ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມື້ທີ 3 ຂອງການແຂງຂັນ ກິລາໂອລິມປິກ ທີ່ນະຄອນ Rio ປະເທດບຣາຊີລ


ນາງສາວ Lilly King, ຊ້າຍ, ແລະນາງສາວ Yulia Efimova ນັກລອຍນ້ຳແມ່ຍິງ ໄລຍະ 100 ແມັດ ແບບ breaststroke ໃນຂະນະທີ່ແຂ່ງຂັນທີ່ນະຄອນ Rio de Janeiro, Brazil, 8 ສິງຫາ, 2016.
ນາງສາວ Lilly King, ຊ້າຍ, ແລະນາງສາວ Yulia Efimova ນັກລອຍນ້ຳແມ່ຍິງ ໄລຍະ 100 ແມັດ ແບບ breaststroke ໃນຂະນະທີ່ແຂ່ງຂັນທີ່ນະຄອນ Rio de Janeiro, Brazil, 8 ສິງຫາ, 2016.

ຄະນະລອຍນ້ຳຂອງອາເມຣິກັນ 2 ທີມ ໄດ້ເຮັດສະຖິຕິໃໝ່ ຂອງໂອລິມປິກ ໃນວັນຈັນວານ ນີ້ ທີ່ໄດ້ຊະນະຫຼຽນຄຳ ໃນທ່າລອຍນ້ຳ ທີ່ເອີ້ນວ່າ breast stroke ແລະ back stroke.

ທ້າວ Ryan Murphy ໄວ 21 ປີ ໄດ້ຊະນະການລອຍນ້ຳ ທີ່​ເອີ້ນວ່າ back stoke ໄລຍະ 100 ແມັດ ໃຊ້ເວລາພາຍໃນ 51.97 ວິນາທີ ຊຶ່ງເປັນສະຖິຕິໃໝ່ຂອງໂອລິມປິກ ແຕ່ກໍ​ຍັງ ຫລຸດສະຖິຕິໂລກພຽງໜ້ອຍດຽວ ທີ່​ໃຊ້​ເວລາ 51.94 ວິນາທີ ທີ່ທ້າວ Aaron Peirsol ໄດ້ເຮັດໄວ້ ໃນປີ 2009 ກ່ອນທີ່ຊຸດລອຍນ້ຳ ແບບທີ່ບໍ່ເຮັດດ້ວຍຜ້າ ​ໄດ້ຖືກ​ເກືອດຫ້າມ ຈາກການແຂ່ງຂັນນັ້ນ.

Russia's Yulia Efimova ຮ້ອງໃຫ້ ຫຼັງຈາກທີ່ນາງໄດ້ຊະນະເປັນທີ 2 ໃນການແຂງຂັນລອຍນ້ຳສຳຫຼັບແມ່ຍິງ ໄລຍະ 100-ແມັດ ແບບ breaststroke ທີ່ກຳລາໂອລິມປິກ ລະດູຮ້ອນ 2016, 8 ສິງຫາ, 2016.
Russia's Yulia Efimova ຮ້ອງໃຫ້ ຫຼັງຈາກທີ່ນາງໄດ້ຊະນະເປັນທີ 2 ໃນການແຂງຂັນລອຍນ້ຳສຳຫຼັບແມ່ຍິງ ໄລຍະ 100-ແມັດ ແບບ breaststroke ທີ່ກຳລາໂອລິມປິກ ລະດູຮ້ອນ 2016, 8 ສິງຫາ, 2016.

ການໄດ້ຮັບໄຊຊະນະຂອງທ້າວ Murphy ພາໃຫ້ສະຫະລັດສືບ​ຕໍ່ຄອບງຳການແຂ່ງຂັນ ກິລາ ວ່ານີ້ ຊຶ່ງໄດ້ຮັບຫຼຽນໂອລິມປິກ 6 ຄັ້ງຕໍ່ເນື່ອງກັນ ນັບຢ້ອນ​ຄືນ ​ໄປ​ເຖິງ​ການ​ແຂ່ງຂັນ​ໃນປີ 1996 ທີ່ນະຄອນ Atlanta.

ນາງສາວ Lilly King ໄວ 19 ປີ ໄດ້ຮັບຫຼຽນຄຳ ໃນການລອຍນ້ຳ ທີ່ເອີ້ນວ່າ breast stroke ໄລຍະ 100 ແມັດ ໃນເວລາ 1 ນາທີ 4.93 ວິນາທີ ຊຶ່ງເປັນສະຖິຕິໃໝ່ຂອງ
ໂອລິມ ປິກ. ການຊະນະຂອງນາງສາວ King ແມ່ນເປັນປະສົບການສ່ວນຕົວ ຫຼັງຈາກທີ່ລາວໄດ້ລົງ​ ແຂ່ງຂັນກັບຄູ່ແຂ່ງຄົນຣັດເຊຍນາງ Yulia Efirmova ໄວ 24 ປີ ທີ່ຂີ້ລັກໃນ ການ​ໃຊ້ຢາຊູ ກຳລັງໃນການແຂ່ງຂັນຮອບຕົ້ນໆນັ້ນ.


“ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ ​ເຖິງ​ທ່າ​ທີ​ກ່ຽວ​ກັບ​ການ​ໃຊ້ຢາຊູ​ກຳລັງ” ຊຶ່ງນາງ King ໄດ້ເວົ້າເຖິງເລື້ອງຢານີ້ ໃນການໃຫ້ສຳພາດກັບຕາໜ່າງ​ໂທລະພາບ NBC ຫຼັງຈາກແຂ່ງຂັນແລ້ວນັ້ນ. ນາງໄດ້ກ່າວຕໍ່ໄປວ່າ “ພວກເຮົາສາມາດທີ່ຈະລົງແຂງ ຂັນ ດ້ວຍຄວາມສະອາດ ໂປ່ງໃສ ແລະເຮັດໄດ້ດີໃນກິລາໂອລິມປິກ ແລະນັ້ນແມ່ນສິ່ງ ທີ່ຄວນຈະປະຕິບັດກັນ.”

Kohei Uchimura ນັກກິລາກາຍຍະກຳຂອງຍີ່ປຸ່ນ ໃນການແຂ່ງຂັນກາຍຍະກຳຮອຍສຸດທ້າຍ ຂອງກຳລາໂອລິມປິກ ລະດູຮ້ອນ 2016 ໃນນະຄອນ Rio de Janeiro, Brazil, 8 ສິງຫາ 2016.
Kohei Uchimura ນັກກິລາກາຍຍະກຳຂອງຍີ່ປຸ່ນ ໃນການແຂ່ງຂັນກາຍຍະກຳຮອຍສຸດທ້າຍ ຂອງກຳລາໂອລິມປິກ ລະດູຮ້ອນ 2016 ໃນນະຄອນ Rio de Janeiro, Brazil, 8 ສິງຫາ 2016.

ນາງ Efirmova ຜູ້ຊຶ່ງ​ຄອງ​ຕຳ​ແໜ່​ງໂລກ ໄດ້ຖືກເຍາະເຍີ້ຍ ຫຼັງຈາກທີ່ລາວໄດ້ຊະນະ ໃນການແຂ່ງຂັນ ໄລຍະ 100 ແມັດ ໃນຮອບທຳອິດ ໃນທ່າ breast stroke ຫຼັງຈາກທີ່ ໄດ້ຖືກລົງໂທດບໍ່ໃຫ້ແຂງຂັນເປັນເວລາ 16 ເດືອນ ໃນຖານທີ່ໃຊ້ຢາຊູກຳລັງ. ແລະໄດ້ ກວດເຫັນໃນປີນີ້ ກ່ຽວ​ກັບ​ການ​ໃຊ້​ຢາ​ຊະນິດ​ໃໝ່ meldonium ທີ່ຖືກ​ເກືອດຫ້າມນັ້ນ.

ນາງແລະ ນັກລອຍນຳ ຣັດເຊຍ ອີກ 6 ຄົນ ໄດ້ຖືກຫ້າມ​ໃນ​ຂັ້ນຕົ້ນ ບໍ່ໃຫ້ລົງແຂງຂັນໃນ ກິລາໂອລິມປິກ ທີ່ ນະຄອນ Rio ຫຼັງຈາກທີ່ມີລາຍງານວ່າອົງການຕໍ່ຕ້ານການນຳໃຊ້ຢາ ຊູ ກຳລັງຂອງໂລກ ທີ່ບົ່ງຊີ້ວ່າ ພວກນັກກິລາຣັດເຊຍ ໃຊ້ຢາຊູກຳລັງ. ຄະນະກຳມະການ ໂອ ລິມປິກນາໆຊາດ ໄດ້ຮັບນາງເຂົ້າແຂງຂັນ ຮວມທັງ ນັກລອຍນ້ຳຜູ້ມີຊື່ສຽງຣັດເຊຍ ໃນສັບປະດາແລ້ວນີ້.

ດາລາລອຍນ້ຳອາເມຣິກັນ Katie Ledecky ໄດ້ເຮັດສະຖິຕິຂອງນາງເອງ ໃນການ ແຂ່ງຂັນ ໄລຍະ 400 ແມັດ freestyle ໃນວັນອາທິດຜ່ານມານີ້ ທີ່ກິລາໂອລິມປິກ ທີ່ນະຄອນ Rio.

ປະຕິກິລິຍາ ຂອງ Ibtihaj Muhammad ຂອງສະຫະລັດ France ໃນກິລາຟັນດາບການສ່ວນຕົວ ໃນປີ 2016, ກິລາໂອລິມປິກລະດູຮ້ອນ ໃນນະຄອນ Rio de Janeiro, Brazil, 8 ສິງຫາ, 2016.
ປະຕິກິລິຍາ ຂອງ Ibtihaj Muhammad ຂອງສະຫະລັດ France ໃນກິລາຟັນດາບການສ່ວນຕົວ ໃນປີ 2016, ກິລາໂອລິມປິກລະດູຮ້ອນ ໃນນະຄອນ Rio de Janeiro, Brazil, 8 ສິງຫາ, 2016.

ພວກນັກລອຍນ້ຳທີມຜູ້ຊາຍອາເມຣິກັນ ກໍຊະນະຫຼຽນຄຳ ໃນການ​ລອຍ​ຕໍ່​ກັນ​ຜູ້​ລະ 100 ແມັດ. ທ້າວ Michael Phels, ຜູ້ຊຶ່ງເຮັດໃຫ້ທີມນຳໜ້າ ໃນຮອບທີ 2 ທີ່ໄດ້ຫຼຽນຄຳ 19ຫຼຼຽນ ຜູ້ຊຶ່ງເປັນນັກກິລາທີ່​ໄດ້ຫຼຽນຫຼາຍທີ່ສຸດ ໃນປະວັດສາດໂອລິກປິກ.

ທ້າວ Phels, ໄດ້ຊະນະເປັນທີ 2 ໃນການແຂ່ງຂັນ ໄລຍະ 200 ແມັດ ແບບ butterfly ຫຼື ທ່າແມງກະເມື້ອງ ຊຶ່ງລາວໄດ້ເຮັດສະຖິຕິໂລກ ແລະໂອລິມປິກ. ຮອບສຸດທ້າຍຈະມີຂຶ້ນ ໃນວັນແລງອັງຄານມື້ນີ້.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG