ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ຄອງໂກ ຖອນອອກຈາກ ເມືອງ Goma (ສະໄລດ໌)


ກຸ່ມກະບົດ M23 ຢູ່ໃນຄອງໂກ ໄດ້ຖອນອອກຈາກເມືອງ Goma ທາງພາກຕາເວັນອອກຂອງປະເທດ ໃນວັນເສົາ ວັນທີ 1 ທັນວາ 2012 ຕາມຂໍ້ຕົກລົງທີ່ເຊັນກັນ ຢູ່ທີ່ນະຄອນຫຼວງ Kampala ໃນອາທິດແລ້ວນີ້. (AP Photo/Jerome Delay
ກຸ່ມກະບົດ M23 ຢູ່ໃນຄອງໂກ ໄດ້ຖອນອອກຈາກເມືອງ Goma ທາງພາກຕາເວັນອອກຂອງປະເທດ ໃນວັນເສົາ ວັນທີ 1 ທັນວາ 2012 ຕາມຂໍ້ຕົກລົງທີ່ເຊັນກັນ ຢູ່ທີ່ນະຄອນຫຼວງ Kampala ໃນອາທິດແລ້ວນີ້. (AP Photo/Jerome Delay
ພວກກະບົດປະມານ 300 ຄົນ ຢູ່ໃນສາທາລະນະລັດປະຊາ
ທິປະໄຕຄອງໂກ ໄດ້ຖອນອອກຈາກເມືອງ Goma ທາງພາກ
ຕາເວັນອອກຂອງປະເທດ ຊຶ່ງເປັນສູນກາງຂອງບໍ່ແຮ່ອັນສຳຄັນ ທີ່ພວກກະບົດໄດ້ເຂົ້າຍຶດເອົາປະມານ ສອງອາທິດກ່ອນໜ້ານີ້.

ຜູ້ສື່ຂ່າວວີໂອເອ ທ່ານ Gabe Joselow ລາຍງານມາຈາກເມືອງ
Goma ວ່າ ພວກກະບົດພາກັນມຸ້ງໜ້າໄປທາງເໜືອແລະໄປຕັ້ງທີ່
ໝັ້ນໃໝ່ ຢູ່ຫ່າງຈາກຕົວເມືອງດັ່ງກ່າວ 20 ກິໂລແມັດ ພາຍໃຕ້ຂໍ້
ກຳນົດຂອງ ການຕົກລົງທີ່ໄດ້ມີການໄກ່ເກ່ຍໃນລະດັບພາກພື້ນ.

ໂຄສົກກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ
ທ່ານKieran Dwyer ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ ການຖອນຕົວຂອງພວກກະບົດ ແຕ່ກໍໄດ້ເຕືອນວ່າ ການຖອນ
ໂຕອອກນີ້ “ແມ່ນບາດ ກ້າວຂັ້ນຕົ້ນທໍ່ນັ້ນ ແລະວ່າສະເຖຍລະພາບຢູ່ໃນຂົງເຂດຍັງບໍ່ທັນ ເຂັ້ມແຂງເທື່ອ.” ທ່ານຍັງກ່າວອີກວ່າ ມັນເປັນການ “ສໍາຄັນຫລາຍ” ທີ່ກຸ່ມກະບົດ M23 ຕ້ອງປະຕິບັດຕາມເງື່ອນໄຂໃນການຖອນຕົວທີ່ໄດ້ເຈລະຈາກັນ “ໃນຂະນະທີ່ການແກ້ໄຂ ບັນຫາໄລຍະຍາວ ຍັງຕ້ອງໄດ້ມີການສືບຕໍ່ດໍາເນີນການຮ່ວມກັນອີກ.”

ໃນສ່ວນຕົວຂອງທ່ານນັ້ນ, ທ່ານ Sultani Makenga ຜູ້ນໍາຂອງພວກກະບົດ ໄດ້ກ່າວ ເຕືອນໃນວັນເສົາວານນີ້ວ່າ ກອງກໍາລັງຂອງທ່ານ ກຽມພ້ອມທີ່ຈະກັບເຂົ້າໄປໃນເມືອງດັ່ງ ກ່າວໄດ້ທຸກເມື່ອ ຖ້າຫາກວ່າ ປະທາ ນາທິບໍດີ Joseph Kabila ບໍ່ນັບຖືເງື່ອນໄຂຂອງຂໍ້ ຕົກລົງກັນນັ້ນ.

ກຸ່ມ M23 ແມ່ນປະກອບຂຶ້ນໂດຍອະດີດພວກກະບົດ ທີ່ໄດ້ເຂົ້າຮ່ວມຢູ່ໃນກອງທັບຄອງ ໂກ ກ່ອນທີ່ຈະໂຕນໜີເຂົ້າປ່າໃນຕົ້ນປີນີ້ໂດຍຈົ່ມວ່າ ຕົນຖືກຈໍາແນກກີດກັນ ແລະໄດ້ຮັບ ການປະຕິບັດຕໍ່ແບບບໍ່ເປັນທຳ.

ເບິ່ງສະໄລດ໌ພາບການຖອນໂຕຂອງພວກກໍາລັງກະບົດ ໃນຄອງໂກ:
XS
SM
MD
LG