ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ 2 ຄົນບາດເຈັບ ລວມມີ ເຈົ້າໜ້າທີ່ຕຳຫຼວດລັດ ໃນເຫດການຍິງສັງຫານ ຢູ່ລັດແມຣີແລນ


ຕຳຫຼວດຢືນຢູ່ໃກ້ບ່ອນທີ່ຊາຍຄົນນຶ່ງ ເປີດສາກຍິງທຸລະກິດແກ່ງນຶ່ງ , ໂດຍສັງຫານ 3 ຄົນ ກ່ອນທີ່ຜູ້ຕ້ອງສົງໄສ ແລະຕຳຫຼວດຂອງລັດ ໃນເວລາຕໍ່ມາ ໄດ້ຮັບບາດເຈັບ ໃນການຍິງຕອບໂຕ້ກັນ, ອີງຕາມເຈົ້າໜ້າທີ່ຂອງເມືອງສະມິດສ໌ເບີກ ລັດແມຣີແລນ, ວັນທີ 9 ມິຖຸນາ 2022.
ຕຳຫຼວດຢືນຢູ່ໃກ້ບ່ອນທີ່ຊາຍຄົນນຶ່ງ ເປີດສາກຍິງທຸລະກິດແກ່ງນຶ່ງ , ໂດຍສັງຫານ 3 ຄົນ ກ່ອນທີ່ຜູ້ຕ້ອງສົງໄສ ແລະຕຳຫຼວດຂອງລັດ ໃນເວລາຕໍ່ມາ ໄດ້ຮັບບາດເຈັບ ໃນການຍິງຕອບໂຕ້ກັນ, ອີງຕາມເຈົ້າໜ້າທີ່ຂອງເມືອງສະມິດສ໌ເບີກ ລັດແມຣີແລນ, ວັນທີ 9 ມິຖຸນາ 2022.

ເຈົ້າໜ້າທີ່ກ່າວວ່າ ຊາຍຄົນນຶ່ງໄດ້ເປີດສາກຍິງຢູ່ທີ່ທຸລະກິດຜະລິດເຄື່ອງຈັກ ແຫ່ງນຶ່ງ ໃນເຂດຊົນນະບົດທາງພາກຕາເວັນຕົກຂອງລັດແມຣີແລນ ໃນວັນພະຫັດວານນີ້ ຊຶ່ງໄດ້ສັງຫານ 3 ຄົນ ກ່ອນທີ່ຜູ້ຕ້ອງສົງໄສ ແລະເຈົ້າໜ້າທີ່ຕຳຫຼວດຂອງລັດ ໄດ້ຍິງຕອບໂຕ້ກັບຜູ້ກ່ຽວ ເຮັດໃຫ້ລາວໄດ້ຮັບບາດເຈັບ ອີງຕາມລາຍງານຂອງອົງການຂ່າວເອພີ.

ເຈົ້າໜ້າທີ່ຕຳຫຼວດເມືອງວໍຊິງຕັນຄາວຕີ ໄດ້ກ່າວໃນຖະແຫລງຂ່າວ ທີ່ນຳອອກເຜີຍແຜ່ ວ່າ ຜູ້ເຄາະຮ້າຍສາມຄົນ ໄດ້ຖືກພົບເຫັນເສຍຊີວິດແລ້ວ ຢູ່ທີ່ບໍລິສັດ Columbia Machine Inc. ໃນເມືອງສະມິດສ໌ເບີກ ແລະຜູ້ເຄາະຮ້າຍຄົນທີສີ່ ໄດ້ຮັບບາດເຈັບສາຫັດ. ຜູ້ຕ້ອງສົງໄສ ຕໍ່ຈາກນັ້ນ ໄດ້ຂັບລົດຫລົບໜີໄປ ແລະໄດ້ຖືກເຈົ້າໜ້າທີ່ຕຳຫຼວດຂອງລັດແມຣີແລນ ຕິດຕາມທັນ ອີງຕາມຖະແຫລງຂ່າວດັ່ງກ່າວນັ້ນ.

ຜູ້ຕ້ອງສົງໄສ ແລະຕຳຫຼວດຂອງລັດຄົນນຶ່ງ ໄດ້ຮັບບາດເຈັບໃນການຍິງສູ້ກັນອີງຕາມການກ່າວຂອງເຈົ້າໜ້າທີ່ຕຳຫຼວດເມືອງ. ແລະວ່າ ທັງສອງໄດ້ຮັບການຮັກສາປິ່ນປົວ ສຳລັບບາດແຜຂອງພວກເຂົາເຈົ້າ.

ຜູ້ປົກຄອງລັດ ທ່ານແລຣີ ໂຮແກັນ ຜູ້ທີ່ໄດ້ຮັບແຈ້ງໃຫ້ຊາບກ່ຽວກັບເຫດການຍິ່ງສັງຫານນັ້ນ ໄດ້ກ່າວວ່າ ຊາຍຜູ້ນັ້ນ ໄດ້ເປີດສາກຍິງໃສ່ເຈົ້າໜ້າທີ່ຕຳຫຼວດລັດກ່ອນ ແລະຢ່າງໜ້ອຍເຈົ້າໜ້າທີ່ຕຳຫຼວດຄົນນຶ່ງໄດ້ຍິງຕອບໂຕ້ ແລະໄດ້ເຮັດໃຫ້ຜູ້້ຕ້ອງສົງໄສບາດເຈັບ.

ທ່ານໂຮແກັນ ໄດ້ບອກບັນດານັກຂ່າວວ່າ “ຜູ້ຕ້ອງສົງໄສ ໄດ້ຍິງໃສ່ແລະຖືກບ່າໄລ່ຂອງເຈົ້າໜ້າທີ່ຕຳຫຼວດລັດ ແລ້ວເຈົ້າໜ້າທີ່ ຈຶ່ງຍິງຕອບໂຕ້ຄືນ ແລະຖືກຜູ້ກ່ຽວ.”

ທາງການຍັງບໍ່ມີຂໍ້ມູນໃດໆ ກ່ຽວກັບວ່າ ຜູ້ຕ້ອງສົງໄສ ແລະພວກຜູ້ເຄາະຮ້າຍ ເປັນພະນັກງານຂອງບໍລິສັດດັ່ງກ່າວ ຫຼືບໍ່ ບ່ອນທີ່ການຍິງສັງຫານເກີດຂຶ້ນນັ້ນ ອີງຕາມການກ່າວໃນກອງປະຊຸມຖະແຫລງຂ່າວ ຂອງ ສິບເອກ ຄາຣລີ ໂຮສ (Carly Hose) ປະຈຳການທີ່ຫ້ອງການຕຳຫຼວດເມືອງ.

ບັນດາສະມາຊິກຄອບຄົວຂອງພວກຄົນງານ ຢູ່ທີ່ໂຮງງານຜະລິດເຄື່ອງຈັກ ໄດ້ພາກັນໄປເຕົ້າໂຮມກັນ ຢູ່ທີ່ສະຖານີດັບເພີງໃນໃຈກາງເມືອງສະມິດສ໌ເບີກ ເມື່ອຕອນແລງວັນພະຫັດວານນີ້ ເພື່ອລໍຖ້າຂໍ້ມູນກ່ຽວກັບພວກຄົນຮັກແພງຂອງເຂົາເຈົ້າ. ພວກເຂົາເຈົ້າໄດ້ປະຕິເສດ ທີ່ຈະລົມກັບນັກຂ່າວ.

ໃນຫຼາຍຊົ່ວໂມງຫຼັງຈາກການຍິງສັງຫານນັ້ນ ເຈົ້າໜ້າທີ່ປະຕິບັດກົດໝາຍຈາກຫຼາຍພາກສ່ວນຈຳນວນນຶ່ງ ຍັງຢູ່ບ່ອນເກີດເຫດ. ຕຳຫຼວດໄດ້ປິດຖະໜົນທີ່ແລ່ນຜ່ານໂຮງງານ Columbia Machine Inc. ແລະ ລົມກໍພັດເທັບສີເຫຼືອງທີ່ປິດລ້ອມສະຖານທີ່ທຸລະກິດແຫ່ງນີ້.

ຂໍ້ຄວາມຕ່າງໆ ໄດ້ຖືກສົ່ງໄປໃຫ້ບໍລິສັດດັ່ງກ່າວ ເພື່ອຊອກຫາຄຳເຫັນກ່ຽວກັບເຫດການດັ່ງກ່າວນັ້ນ ແຕ່ກໍບໍ່ໄດ້ຖືກຕອບຄືນ ໃນທັນທີເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG