ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

13 ຄົນ ເສຍຊີວິດ ໃນການຍິງ ສັງຫານ ຢູ່ Navy Yard ທີ່ ກຸງວໍຊິງຕັນ (ສະໄລດ໌/ວີດີໂອ)


Shooting Rampage Leaves 13 Dead at DC Navy Yard
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ
ມີ 12 ຄົນເສຍຊີວິດ ແລະອີກຫຼາຍໆຄົນໄດ້ຮັບບາດເຈັບ ຫຼັງຈາກ
ມືປືນຄົນນຶ່ງ ໄດ້ຍິງສັງຫານແບບບໍ່ເລືອກໜ້າຢູ່ຄ້າຍທະຫານເຮືອ
ແຫ່ງນຶ່ງໃນກຸງວໍຊິງຕັນໃນມື້ວັນຈັນຜ່ານມາ. ພະແນກການຕ່າງໆ ຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍ ຢູ່ໃນນະຄອນຫຼວງສະຫະ
ລັດ ໄດ້ໄປເຖິງບ່ອນເກີດເຫດ ຢ່າງວ່ອງໄວ ໂດຍໄດ້ສັງຫານມືປືນ
ລຸນຫຼັງທີ່ໄດ້ມີການຊອກຄົ້ນ ໃນຂອບເຂດທີ່ກວ້າງຂວາງຢູ່ທີ່ຄ້າຍ
ດັ່ງກ່າວ. ຜູ້ສື່ຂ່າວວີໂອເອ Chris Simkins ມີລາຍງານ ກ່ຽວກັບ
ເລື່ອງນີ້ດັ່ງໄພສານມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ


ຕຳຫຼວດແລະໜ່ວຍຮັບມືກັບເຫດການສຸກເສີນຈຳນວນນຶ່ງ ໄດ້ມຸ່ງໜ້າໄປຍັງຄ້າຍທະຫານ
ເຮືອ Navy Yard ໃນກຸງວໍຊິງຕັນ ຫລັງຈາກມືປືນຄົນນຶ່ງທີ່ມີອາວຸດຫຼາຍໆຊະນິດ ເລີ້ມຍິງ ປືນເຂົ້າໃສ່ຜູ້ຄົນ. ເຈົ້າໜ້າທີ່ເວົ້າວ່າ ມີ 12 ຄົນເສຍຊີວິດ ແລະອີກຈຳນວນນຶ່ງໄດ້ຮັບບາດ ເຈັບຮວມທັງຕຳຫລວດຄົນນຶ່ງ. ມືປືນທີ່ເຈົ້າໜ້າທີ່ລະບຸວ່າ ແມ່ນທ້າວ Aaron Alexis ມາ ຈາກເມືອງ Fort Worth ລັດ Texas ນັ້ນ ມີອາຍຸ 34 ປີ. ລາຍງານຂ່າວແຈ້ງວ່າ ທ້າວ Alexis ເຄີຍຮັບໃຊ້ຢູ່ ໃນກອງທັບເຮືອສະຫະລັດມາກ່ອນ ແລະກໍເຄີຍເປັນອະດີດພະນັກ ງານພົນລະເຮືອນຂອງຄ້າຍທະຫານດັ່ງກ່າວນີ້.

ພວກເຄາະຮ້າຍທີ່ຖືກຍິງບາງຄົນ ໄດ້ຖືກສົ່ງໄປໂຮງພະຍາບານໂດຍດຶງຂຶ້ນສູ່ເຮຣີຄອບເຕີ້ ຈາກຫລັງຄາຕຶກ ໃນຄ້າຍດັ່ງກ່າວ ບ່ອນທີ່ມີພະນັກງານ ເຮັດວຽກຢູ່ ທັງໝົດ 3000 ຄົນ.
ພວກເຄາະຮ້າຍສ່ວນໃຫຍ່ແມ່ນພະນັກງານທີ່ຫາກໍເດີນທາງໄປຮອດເພື່ອເຮັດວຽກຢູ່ທີ່ຕຶກ ກອງບັນຊາການທະຫານເຮືອ ທີ່ຕັ້ງຢູ່ບໍ່ໄກປານໃດ ຈາກລັດຖະສະພາສະຫະລັດ.

ນາງ Terry Durham ຊຶ່ງເປັນຜູ້ນຶ່ງຢູ່ໃນເຫດການ ໃຫ້ການຊີ້ແຈງສູ່ຟັງວ່າ:

“ລາວຢູ່ໄກເຕີບ ຂ້າງລຸ່ມລະບຽງທາງຍ່າງ ທີ່ພວກເຮົາ ບໍ່ສາມາດມອງເຫັນໜ້າ
ລາວ ແຕ່ພວກເຮົາເຫັນລາວຖືປືນຍາວຢູ່ ຫຼັງຈາກນັ້ນ ກໍຍົກປືນຂຶ້ນແລະແນມາ ທາງພວກເຮົາ. ລາວຍິງຂຶ້ນມາທາງເທິງ.”


ສ່ວນຜູ້ທີ່ເຫັນເຫດການອີກຄົນນຶ່ງ ຄືນາງ Patricia Ward ກ່າວຕໍ່ນັກຂ່າວວ່າ:

“ມັນດັງ ປັ້ງ ປັ້ງ ປັ້ງ ແລະບໍ່ເທົ່າໃດວິນາທີຕໍ່ມາ ມັນກໍຢຸດ ຫລັງຈາກນັ້ນກໍດັງຂຶ້ນ
ອີກ ປັ້ງ ປັ້ງ ປັ້ງ ດັ່ງນັ້ນ ພວກເຮົາຈຶ່ງພາກກັນແລ່ນ. ຂ້ອຍນັບໄດ້ ມີສຽງປືນຢ່າງ ໜ້ອຍ 7 ບາດ.”


ເຈົ້າໜ້າທີ່ກ່າວວ່າ ຫຼັງຈາກໄດ້ມີການຄົ້ນຫາຢ່າງຂຸ້ນຂ້ຽວແລ້ວ ຕຳຫຼວດກໍໄດ້ພໍ້ມືປືນ ແລະ ກໍໄດ້ຍິງຕໍ່ສູ້ກັບຜູ້ກ່ຽວ ຢູ່ຂ້າງໃນຂອງຕຶກອາຄານ. ຜູ້ບັນຊາການຕຳຫຼວດກຸງວໍຊິງຕັນ ທ່ານ ນາງ Cathy Lanier ກ່າວວ່າ:

“ພວກເຮົາໄດ້ສົ່ງຄະນະຍິງສັງຫານເຂົ້າໄປຂ້າງໃນຕຶກອາຄານດັ່ງກ່າວ ແລະກໍພາ ກັນເຄື່ອນຍ້າຍໄປທົ່ວທັງຕຶກ ຊຶ່ງໄດ້ເກີດການຍິງຕໍ່ສູ້ກັນ ຫຼາຍໆຄັ້ງກັບມືປືນ ແລະ ຜູ້ກ່ຽວໄດ້ຖືກຍິງຕາຍ.”

ທີ່ທຳນຽບຂາວ ປະທານາທິບໍດີບາຣັກ ໂອບາມາ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານກາງສະ ຫະລັດ ຈະທຳການສືບສວນຢ່າງຖີ່ຖ້ວນ ຂະນະທີ່ສະແດງຄວາມເສົ້າສະຫລົດໃຈ ຕໍ່ບັນດາ ພວກເຄາະຮ້າຍ.

“ພວກເຮົາແມ່ນຢືນຢູ່ກັບບັນດາຄອບຄົວຂອງພວກທີ່ໄດ້ຮັບເຄາະ. ພວກເຂົາເຈົ້າ ຈຳເປັນຕ້ອງໄດ້ຮັບຄວາມຮັກ ແລະການສະໜັບສະໜຸນ ຂອງພວກເຮົາ.”

ຕຳຫລວດ ຍັງບໍ່ທັນແຈ້ງໃຫ້ຊາບເທື່ອ ກ່ຽວກັບຈຸດປະສົງ ໃນການຍິງສັງຫານ ຢ່າງບໍ່ເລືອກ ໜ້າຄັ້ງນີ້. ເຈົ້າໜ້າທີ່ໄດ້ກ່າວຍົກຍ້ອງການຕອບຮັບຢ່າງວ່ອງໄວຂອງຕຳຫຼວດ ໃນການຈັດ ສົ່ງກຳລັງໄປຍັງບ່ອນເກີດເຫດວ່າ ໄດ້ຊ່ອຍຊີວິດຂອງຫຼາຍໆຄົນໄວ້.

XS
SM
MD
LG