ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານອະວະກາດ Dawn ໃນໄວໆນີ້ ຈະໄປຮອດ ດາວ Ceres ແລ້ວ


Dawn Spacecraft Approaches Dwarf Planet Ceres
please wait

No media source currently available

0:00 0:02:47 0:00

ໃນໄວໆນີ້ ຍານອະວະກາດ Dawn ຂອງອົງການອະວະກາດ
ສະຫະລັດ ຫລື NASA ຈະໄປເຖິງດາວ Ceres ຊຶ່ງເປັນດາວ
ເຄາະທີ່ຂ້ອນຂ້າງນ້ອຍ. ເວລາໃດຍານ Dawn ເລີ້ມໂຄຈອນ
ອ້ອມດາວ Ceres ແລ້ວມັນກໍຈະທຳການເກັບກຳຂໍ້ມູນຕ່າງໆ
ກ່ຽວກັບວ່າ ດາວໜ່ວຍນີ້ ມີວິວັດທະນາການເປັນມາແບບໃດ ແລະດາວທີ່ເປັນນ້ຳກ້ອນດັ່ງກ່າວຄັ້ງນຶ່ງເຄີຍມີເງື່ອນໄຂຊ່ອຍ
ສະໜັບສະໜຸນ ສິ່ງທີ່ມີຊີວິດ ຫລືບໍ່. Elizaberth Lee ມີລາຍ
ງານຈາກຫ້ອງແລັບ Jet Propulsion Laboratory ຂອງອົງ
ການ NASA ທີ່ນະຄອນ Los Angeles ດັ່ງໄພສານ ຈະນຳ
ເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານອະວະກາດ Dawn ໄດ້ເດີນທາງຈາກໂລກ ເມື່ອ 7 ກວ່າປີກ່ອນ ເພື່ອມຸ້ງໜ້າໄປສຳ ຫລວດໂລກຂອງມະນຸດຕ່າງດາວ 2 ໜ່ວຍ ຢູ່ໃນລະບົບສຸລິຍະຈັກກະວານ.

ທ່ານ Marc Rayman ຫົວໜ້າວິສະວະກອນ ແລະຜູ້ອຳນວຍການຂອງໂຄງການອະວະ
ກາດ Dawn ກ່າວວ່າ:

“ນີ້ແມ່ນເປັນເທື່ອທຳອິດ ໃນຮອບ 57 ປີກວ່າໆຂອງການສຳຫຼວດອະວະກາດທີ່ ພວກເຮົາມີຍານອະວະກາດ ໄດ້ຕັ້ງເປົ້າ ໃຫ້ໄປໂຄຈອນ ອ້ອມດາວສອງໜ່ວຍທີ່ ເປັນປາຍທາງຊຶ່ງຢູ່ຫ່າງໄກ.”

ທ່ານ Rayman ເວົ້າວ່າ ປາຍທາງທັງສອງນີ້ ກໍໄດ້ແກ່ ດາວ Vesta ແລະ Ceres ຢູ່ໃນ ເຂດທີ່ມີໂງ່ນຫີນໂຄຈອນຢ່າງເປັນຂະບວນທີ່ເອີ້ນກັນວ່າ asteroid belt ລະຫວ່າງດາວ ພະອັງຄານແລະດາວພະຫັດ. ດາວທັງສອງນີ້ຖືກພິຈະລະນາວ່າ ເປັນດາວເຄາະທີ່ກຳລັງ ກໍ່ໂຕ.

ທ່ານ Rayman ເວົ້າວ່າ “Vesta ແລະ Ceres ແມ່ນພວມຢູ່ໃນຂັ້ນຕອນຂອງການ ເຕີບໂຕທີ່ຈະກາຍ ເປັນດາວເຄາະ ຢ່າງເຕັມທີ່ ເວລາການເຕີບໂຕ ຂອງດາວທັງ ສອງຍຸດຕິລົງ.”

ທີ່ສູນກາງຄວບຄຸມຍານອະວະກາດ Dawn ຢູ່ນະຄອນ Los Angeles ນັ້ນຄະນະຄວບ ຄຸມການບິນ ໄດ້ສົ່ງຄຳສັ່ງ ໃນແຕ່ລະທຸກໆວິນາທີ ໄປຍັງຍານອະວະກາດດັ່ງກ່າວ ເພື່ອ ສັ່ງການທຸກໆການເຄື່ອນໄຫວ ຮວມທັງການຖ່າຍພາບຕ່າງໆທີ່ຍານໄດ້ປະສົບພົບເຫັນ.

ເວລານີ້ຍານອະວະກາດ Dawn ພວມບິນຢູ່ໃກ້ໆກັບດາວ Ceres ແລະຄາດວ່າຈະເຂົ້າ ສູ່ວົງໂຄຈອນຂອງດາວດັ່ງກ່າວ ໃນເດືອນມີນາ ຈະມານີ້. ພວກນັກວິທ ຍາສາດເຊື່ອວ່າ
ດາວ Ceres ແມ່ນປະກອບຂຶ້ນດ້ວຍຫີນ ແລະປົກຄຸມໂດຍແຜ່ນນ້ຳກ້ອນ. ຍານວະອະ
ກາດ Dawn ຈະທຳການຖ່າຍຮູບພາບແລະເຮັດແຜນທີ່ຢ່າງລະອຽດກ່ຽວກັບດາວໜ່ວຍ ນີ້. ທ່ານນາງ Carol Raymond ຮອງຫົວໜ້າສືບສວນຂອງຄະນະປະຕິບັດງານກ່າວວ່າ ຍານອະວະກາດ Dawn ຍັງຈະສຳຫຼວດກວດກາເບິ່ງອົງປະກອບຂອງດາວ Ceres ເພື່ອ ສະໜອງຂໍ້ມູນໃຫ້ຊາບວ່າ ພື້ນຜິວຂອງດາວໜ່ວຍນີ້ໄດ້ວິວັດທະນາການມາແບບໃດແລະ ມັນອາດຊ່ອຍໃຫ້ເກີດສິ່ງທີ່ມີຊີວິດຫຼືບໍ່.

ທ່ານນາງ Raymond ເວົ້າວ່າ “ນຶ່ງໃນຄວາມສົນໃຈ ກ່ຽວກັບດາວຕ່າງໆ ເຊັ່ນດາວ Ceres ແລະດາວທີ່ມີຕົວຕົນເປັນນ້ຳກ້ອນອື່ນໆຢູ່ໃນວົງນອກຂອງລະບົບສຸຣິຍະ ຈັກກະວານນັ້ນ ກໍຄືວ່າ ເວລາວັດຖຸຕ່າງໆເຊັ່ນວ່ານັ້ນຕຳກັບດາວ ມັນໄດ້ນຳເອົາ
ນ້ຳ ໃນປະລິມານຫຼວງຫຼາຍໄປນຳ ແລະດັ່ງນັ້ນ ຈຶ່ງມີການອະພິປາຍຢ່າງແຂງຂັນ ໃນເວລານີ້ວ່າ ກ້ອນຫີນໃຫຍ່ ທີ່ປະກອບດ້ວຍນ້ຳ ເຊັ່ນດາວ Ceres ແລະພວກ ເຮົາຍັງຮູ້ວ່າ ມີກ້ອນຫີນໃຫຍ່ອື່ນໆທີ່ປະກອບດ້ວຍນ້ຳຢູ່ໃນສົ້ນນອກສຸດຂອງວົງ ໂຄຈອນກ້ອນຫີນ ເປັນແຫລ່ງທີ່ສຳຄັນຂອງນ້ຳຢູ່ໃນມະຫາສະມຸດຂອງໂລກເຮົາ ຫລືບໍ່.”

ໃນໄລຍະຕົ້ນໆຂອງການປະຕິບັດງານນັ້ນ ຍານອະວະກາດ Dawn ໄດ້ຄົ້ນພົບ ຢ່າງບໍ່ ຄາດຝັນ ໃນລະຫວ່າງທີ່ໂຄຈອນອ້ອມດາວ Vesta ຢູ່ນັ້ນ.

ທ່ານນາງ Raymond ເວົ້າວ່າ “ຂ້ອນຂ້າງແປກໃຈສຳລັບຄະນະປະຕິບັດງານແທນ ທີ່ຈະແຫ້ງກະແດ້ງ ຊຶ່ງພວກເຮົາຄາດຫວັງໄວ້ນັ້ນ ມັນຊ້ຳພັດມີຮອຍຢູ່ເທິງຜິວຂອງ ດາວ Vesta ທີ່ສະແດງໃຫ້ເຫັນວ່າ ມີນ້ຳໃນປະລິມານທີ່ສຳຄັນປົກຫຸ້ມຫີນຢູ່ແລະ ບາງທີອາດຈະມີແມ່ນກະທັງນ້ຳໄຫລໄປມາຢູ່ເທິງພື້ນຜິວຂອງດາວໃນໄລຍະຜ່ານ ມາ.”

ທ່ານນາງ Raymond ກ່າວວ່າ ຖ້ານ້ຳຢູ່ໃນໂລກຂອງເຮົາຫາກມາຈາກກ້ອນຫີນຄືກ້ອນ
ຫີນ ທີ່ມີນ້ຳເຫຼົ່ານີ້ແລ້ວ ດັ່ງນັ້ນສິ່ງທີ່ມີຊີວິດ ອາດມາພ້ອມກັບດາວເຫຼົ່ານີ້ກໍເປັນໄດ້.

ຖ້າຍານອະວະກາດ Dawn ຫາກເປີດເຜີຍໃຫ້ຊາບວ່າ ສິ່ງແວດລ້ອມເທິງດາວ Ceres ອາດຊ່ວຍພາໃຫ້ເກີດສິ່ງທີ່ມີຊີວິດ. ການຄົ້ນພົບ ນີ້ອາດຈະກະຕຸ້ນໃຫ້ມີການສຳຫລວດ ດ້ວຍອຸບປະກອນອື່ນໆອີກ ເພື່ອທົດສອບເບິ່ງສົມມຸດຖານດັ່ງກ່າວ.

ສຳຫລັບຍານອະວະກາດ Dawn ແລ້ວ ມັນຈະເກັບກຳຂໍ້ມູນ ກ່ຽວກັບດາວ Ceres ໄປ ຈົນຮອດລະດູຮ້ອນຂອງປີ 2016. ຫລັງຈາກນັ້ນ ມັນກໍຈະຍັງສືບຕໍ່ ໂຄຈອນອ້ອມດາວ ນ້ອຍໜ່ວຍນີ້ ຕະຫລອດໄປຢ່າງບໍ່ມີກຳນົດ.

XS
SM
MD
LG