ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີຮ່ອງຮອຍ ສະແດງວ່າ ໄຟຟ້າມອດ ຢູ່ວໍຊິງຕັນ ພົວພັນ ກັບການກໍ່ການຮ້າຍ


ໜ່ວຍອາລັກຂາປະທານາທິບໍດີ ຢືນຍາມຢູ່ຕໍ່ໜ້າທຳນຽບຂາວ.
ໜ່ວຍອາລັກຂາປະທານາທິບໍດີ ຢືນຍາມຢູ່ຕໍ່ໜ້າທຳນຽບຂາວ.

ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ກ່າວວ່າ ໄຟຟ້າ​ມອດ​ໃນ​ນະຄອນຫຼວງວໍ
ຊິງ​ຕັນ ​ໃນ​ຕອນ​ບ່າຍ​ວັນ​ອັງຄານ​ວານ​ນີ້ ​ໄດ້ເປັນ​ຜົນ​ກະທົບ
ຕໍ່ທຳນຽບຂາວ ລັດຖະສະພ​າ ຫໍທິພິດ​ທະພັນ ສະຖານີ​ລົດ​ໄຟ
​ແລະ​ສະຖານທີ່ອື່ນໆອີກ ໃນທົ່ວ​ນະຄອນ​ຫລວງ ຂອງສະຫະ
ລັດແລະ​ໃນເຂດຊານເມືອງນັ້ນ ທັງໝົດນີ້ແມ່ນ​ເນຶ່ອງມາ​ຈາກ
ເກີດ​ລະ​ເບີດ​ຢູ່ໂຮງໄຟຟ້າແຫ່ງນຶ່ງ ​ທີ່ລັດ Maryland​.

​ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ບາງ​
ສ່ວນຂອງ​ທຳນຽບຂາວ ​ໄດ້​ໃຊ້ໄຟຟ້າ ​ຈາກເຄື່ອງຈັກສຳຮອງ
ເປັນເວລາສັ້ນໆ.

​ໄຟ​ສັນຍາ​ນຈຳນວນ​ນຶ່ງ​ໄດ້​ມອດ​ລົງ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລົດ​ໄຟໃຕ້​ດິນ​ກ່າວ​ວ່າ ສະຖາ​ນີ
14 ​ແຫ່ງ​ໄດ້​ຮັບ​ຜົນ​ກະທົບ. ແຕ່ແນວໃດກໍຕາມ ​ໄຟ​ຟ້າສຳຫລັບ​ໃຊ້​ແລ່ນລົດໄຟ ແມ່ນບໍ່ໄດ້
ມອດ ແລະ​ລົດ​ໄຟກໍ​ຍັງ​ແລ່ນ​ຕາມປົກກະຕິ.

​ໄຟຟ້າ​ມອດ​ຢູ່​ທີ່ ກະຊວງ​ຕ່າງປະ​ເທດ ​ໃນ​ລະຫວ່າງ​ການຖະແຫລງຂ່າວ​ປະຈຳ​ວັນ ຊຶ່ງບັງ
ຄັບ​ໃຫ້​ໂຄສົກ​ຍິງ ທ່ານ​ນາງ Marie Harf ​ເສັດ​ສີ້​ນການຖະ​ແຫຼ​ງ ​ໂດຍ​ການ​ໃຊ້​ໄຟ​ ຈາກ
ໂທລະສັບ​ມື​ຖື​ຂອງ​ທ່ານ​ນາງ.

ໄຟຟ້າ​ທີ່ຕຶກລັດຖະສະສະຫະລັດ ​ໄດ້ມອດ​ລົງເປັນເວລາສັ້ນໆ​ເຖິງ​ສອງ​ເທຶ່ອ.

ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນຂອ​ງສະຫະລັດ ກ່າວ​ວ່າ “ບໍ່​ມີ​ຮ່ອງຮອຍໃດ​ໆ” ທີ່
ສະແດງໃຫ້ເຫັນວ່າ ​ໄຟ​ຟ້າ​ມອດໃນຂອບເຂດທີ່ກວ້າງຂວາງເທື່ອນີ້ ພົວພັນ​ກັບ “ການ​ກະ
ທຳທີ່ປະສົງ​ຮ້າຍ​ໃດໆ.”

DC Power Outrage
please wait
Embed

No media source currently available

0:00 0:02:01 0:00

XS
SM
MD
LG