣັດເຊຍ 4 ຄົນ, ຊາວ ເກົາຫຼີໃຕ້ 2 ຄົນ, ພ້ອມທັງຊາວໄອຊ໌ແລນ, ອອສເຕຣເລຍ, ອາເຈັນຕິນາ ແລະຝຣັ່ງ ຜູ້ລະ 1 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG