ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມ ສະພາເສດຖະກິດໂລກ ທີ່ Switzerland ສິ້ນສຸດລົງແລ້ວ


ທ່ານນາງ Christine Lagarde ຫົວໜ້າກອງທຶນສາກົນ ຫຼື IMF
ທ່ານນາງ Christine Lagarde ຫົວໜ້າກອງທຶນສາກົນ ຫຼື IMF
ບັນດາ​ຜູ້​ນໍາ​ການ​ເງິນ​ຂອງ​ນາໆ​ຊາດ ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ສະພາ​ເສດຖະ ກິດ​ໂລກ​ທີ່ Switzerland ພ້ອມ​ກັບ​ການ​ຕັກ​ເຕືອນ​ວ່າ ​ຍັງ​ຄົງ​ມີຫຼາຍສິ່ງ ຫຼາຍຢ່າງ​ທີ່​ຕ້ອງ​ໄດ້​ກະທໍາ ​ເພື່ອ​ສ້າງ​ຄວາມ​ທຸ່ນ​ທ່ຽງ​ແກ່​ເສດຖະກິດ​ໂ​ລກ.

ທ່ານ​ນາງ Christine Lagarde ຫົວໜ້າ​ກອງ​ທຶນ​ສາກົນ ຫຼື IMF ກ່າວ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ເມືອງ Davos ວ່າ ຄາດໝາຍ​ຂອງ IMF ສໍາລັບ ການ​ຟື້ນ​ຕົວ​ຄືນຂອງເສດຖະກິດ​ໂລກ ​ແບບ​ບໍ່​ແຂງ​ແຮງ​ແລະ​ອ່ອນ​ແອ​ນັ້ນ ​ແມ່ນ​ຂຶ້ນຢູ່​ກັບການ​ຕັດສິນ​ໃຈຕ່າງໆທີ່​ຖືກຕ້ອງ​ ຂອງ
ບັນດາ​ຜູ້ນໍາ​ບັນດາ​ປະ​ເທດ​ເສດຖະກິດ​ລະດັບ​ສູງ​ຂອງ​ພາກ​ພື້ນ​ຢູ​ໂຣບ ສະຫະລັດ ​ແລະ​ຍີ່ປຸ່ນ​.

ທ່ານ​ນາງ Lagarde ​ໄດ້​ເຕືອນ​ ຕໍ່ການ​ບໍ່​ເອົາ​ໃຈ​ໃສ່​ນໍາ​ບັນຫາ​ຢ່າງ​ຈິງ​ຈັງ​ໃນ​ບັນດາ 17 ປະ​ເທດ​ສະມາຊິກ​ຢູ່​ໂຣບ ທີ່​ໃຊ້​ເງິນ​ຢູ​ໂຣ ​ໃນ​ຂະນະ​ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ ປະ​ເທດ​ເສດຖະກິດ​ຍັກ​ໃຫຍ່​ຂອງ​ພາກ​ພື້ນ​ຢູ່​ໂຣບ ກໍ​ຄື ອິຕາ​ລີ ​ແລະ​ສະ​ເປ​ນ ນັ້ນ​ ໄດ້​ລອດ​ພົ້ນ​ຈາກວິ​ກິດ​ການທີ່​ຮ້າຍ​ແຮງ​ທີ່​ສຸດຂອງ​ພາກ​ພື້ນ​ຢູ່​ໂຣບ ມາ​ແລ້ວ.

ນອກ​ນີ້​ແລ້ວ ທ່ານນາງ Lagarde ຍັງ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ໃນການ​ເຄື່ອນ​ໄຫວດ້ານ​ນະ​ໂຍບາຍອັນ​ສໍາຄັນໂດຍ​ຍີ່ປຸ່ນ​ໃນ​ອາທິດ​ນີ້ ​ເພື່ອ​ກະຕຸກ​ຊຸກຍູ້ ສະພາບ​ການ​ເສດຖະກິດ​ທີ່​ບໍ່​ໄປ​ບໍ່​ມາ​ຂອງ​ຕົນ ​ໂດຍເພິ່ມ​ເປົ້າໝາຍ​ລະດັບເງິນ​ເຟິ້ຂອງ​ຕົນ ຂຶ້ນ​ເປັນ​ສອງເທົ່າ​ຕົວ ຄືສອງ​ເປີ​ເຊັນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທໍານອງ​ດຽວ​ກັນ ກັບ​ທີ່​ທາງ​ທະນາຄານ​ກາງ​ຂອງສະຫະ
ລັດ ໄດ້​ປະຕິບັດ​ມາ​ ໃນ​ໄລຍະບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້
XS
SM
MD
LG