ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຜນຈັບກຸມອາຊະຍາກອນແບບໃໝ່ ຂອງສະຫະລັດແລະໄທ


ຊີວິດກາງຄືນຂອງ ໄນຄລັບ ໂກ-ໂກບາຣ໌ ຂອງກຸງເທບລາຕີ
ຊີວິດກາງຄືນຂອງ ໄນຄລັບ ໂກ-ໂກບາຣ໌ ຂອງກຸງເທບລາຕີ

ອົງການປາບປາມຢາເສບຕິດສະຫະລັດແລະພວກຕໍາຫລວດໄທ ກໍາລັງຕ້ອງການຄວາມ ຊ່ອຍເຫຼືອເພື່ອຕາມລ່າພວກອາດຊະຍາກອນບາງຄົນ ທີ່ທາງການຕ້ອງການໂຕ ໃນເຂດ ເອເຊຍຕາເວັນອອກສຽງໃຕ້ ດັ່ງທີ່ນາຍ Daniel Schearf ຜູ້ສື່ຂາວ VOA ລາຍງານມາ ຈາກບາງກອກ ກໍແມ່ນວ່າ ພວກເຈົ້າໜ້າທີ່ກຳລັງໄປຊອກຫາຢູ່ຕາມບາຣ໌ແຫ່ງຕ່າງໆ ເພື່ອ ພະຍາຍາມເຂົ້າເຖິງຜູ້ຄົນ ຢູ່ໃນບ່ອນທີ່ພວກໜີກົດໝາຍ ມັກຈະພາກັນໄປຫຼົບລີ້ຢູ່ນັ້ນ.

ຊີວິດກາງຄືນຂອງກຸງເທບນັ້ນ ແມ່ນໄດ້ພົວພັນກັບການ
ບໍ່ຊອບມາພາກົນທີ່ຜິດກົດໝາຍ ບໍ່ຢ່າງໃດກໍ່ຢ່າງນຶ່ງ
ມາເປັນເວລາຊ້ານານແລ້ວ.

ແສງໄຟນິອອນທີ່ສ່ອງສະຫວ່າງຈາກໄນຄລັບ ໂກໂກບາຣ໌
ຂອງກຸງເທບລາຕີ ຊຶ່ງທັງພວກນັກເຕັ້ນແລະພວກຄ້າປະເວ
ນີຕ່າງໆນັ້ນ ແມ່ນໄດ້ເປີດບໍລິການຢ່າງເປີດເຜີຍ. ພວກ
ນັກທ່ອງທ່ຽວຊາວຕ່າງຊາດຫຼືພວກຊາວໄທທີ່ໄປຢູ່ຕ່າງປະ
ເທດນັ້ນໄດ້ພາກັນຈິບເຫຼົ້າລົງໄປອຶກໃຫຍ່ຢ່າງບໍ່ຫວັ່ນໄຫວ
ຕໍ່ພວກຜູ້ຄົນທີ່ຢູ່ອ້ອມຂ້າງມາກໜ້າຫຼາຍຕາ ແລະບາງຄົນ
ໃນພວກນີ້ ແມ່ນພວກນັກຄ້າຢາເສບຕິດແລະເປັນອາຊະ
ຍາກອນທີ່ທາງການຕ້ອງການເປັນທີ່ສຸດໃນຂົງເຂດນັ້ນ.

ແຕ່ວ່າພວກທີ່ຫຼົບໜີກົດໝາຍເຫຼົ່ານີ້ແມ່ນບໍ່ໄດ້ນັ່ງຢູ່ຕາມ
ຄລັບຫລືບາຣ໌ດອກ. ຮູບພວກເຂົາແມ່ນຖືກພິມໃສ່ບ່ອນ
ໃສ່ແກ້ວເບຍ, ອັນຮອງຈອກແລະກັບໄມ້ຂີດໄຟນໍາ.

ອົງການປາບປາມຢາເສບຕິດສະຫະລັດແລະພວກເຈົ້າໜ້າທີ່ໄທ ກ່າວວ່າ ມັນອາດຈະມີ
ພວກອາດຊະຍາກອນທີ່ທາງການຕ້ອງການໂຕລີ້ຊ້ອນຢູ່ໃນກຸ່ມໃຫ້ບໍລິການພວກນີ້ ແລະ
ເພື່ອຕາມລ່າຫາໂຕພວກເຂົານັ້ນ ພວກເຈົ້າໜ້າທີ່ໄດ້ໃຊ້ວິທີການໃໝ່ໂດຍນຳສະແດງຮູບ
ໃບໜ້າຂອງພວກອາດຊະຍາກອນເຫຼົ່ານີ້ໂດຍອຸບປະກອນທີ່ຕິດຕັ້ງຢູ່ຕາມບາຣ໌ຕ່າງໆ ໂດຍໄດ້ຮັບສະມັກເອົາເຈົ້າຂອງບາຣ໌ທີ່ໃຫ້ການສະໜັບສະໜຸນແກ່ເຈົ້າໜ້າທີ່ ດັ່ງນາງ Samang Edwards.

ນາງ Samang ໄດ້ຍົກປາກກາທີ່ເຈົ້າໜ້າທີ່ແຈກຢາຍໃຫ້ນັ້ນ ຂຶ້ນໃຫ້ເບິ່ງແລະໄດ້ດຶງປື້ມ
ນ້ອຍຫົວນຶ່ງອອກມາ ພ້ອມກັບກໍ້ຮູບຂອງພວກທີ່ເຈົ້າໜ້າທີ່ຕ້ອງການໂຕ.

ນາງ Samang ເວົ້າວ່າ ລາວແມ່ນຢາກຊ່ອຍໃຫ້ເຈົ້າໜ້າທີ່ຈັບພວກອາດຊະຍາກອນ
ເຫຼົ່ານີ້. ລາວບໍ່ມັກວິທີການທີ່ພວກເຂົາກະທໍາໃນການຄ້າຢາເສບຕິດ ຫຼືແມ່ນຫຍັງ
ກໍແລ້ວແຕ່ ຄືພວກເຂົາແມ່ນພວກຄົນບໍ່ດີ.

ນາງ Samang Edwards
ນາງ Samang Edwards

ນາງຍັງກ່າວຕື່ມວ່າ ຮູບອາຊະຍາກອນ
ເຫຼົ່ານີ້ ແມ່ນບໍ່ໄດ້ລົບກວນພວກລູກຄ້າ
ຂອງລາວແຕ່ຢ່າງໃດ ກັບມ່ວນຊື່ນໄປກັບ
ມັນຊໍ້າ. ນອກນີ້ແລ້ວພວກລູກຄ້າປະຈໍາ
ຍັງກ່າວອ້າງວ່າ ພວກເຂົາຍັງໄດ້ເຄີຍເຫັນ
ພວກນີ້ດ້ວຍຊໍ້າ. ແຕ່ລູກຄ້າເກົ່າຊາວ
Denmark ນາຍ Nicolai Kehlet ຊີ້
ອອກວ່າ ຮູບຂອງພວກອາຊະຍາກອນ
ທັງຫຼາຍເຫຼົ່ານີ້ ທີ່ພິມໃສ່ຈອກເບຍນັ້ນ
ເຮັດໃຫ້ເບຍເຢັນດີຕ່າງຫາກ ຊຶ່ງນາຍ
Nicolai Kehlet ເວົ້າວ່າ:

“ຂ້ອຍບໍ່ຮູ້ ຄືຂ້ອຍໝາຍຄວາມວ່າ
ຂ້ອຍເດົາວ່າສິ່ງໃດທີ່ຈະຊ່ວຍຈັບຄົນພວກນີ້ໄດ້ນັ້ນ ​ແມ່ນ​ຈະ​ສ້າງ​ຜົນ​ໃນ​ທາງ​ທີ່​
ດີ. ຂ້ອຍຄິດວ່າ ດັ່ງທີ່ຂ້ອຍໄດ້ເວົ້າໄປ ມັນເປັນການຍາກທີ່ຈະບອກໄດ້ຈາກຮູບ
ພາບເຫລົ່ານີ້. ຖ້າເຮົາຈະເບິ່ງໄປທົ່ວຫ້ອງ ເຮົາຈະເຫັນໃບໜ້າຄົນທີ່ຄ້າຍໆກັນ
ໄປໝົດ ແລະຂ້ອຍເດົາເອົາໄດ້ວ່າ ຄົນພວກນັ້ນຄົງປ່ຽນແປງໄປແດ່ແລ້ວນັບ
ຕັ້ງແຕ່ນັ້ນມາ.”


ໃນລາຍຊື່ນຳໜ້າຂອງພວກອາດຊະຍາກອນທີ່ອົງການປາບປາມຢາເສບຕິດສະຫະລັດ
ຕ້ອງການໂຕນັ້ນ ແມ່ນນາຍ Wei Hsueh Kang ເຈົ້າໜ້າທີ່ຂັ້ນສູງຂອງກອງທະຫານ
ຂອງສະຫະພາບ Wa ກຸ່ມກະບົດຄ້າຢາເສບຕິດທີ່ຄວບຄຸມບໍລິເວນສ່ວນໃຫຍ່ ໃນພາກ
ຕາເວັນອອກສຽງເໜືອຂອງມຽນມາ.

ທ່ານ Thomas Pasquarello ຜູ້ອໍານວຍການຂອງອົງການປາບປາມຢາເສບຕິດສະຫະ
ລັດໃນເຂດເອເຊຍຕາເວັນອອກກ່າວວ່າ ພວກເຈົ້າໜ້າທີ່ຂອງສະຫະລັດ ແມ່ນໄດ້ຕາມລ່າ
ຈັບນາຍ Wei ຕັ້ງແຕ່ຊຸມປີ 1990 ພຸ້ນແລະສະເໜີໃຫ້ເງິນລາງວັນເຖິງ 2 ລ້ານໂດລາ
ກ່ຽວກັບຂໍ້ມູນທີ່ຈະນໍາໄປສູ່ການຈັບກຸມນາຍ Wei ນີ້ ຊຶ່ງທ່ານ Pasquarello ກ່າວວ່າ:


ພວກເຂົາເຫລົ່ານີ້ເປັນຜູ້ຮັບຜິດຊອບ​ໃນ​ການ​ລັກລອບ​ຄ້າເຮໂຣອີນ ແລະຢາບ້າ​ ເປັນຈໍານວນມະຫາສານ. ອົງການຂອງພວກ​ເຂົາສາມາດ ຜະລິດຢາເສບຕິດຜິດ
ກົດໝາຍໄດ້ເປັນຫລາຍໆພັນກິໂລ ແລະນາຍ Wei Hsueh Kang ເປັນຍອດ
ນັກການເງິນທີ່ຢູ່ເບື້ອງຫລັງນີ້ ແລະພ້ອມທັງ ເປັນປະທານບໍລິຫານອົງການອາ
ຊະຍາກໍາອົງການນີ້.”

ເຖິງແມ່ນວ່າໄທເປັນປະເທດເປັນຈຸດຖືກເພັ່ງເລັງກໍຕາມ ແຕ່ຍັງມີອີກ 8 ປະເທດອື່ນໆ ໃນ
ຂົງເຂດເອເຊຍທີ່ເຂົ້າຮ່ວມຢູ່ໃນໂຄງການນີ້ນໍາ ທີ່ຖືວ່າເປັນຄັ້ງທໍາອິດທີ່ຈັດໂຄງການປະເພດ
ນີ້ຂຶ້ນ.

ຕັ້ງແຕ່ເດືອນສິງຫາເປັນຕົ້ນມາ website ຂອງທາງໂຄງການນີ້ແມ່ນໄດ້ມີຜູ້ຄົນເຂົ້າໄປເບິ່ງ
ເຖິງ 70 ພັນຄົນ ແລະກໍມີຂ່າວສຳຄັນ 120 ຂ່າວ ທີ່ນຳພາໃຫ້ມີ ການສືບສວນແລະສອບ
ສວນເບິ່ງ.

ເຖິງແມ່ນວ່າ ຍັງຈະຈັບກຸມພວກຫຼົບລີ້ກົດໝາຍເຫຼົ່ານີ້ບໍ່ໄດ້ເທື່ອກໍຕາມ ແຕ່ທ່ານ Pasqua-
rello ກ່າວວ່າ ມັນໄດ້ມີວີ່ແວວທີ່ສະແດງໃຫ້ເຫັນວ່າ ໂຄງການນີ້ໄດ້ດໍາເນີນໄປໃນທາງ
ບວກ. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

ພວກເຮົາໄດ້ຮັບລາຍງານ ມາຈາກຂັ້ນສູງສຸດຂອງພວກອົງການເຫລົ່ານີ້ພຸ້ນ​
ແຫລະ ທີ່ບອກ​ວ່າພວກເຂົາບໍ່ພໍໃຈກັບໂຄງການນີ້ ພວກເຂົາບໍ່ພໍໃຈກັບການ
ໂຄສະນາ​ເຜີຍ​ແຜ່​ແບບ​ນີ້. ກະ​ຄື​ວ່າ​ຫັ້ນ​ແຫລະ ສໍາລັບພວກກຸ່ມອາຊະຍາກໍາ
ແລ້ວ ບໍ່​ວ່າ​ປະ​ເພດໃດໆກໍຕາມ ພວກເຂົາກໍຍ່ອມຢາກຈະ​ເຮັດ​ວຽກຢູ່ໃຕ້ຫລືຢູ່
ນອກຈໍເຣດາຂອງເຈົ້າໜ້າທີ່ຕໍາຫລວດແລະສິ່ງ​ທີ່​ໂຄງການ​ນີ້​ເຮັດ​ນັ້ນ ກໍ​ແມ່ນ
ວ່າ ມັນ​ແຜ່​ແບ​ການປະຕິບັດ​ງານຂອງພວກເຂົາ ເຄືອຂ່າຍຂອງພວກເຂົາ.
ສະນັ້ນກໍ​ແມ່ນ​ວ່າ​ໂຄງ​ການ​ນີ້ ​ໄດ້ມີຜົນກະທົບຕໍ່ການປະຕິບັດງານຂອງພວກ
ເຂົາ.


ທ່ານ Pasquarello ກ່າວວ່າ ພວກເຂົາເຈົ້າຈະຊັ່ງຊາຕີລາຄາເບິ່ງຄວາມ ສຳເລັດຂອງ
ໂຄງການນີ້ຈາກຂໍ້ມູນຕ່າງໆເຂົາເຈົ້າໄດ້ຮັບມານັ້ນແລະຂໍ້ມູນທີ່ເປັນປະໂຫຍດທີ່ຈະນໍາໄປສູ່
ການຈັບກຸມພວກອາດຊະຍາກອນເຫຼົ່ານີ້.

XS
SM
MD
LG