ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຊຸມນຸມ ຂອງພວກຄົນ ຜິວຂາວ ຈຳແນກ ເຊື້ອຊາດ ຖືກພວກຕໍ່ຕ້ານ ອອກມາຕອບໂຕ້


White Nationalists Rally in Washington; Greatly Outnumbered by Counter-Protesters
please wait

No media source currently available

0:00 0:02:23 0:00

ການຊຸມນຸມຂອງພວກຄົນຜິວຂາວຈຳແນກເຊື້ອຊາດ ໃນນະຄອນຫຼວງ ວໍຊິງຕັນ ມີຈຳນວນໜ້ອຍກວ່າ ພວກປະທ້ວງ ທີ່ອອກມາຕໍ່ຕ້ານເຂົາເຈົ້າຫຼາຍເທົ່າ.

ປະຊາຊົນຜູ້ທີ່ໄດ້ເຂົ້າຮ່ວມໃນການໂຮມຊຸມນຸມຂອງທັງສອງຝ່າຍ ໃນນະຄອນຫຼວງ
ຂອງ ສະຫະລັດ ເມື່ອວັນເສົາ ແລະ ວັນອາທິດວານນີ້ ແມ່ນໄດ້ຮັບຄວາມສົນໃຈຈາກ
ສັງຄົມ, ເຖິງແມ່ນວ່າຂໍ້ຄວາມຂອງເຂົາເຈົ້າຈະແຕກຕ່າງກັນຢ່າງສິ້ນເຊີງກໍຕາມ.

ພວກຄົນຜິວຂາວທີ່ຈຳແນກເຊື້ອຊາດປະມານ 20 ກວ່າຄົນ, ເຊິ່ງບາງຄົນໄດ້ໃສ່ໜ້າ
ກາກ ບັງໜ້າໄວ້ ກັບທຸງຊາດ ອາເມຣິກັນ ທີ່ຜື່ອອກນັ້ນ, ໄດ້ຊຸມນຸມກັນຢູ່ສວນສາທາ
ລະນະຢູ່ຂ້າມຖະໜົນຈາກທຳນຽບຂາວເມື່ອຕອນບ່າຍຂອງວັນອາທິດວານນີ້ ແຕ່
ການຊຸມນຸມດັ່ງກ່າວ ແມ່ນໄດ້ສິ້ນສຸດລົງທ່າມກາງສາຍຝົນກ່ອນ 5 ໂມງເຄິ່ງຕອນແລງ
ເຊິ່ງແມ່ນເວລາເລີ່ມການປະທ້ວງຢ່າງເປັນທາງການ.

ທ້າວ ເຈສັນ ເຄັສເລີ, ຜູ້ຊາຍທີ່ໄດ້ຈັດງານດັ່ງກ່າວເພື່ອສະໜັບສະໜູນ “ສິດທິພົນລະ
ເມືອງຂອງຄົນຜິວຂາວ,” ໄດ້ຄາດວ່າ ມີຜູ້ເຂົ້າຮ່ວມໃນລະຫວ່າງ 100 ຫາ 400 ຄົນ,
ອີງຕາມການອະນຸຍາດທີ່ລາວໄດ້ຮັບ ຈາກອົງການບໍລິການສວນສາທາລະນະແຫ່ງ
ຊາດ.

ທ້າວ ເຄັສເລີ ໄດ້ເວົ້າຢູ່ເທິງເວທີ ກ່ອນການຊຸມນຸມຢ່າງເປັນທາງການຈະເລີ່ມຂຶ້ນວ່າ
“ຂ້າພະເຈົ້າບໍ່ວ່າຫຍັງ ທີ່ຈະຢູ່ຮ່ວມກັນກັບຄົນຈາກທົ່ວທຸກມຸມໂລກ, ແຕ່ຖ້າພວກເຈົ້າ
ເອົາຄົນເຂົ້າມາພ້ອມກັນຫຼາຍໂພດ, ມັນຈະບໍ່ເປັນປະເທດຄືເກົ່າອີກ ແລະ ນັ້ນແມ່ນ
ສິ່ງທີ່ເຂົາເຈົ້າກຳລັງເຮັດ ແລະ ຍ້ອນແນວນັ້ນຄົນຜິວຂາວຈຳນວນຫຼວງຫຼາຍຈຶ່ງຮູ້ສຶກ
ບໍ່ພໍໃຈ.”

ທ້າວ ເຄັສເລີ ຍັງໄດ້ເວົ້າວ່າ ລາວບໍ່ແມ່ນພວກຄົນຜິວຂາວຊາດນິຍົມ. ບັນດານັກຂ່າວ
ແມ່ນໄດ້ຖືກກັ້ນ ໃຫ້ຢູ່ຫ່າງຈາກສະຖານທີ່ການຊຸມນຸມ ແລະ ບໍ່ສາມາດສຳພາດຜູ້ເຂົ້າ
ຮ່ວມໂດຍກົງ.

ທ້າວ ເຄັສເລີ ແລະ ກຸ່ມພວກປະທ້ວງຂອງລາວໄດ້ເດີນທາງໄປຮອດ ແລະ ອອກຈາກ
ສວນ ລາຟາແຢັດ ດ້ວຍການຄຸ້ມກັນຂອງຕຳຫຼວດ. ຈຳນວນຄົນຂອງເຂົາເຈົ້າແມ່ນ
ໜ້ອຍກວ່າພວກປະທ້ວງຕໍ່ຕ້ານຄວາມຄຽດຊັງ ທີ່ອອກມາຕອບໂຕ້ການຊຸມນຸມນັ້ນ
ຫຼາຍ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ທີ່ມີໜ້າຢູ່ໃນສະຖານທີ່ ແລະ ຮົ້ວເຫຼັກຊົ່ວຄາວ
ໄດ້ປ້ອງກັນໃຫ້ສອງກຸ່ມທີ່ເປັນປໍລະປັກ ຢູ່ຫ່າງຈາກກັນ.

ນາງ ມາເຊຍ ເກຊູ, ຜູ້ຈັດການຂໍ້ມູນໃນເວັບໄຊທ໌ ຈາກເມືອງ ຊິລເວີ ສປຣິງ, ລັດ
ແມຣີແລັນ ທີ່ຕັ້ງຢູ່ໃກ້ຄຽງ, ຜູ້ທີ່ໄດ້ອອກມາຕອບໂຕ້ ຕໍ່ການປະທ້ວງດັ່ງກ່າວນັ້ນໄດ້ເວົ້າ
ວ່າ ລາວຮູ້ສຶກບໍ່ສະບາຍໃຈທີ່ໄດ້ມາຢູ່ໃນບໍລິເວນດຽວກັນ ກັບພວກຄົນຜິວຂາວທີ່ຈຳ
ແນກເຊື້ອຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG