ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ນໍ້າຖ້ວມເປັນເວລາຫຼາຍມື້ ໃນເກົາຫຼີໃຕ້ ເຮັດໃຫ້ມີຜູ້ເສຍຊີວິດລວມ ເພີ້ມຂຶ້ນເປັນ 40 ຄົນ

ພະນັກງານກູ້ໄພ ດໍາເນີນການຊອກຫາ ແລະຊ່ວຍເຫຼືອ ຢູ່ດ້ານໃນຂອງອຸໂມງໃຕ້ດິນ ເຊິ່ງເກີດນໍ້າຖ້ວມກະທັນຫັນ ເນື່ອງຈາກຝົນທີ່ຕົກລົງມາຢ່າງໜັກ ໃນເມືອງຊັອງຈູ, ເກົາຫຼີໃຕ້, ວັນທີ 17 ກໍລະກົດ 2023. (Yonhap via Reuters)
ພະນັກງານກູ້ໄພ ດໍາເນີນການຊອກຫາ ແລະຊ່ວຍເຫຼືອ ຢູ່ດ້ານໃນຂອງອຸໂມງໃຕ້ດິນ ເຊິ່ງເກີດນໍ້າຖ້ວມກະທັນຫັນ ເນື່ອງຈາກຝົນທີ່ຕົກລົງມາຢ່າງໜັກ ໃນເມືອງຊັອງຈູ, ເກົາຫຼີໃຕ້, ວັນທີ 17 ກໍລະກົດ 2023. (Yonhap via Reuters)

ເກົາຫຼີໃຕ້ ​ເກີດນໍ້າຖ້ວມມາເປັນເວລາຫຼາຍອາທິດແລ້ວດ້ວຍຝົນທີ່ຕົກລົງມາຢ່າງ ແຮງເປັນໄລຍະໆ ໂດຍໄດ້ສັງຫານປະຊາຊົນຢ່າງໜ້ອຍ 40 ຄົນ, ມີການຢຸດແລ່ນລົດໄຟຫຼາຍຂະບວນ ເນື່ອງຈາກຄວາມກັງວົນກ່ຽວກັບຖານຂອງພື້ນທີ່ອ່ອນແອ, ແລະເຮັດໃຫ້ມີປະຊາຊົນຫຼາຍພັນຄົນ ພາກັນເກັບເສດຊາກຈາກຜົນເສຍຫາຍຂອງ​ລົມພາຍຸ, ເຖິງແມ່ນມີການພະຍາກອນວ່າ ຈະມີຝົນຕົກລົງມາຕື່ມອີກກໍຕາມ.

ລຸນຫຼັງກັບມາຈາກການເດີນທາງໄປຢ້ຽມຢາມຢູໂຣບ ແລະເປັນປະທານ​ກອງປະ ຊຸມສຸກເສີນໃນວັນຈັນມື້ນີ້, ປະທານາທິບໍດີຢຸນ ຊຸກ ໂຢລ ໄດ້ແນະນໍາໃຫ້ເຈົ້າໜ້າທີ່ລະ​ບຸ​ເຂດພິເສດສໍາລັບໄພພິບັດ ແລະໄດ້​ດຳ​ເນີນຄວາມພະຍາຍາມ​ທຸກ​ສິ່ງ​ຢ່າງ​ເພື່ອສະໜັບສະໜຸນການເທົາທຸກຢູ່ໃນພູມິພາກ ແລະ ຄວາມພະຍາຍາມໃນການສ້າງສາຄືນໃໝ່.

ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ (ກາງ), ຍ່າງຜ່ານກອງຕົ້ນໄມ້ທີ່ຫັກລົ້ມ ຢູ່ໃນໝູ່ບ້ານ ເຊິ່ງເປັນຂົງເຂດທີ່ມີບ້ານເຮືອນຫຼາຍກວ່ານຶ່ງສ່ວນສາມ ຖືກທໍາລາຍດ້ວຍສະພາບດິນເຈື່ອນ ແລະສອງຄົນຍັງຄົງຫາຍສາບສູນ, ໃນເມືອງເຢຊິນ, ວັນທີ 17 ກໍລະກົດ 2023.

ທ່ານຢຸນ ຍັງໄດ້ຕໍາໜິລັດຖະບານທ້ອງຖິ່ນ ທີ່ຖືເບົາ, ເນື່ອງຈາກການບໍ່ເອົາໃຈ ໃສ່ດັ່ງກ່າວນັ້ນ ໄດ້ເຮັດໃຫ້ມີການປະນາມຫຼາຍຂຶ້ນຕໍ່ການເສຍຊີວິດຫຼາຍສິບຄົນ ຢູ່ໃນອຸໂມງໃຕ້ດິນ ໃນເມືອງຊັອງຈູ, ເຊິ່ງຕັ້ງຢູ່ໃນແຂວງຊັງຊັອງທາງພາກເໜືອຂອງປະເທດ.

ອຸໂມງໃຕ້ດິນດັ່ງກ່າວບໍ່ໄດ້ຖືດປິດສໍາລັບການສັນຈອນທາງຍານພາຫະນະ ເຖິງແມ່ນວ່າໄດ້ມີການເຕືອນກ່ຽວກັບນໍ້າຖ້ວມກໍຕາມ, ອີງຕາມການລາຍງານຂອງອົງການຂ່າວທ້ອງຖິ່ນ. ຍ້ອນນໍ້າຖ້ວມກະທັນຫັນ ຈຶ່ງສົ່ງຜົນເຮັດໃຫ້ຄູກັນນໍ້າແຕກ ເນື່ອງຈາກນໍ້າຖ້ວມຂະໜາດໃຫຍ່, ເຈົ້າໜ້າທີ່ກ່າວ. ມີການຄົ້ນພົບຢ່າງໜ້ອຍ 13 ສົບ ເຖິງແມ່ນເຈົ້າໜ້າພະນັກງານສຸກເສີນ ຈະຍັງຄົງມີການປ່ອຍນໍ້າອອກມາຈາກອຸໂມງດັ່ງກ່າວໃນຕອນເຊົ້າວັນຈັນນີ້ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG