ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດ ອາຟຣິກາກາງ ເຊັນຂໍ້ຕົກລົງ ກ່ຽວກັບຄອງໂກ


 ທ່ານ ພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວຄໍາປາໄສ ໃນພິທີເຊັນຂໍ້ຕົກລົງ ທີ່ມີເປົ້າໝາຍແນໃສ່ ຍຸດຕິບັນຫາຂັດແຍ້ງກັນ ຢູ່ໃນພາກຕາເວັນອອກຂອງ
ສາທາລະນະລັດປະຊາທິປະໄຕຄອງໂກ
ທ່ານ ພັນ ກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວຄໍາປາໄສ ໃນພິທີເຊັນຂໍ້ຕົກລົງ ທີ່ມີເປົ້າໝາຍແນໃສ່ ຍຸດຕິບັນຫາຂັດແຍ້ງກັນ ຢູ່ໃນພາກຕາເວັນອອກຂອງ ສາທາລະນະລັດປະຊາທິປະໄຕຄອງໂກ
ໃນວັນອາທິດວານນີ້ ພວກຜູ້ນໍາໃນຂົງເຂດພາກກາງຂອງ
ອາຟຣິກາ ໄດ້ເຊັນຂໍ້ຕົກລົງ ທີ່ໄກ່ເກ່ຍໂດຍອົງການສະຫະ
ປະຊາຊາດ ແລະມີເປົ້າໝາຍແນໃສ່ຍຸດຕິບັນຫາຂັດແຍ້ງ
ກັນ ທີ່ດໍາເນີນມາເປັນເວລາສອງທົດສະວັດ ຢູ່ໃນພາກຕາ
ເວັນອອກ ຂອງສາທາລະນະລັດປະຊາທິປະໄຕຄອງໂກ.

ບັນດາປະທານາທິບໍດີ ແລະທູດຈາກ 11 ປະເທດ ຊຶ່ງລວມ
ທັງ Rwanda ແລະ Uganda ໄດ້ພາກັນລົງນາມໃນຂໍ້ຕົກ
ລົງດັ່ງກ່າວ ຢູ່ໃນພິທີອັນນຶ່ງ ໃນວັນອາທິດວານນີ້ ທີ່ນະຄອນ
ຫລວງ Addis Ababa ຂອງອີທິໂອເປຍ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ລັດຖະບານຄອງໂກເຫັນດີທີ່ຈະ
ຈັດຕັ້ງປະຕິບັດ ການປະຕິຮູບໃໝ່ໃນພາກສ່ວນຮັກສາ
ຄວາມໝັ້ນຄົງ ພ້ອມທັງປ້ອງກັນບໍ່ໃຫ້ກໍາລັງປະກອບອາວຸດເຂົ້າໄປທໍາລາຍສະຖຽນລະ ພາບຢູ່ໃນບັນດາປະເທດເພື່ອນບ້ານ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ພັນ ກິມູນທີ່ໄດ້ເຂົ້າຮ່ວມພິທີລົງນາມດັ່ງກ່າວ
ເວົ້າວ່າ ຂໍ້ຕົກລົງນີ້ “ເປັນພຽງຂັ້ນເລີ້ມຕົ້ນຂອງວິທີການແກ້ໄຂບັນຫານີ້ແບບຮອບດ້ານ ທີ່
ຈະຕ້ອງການໃຫ້ມີການພົວພັນກັນແບບແກ່ຍາວແລະຍືນຍົງ.” ຂໍ້ຕົກລົງດັ່ງກ່າວ ອາດ ນໍາໄປສູ່ການປ່ຽນແປງ ຮູບແບບຂອງພາລະກິດຂອງໜ່ວຍຮັກສາສັນຕິພາບຂອງ ອົງ ການສະຫະປະຊາຊາດ ທີ່ປະກອບດ້ວຍສະມາ ຊິກ 17 ພັນຄົນ ທີ່ໄດ້ເຂົ້າໄປປະຕິບັດ ງານໃນຄອງໂກແລ້ວນັ້ນ ຊຶ່ງອາດຈະພາໃຫ້ມີການສ້າງຕັ້ງກໍາລັງປະຈໍາພາກພື້ນຂຶ້ນ
ເພື່ອຕໍ່ສູ້ກັບພວກກະບົດ.

ທໍາອິດ ພວກຜູ້ນໍາຂົງເຂດດັ່ງກ່າວຂອງອາຟຣິກາ ໄດ້ມີກໍານົດວ່າ ຈະເຊັນຂໍ້ຕົກລົງດັ່ງ ກ່າວໃນເດືອນແລ້ວນີ້ ແຕ່ກໍບໍ່ໄດ້ເຊັນກັນ ເມື່ອມີການສະແດງຄວາມເປັນຫ່ວງອອກມາ ກ່ຽວກັບວ່າ ແມ່ນໃຜຈະເປັນຜູ້ນໍາກໍາລັງປະຈໍາພາກພື້ນໃໝ່ນັ້ນ.
XS
SM
MD
LG